ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາດຕະການລົງໂທດ ຕໍ່ຣັດເຊຍ ຍັງອະພິປາຍກັນຢູ່ ຂະນະທີ່ບັນດາປະເທດໃນຢູໂຣບ ຢ້ານມີຜົນເສຍ


ຊາຍຄົນນຶ່ງກຳລັງໃສ່ໜ້າກາກ ໃນຂະນະທີ່ອີກຄົນນຶ່ງ ຢືນຢູ່ກັບລາວ ໃນຈັດຕຸລັດແດງ ທີ່ບໍ່ເຫັນມີຄົນຫຼາຍເລີຍ ຢູ່ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 28 ຕຸລາ 2021.
ຊາຍຄົນນຶ່ງກຳລັງໃສ່ໜ້າກາກ ໃນຂະນະທີ່ອີກຄົນນຶ່ງ ຢືນຢູ່ກັບລາວ ໃນຈັດຕຸລັດແດງ ທີ່ບໍ່ເຫັນມີຄົນຫຼາຍເລີຍ ຢູ່ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 28 ຕຸລາ 2021.

ໂປແລນ ແລະລີທົວເນຍ ໄດ້ສະໜັບສະໜຸນຢູເຄຣນ ໃນການຮຽກຮ້ອງ ຕໍ່ປະເທດມະຫາອຳນາດຕາເວັນຕົກ ໃຫ້ວາງມາດຕະການລົງໂທດໃສ່ຣັດເຊຍ ສຳລັບການເສີມຂະຫຍາຍກຳລັງທະຫານຢູ່ເລາະຕາມຊາຍແດນຂອງຢູເຄຣນ.

ໃນຂະນະທີ່ມີຄວາມຢ້ານກົວຕໍ່ການບຸກລຸກຂອງຣັດເຊຍເພີ້ມສູງຂຶ້ນ ປະທານາທິບໍດີຂອງໂປແລນ ທ່ານອານເດຣ ດູດາມ, ປະທານາທິບໍດີຂອງລີທົວເນຍ ທ່ານກີທານາສ ນາວເສດາ ແລະປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໃນວັນຈັນຜ່ານມານີ້ “ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ເພີ້ມທະວີມາດຕະການລົງໂທດຕໍ່ສະຫະພັນຣັດເຊຍ ຍ້ອນການຮຸກຮານຢູເຄຣນ ທີ່​ພວມ​ດຳ​ເນີນ​ຢູ່ຂອງເຂົານັ້ນ.”

ໃນຖະແຫລງການສະບັບນຶ່ງ ທີ່ໄດ້ອອກມາ ຫຼັງຈາກບັນດາຜູ້ນຳດັ່ງກ່າວ ໄດ້ພົບປະກັນຢູ່ໃນເຂດພູຄາຣປາທຽນສ໌ ຂອງຢູເຄຣນ ພວກເຂົາເຈົ້າ “ອີກຄັ້ງນຶ່ງ ໄດ້ຮຽກຮ້ອງໃຫ້ວັງເຄຣມລິນ ຫລຸດຜ່ອນສະຖານະການລົງ ໂດຍການຖອນກຳລັງທະຫານຂອງຕົນອອກຈາກເຂດຊາຍແດນຂອງຢູເຄຣນ.”

ເຖິງແມ່ນວ່າ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວເຕືອນປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ໄປແລ້ວໃນຕົ້ນເດືອນນີ້ ທີ່ວ່າ ຣັດເຊຍ “ຈະໄດ້ຮັບຜົນເສຍຫາຍຢ່າງໜັກ” ໃນເຫດການທີ່ຕົນບຸກລຸກຢູເຄຣນ, ການສົ່ງຍຸດໂທປະກອນຫຼາຍຮ້ອຍຢ່າງ ເຊັ່ນລົດຖັງ ປືນໃຫຍ່ ປືນໃຫຍ່ທີ່ຍິງດ້ວຍຕົວມັນເອງ ແລະກອງກຳລັງທະຫານຫຼາຍໝື່ນຄົນໄປປະຈຳການຢູ່ເຂດແນວໜ້ານັ້ນ ກໍບໍ່ໄດ້ມີການຫັນປ່ຽນແຕ່ຢ່າງໃດ ອີງຕາມການກ່າວຂອງແຫລ່ງຂ່າວດ້ານຄວາມປອດໄພຂອງຕາເວັນຕົກ.

ບັນດາເຈົ້າໜ້າທີ່ຂອງສະຫະລັດ ແລະປະເທດຕາເວັນຕົກ ຢ້ານວ່າ ທ່ານປູຕິນ ກຳລັງໄຕ່ຕອງໃຊ້ວິທີການແບບໃນປີ 2014 ເມື່ອມົສກູ ໄດ້ເຂົ້າຍຶດເອົາແຫຼມ ຄຣາເມຍ ແລະໄດ້ນຳໃຊ້ພວກກຳລັງຕິດອາວຸດທີ່ເປັນຕົວແທນ ເຂົ້າຍຶດພື້ນທີ່ຂະໜາດໃຫຍ່ໃນຂົງເຂດດອນບັສ ທາງພາກຕາເວັນອອກຂອງຢູເຄຣນ. ທຳນຽບຂາວ ເຊື່ອວ່າ ຕົນມີເວລາພຽງ “ຊ່ວງໄລຍະສີ່ອາທິດ” ເພື່ອທີ່ຈະຢັບຢັ້ງການບຸກລຸກຢູເຄຣນຂອງຣັດເຊຍ ທີ່ອາດຈະເປັນໄປໄດ້ນັ້ນ. ທ່ານເຊີເກ ຣີຢາຄອບ ຮອງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ໄດ້ປະຕິເສດຕໍ່ລາຍງານຕ່າງໆ ໃນວັນຈັນຜ່ານມານີ້ ທີ່ວ່າ ປະເທດຕາເວັນຕົກ ມີ “ຊ່ວງໄລຍະສີ່ອາທິດ” ທີ່ຈະຢຸດຢັ້ງການບຸກລຸກນັ້ນ. ທ່ານຣີຢາຄອບ ໄດ້ກ່າວວ່າ “ບໍ່ມີຫຍັງເລີຍທີ່ຈະປ້ອງກັນຢູເຄຣນຈາກ.”

ແຕ່ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ກ່າວວ່າ ສາຍສຳພັນກັບອົງການເນໂຕ້ ແມ່ນເຖິງ “ຊ່ວງເວລາແຫ່ງຄວາມຈິງ” ແລະໄດ້ຮຽກຮ້ອງໃຫ້ປະເທດຕາເວັນຕົກ ຕອບສະໜອງຕໍ່ຄຳຮຽກຮ້ອງຂອງພວກເຂົາເຈົ້າ ທີ່ວ່າ ພັນທະມິດຂອງຕາເວັນຕົກ ຫ້າມບໍ່ໃຫ້ບັນດາປະເທດທີ່ເປັນອະດີດສະຫະພາບໂຊຫວຽດ ເຊັ່ນຢູເຄຣນ ເຂົ້າຮ່ວມໃນກຸ່ມດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG