ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລົງໂທດທາງ​ເສດ​ຖະ​ກິດ ​ເຮັດ​ໃຫ້​ຊາວ​ຣັດ​ເຊຍ ​ທີ່​ເປັນ​ພວກໂຈມ​ຕີທາງ​ອິນ​ເຕີ​ແນັດ ​ເພື່ອ​ຮຽກ​ຄ່າ​ໄຖ່ ພົບຄວາມ​ຫຍຸ້ງ​ຍາກ​


ຊາຍ​ຄົນ​ນຶ່ງ​ຖື​ແລັບ​ທອບ​ຂະ​ນະ​ທີ່​ລະ​ຫັດ​ລັບ​ທາງ​ອິນ​ເຕີ​ແນັດ​ສາດ​ໃສ່​ລາວ (​ພາບ​ທີ່​ຖ່າຍ​ວັນ​ທີ 13 ພຶດ​ສະ​ພາ, 2017). ເຈົ້າ​ໜ້າ​ທີ່​​ຄວາມ​ໝັ້ນ​ຄົງທາງ​ອິນ​ເຕີ​ແນັດເວົ້າ​ວ່າ​ມີ​ການ​ອອກ​ແບບການ​ປ້ອງ​ກັນ​ຫລາຍ​ວິ​ທີ​ເພື່ອບໍ່​ໃຫ້​ຣັດ​ເຊຍທຳ​ການ​ໂຈມ​ຕີ ransomware ຕໍ່​ຕາ​ເວັນ​ຕົກໄດ້
ຊາຍ​ຄົນ​ນຶ່ງ​ຖື​ແລັບ​ທອບ​ຂະ​ນະ​ທີ່​ລະ​ຫັດ​ລັບ​ທາງ​ອິນ​ເຕີ​ແນັດ​ສາດ​ໃສ່​ລາວ (​ພາບ​ທີ່​ຖ່າຍ​ວັນ​ທີ 13 ພຶດ​ສະ​ພາ, 2017). ເຈົ້າ​ໜ້າ​ທີ່​​ຄວາມ​ໝັ້ນ​ຄົງທາງ​ອິນ​ເຕີ​ແນັດເວົ້າ​ວ່າ​ມີ​ການ​ອອກ​ແບບການ​ປ້ອງ​ກັນ​ຫລາຍ​ວິ​ທີ​ເພື່ອບໍ່​ໃຫ້​ຣັດ​ເຊຍທຳ​ການ​ໂຈມ​ຕີ ransomware ຕໍ່​ຕາ​ເວັນ​ຕົກໄດ້

ການບຸກ​ລຸກຂອງຣັດເຊຍໃນຢູເຄຣນເບິ່ງຄືວ່າມີຜົນກະທົບແບບບໍ່ໄດ້ ຄາດຫວັງ ມາ​ກ່ອນຢູ່ໃນລະ​ບົບອິນເຕີແນັດ ຫລື cyberspace -ກໍ​ຄືການຫຼຸດລົງຂອງ ຈໍານວນການໂຈມຕີທາງອິນ​ເຕີ​ແນດ​ເພື່ອ​ຮຽກ​ຄ່າ​ໄຖ່ ຫລື ransomware.

ທ່ານຣອບ ຈອຍ​ສ໌ (Rob Joyce), ຜູ້ອຳ ນວຍການອົງການຄວາມປອດໄພ ທາງອິນເຕີແນັດຂອງສະຫະລັດ, ກ່າວກອງ​ປະ​ຊຸມ​ທາງ​ອອນ​ລາຍໃນ​ວັນພຸດ ວານນີ້ວ່າ "ພວກເຮົາໄດ້ເຫັນການຫຼຸດລົງໃນໄລ​ຍະບໍ່ດົນມານີ້ ນັບຕັ້ງແຕ່ການ ບຸກລຸກ​ຢູ​ເຄ​ຣນ,"

ທ່ານຈອຍ​ສ໌ກ່າວອີກວ່າເຫດຜົນອັນນຶ່ງຂອງການຫຼຸດລົງຂອງການໂຈມຕີ ທາງອິນ​ເຕີ​ແນດ​ເພື່ອ​ຮຽກ​ຄ່າ​ໄຖ່ນັບຕັ້ງແຕ່ການບຸກລຸກໃນວັນທີ 24 ກຸມພາ ອາດແມ່ນເປັນ​ຍ້ອນ​ການປັບປຸງຄວາມຮັບຮູ້ ແລະມາດຕະການປ້ອງກັນ ຂອງທຸລະກິດຕ່າງໆ​ຂອງສະຫະລັດ.

ທ່ານ​ຍັງ​ກ່າວອີກ​ວ່າ ບາງ​ສ່ວນ​ແມ່ນ​ກ່ຽວ​ພັນ​ກັບ​ມາດ​ຕະການ​ທີ່​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ປະຕິບັດ​ຕໍ່​ມົສກູ ​ເພື່ອ​ເປັນ​ການຕອບ​ໂຕ້​ຕໍ່ສົງຄາມ​ໃນ​ຢູ​ເຄຣນ.

"ແນ່ນ​ອນພວກເຮົາໄດ້ເຫັນຜູ້​ກະ​ທຳ​ອາດ​ຊະ​ຍາ​ກຳໃນຣັດເຊຍຈົ່ມວ່າ ການ​ປະ​ຕິ​ບັດ​ການຂອງການລົງໂທດ ແລະໄລຍະໄກຂອງຄວາມສາມາດໃນການໃຊ້ບັດ ເຄຣດິດ ແລະ ວິທີການຊໍາລະອື່ນໆ ເພື່ອເຮັດໃຫ້ໂຄງຮ່າງ ພື້ນຖານຂອງປະ​ເທດຕາເວັນຕົກ ເພື່ອໃຊ້​ໃນ​ການດໍາເນີນການໂຈມຕີ [ransomware] ເຫຼົ່ານີ້ກາຍ​ເປັນ​ເລື້ອງ​ທີ່ຫຍຸ້ງຍາກຫຼາຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຈອຍ​ສ໌ ກ່າວ​ຕໍ່ກຸ່ມໂຄງການລິເລີ່ມທາງໄຊເບີຂອງອົງ​ການ​ຂ່າວ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ Cipher Brief.

ທ່ານກ່າວຕື່ມວ່າ "ພວກເຮົາໄດ້ເຫັນວ່າ​ອັນ​ນັ້ນ​ມີຜົນກະ​ທົບຕໍ່ການປະຕິບັດງານ ຂອງ [ຣັດເຊຍ]." "ມັນເຮັດໃຫ້ ແນວໂນ້ມຫຼຸດລົງເລັກນ້ອຍ."

ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້​ຫລັງ​ຈາກ​ກອງ​ກຳລັງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄຣນ, ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ຂອງ​ສະຫະລັດ​ ໄດ້ທຳ​ການ​ປຸກລະດົມ​ຄວາມ​ເຂົ້າ​ໃຈທີ່​ຊື່​ວ່າ “Shields Up” ຫລື “ປ້ອງ​ກັນ​ໄວ້” ໂດຍການຊຸກຍູ້​ໃຫ້​ບໍລິສັດ​ມີ​ຄວາມ​ລະມັດລະວັງ​ດ້ານ​ຄວາມ​ປອດ​ໄພ​ເພີ່ມ​ເຕີມ​ ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ທີ່​ອາດ​ເກີດ​ຂຶ້ນ​ຈາກຣັດ​ເຊຍ​ເອງ ຫຼື​ຈາກ​ພວກ​ແຮັກ​ເກີ​ອາດ​ຊະຍາກຳ​ທີ່​ເຮັດ​ວຽກ​ຕາງ​ໜ້າ​ໃຫ້ມົ​ສ​ກູ.

​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ເຫລົ່າ​ນັ້ນ​ກ່າວ​ເຕືອນວ່າ ຣັດ​ເຊຍ​ຍັງ​ມີ​ຄວາມ​ສາມາດ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍທາງອິນ​ເຕີ​ແນັດ​ໄດ້ຕື່ມ​ອີກ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG