ຈີນເພີ້ມການນຳເຂົ້ານ້ຳມັນດິບຈາກຣັດເຊຍໃນເດືອນພຶດສະພາຜ່ານມາ ອີງຕາມຂໍ້ມູນພາສີທີ່ສະແດງໃຫ້ເຫັນໃນມື້ວັນຈັນແລ້ວ ຊຶ່ງໄດ້ຊ່ວຍຊົດເຊີຍການສູນເສຍໃນການຊື້ພະລັງງານຣັດເຊຍທີ່ຫຼຸດລົງຂອງປະເທດຕາເວັນຕົກ ຍ້ອນການບຸກລຸກເຂົ້າໄປໃນປະເທດຢູເຄຣນ ອີງຕາມລາຍງານຂອງອົງການຂ່າວ AFP.
ການເພີ້ມຂຶ້ນດັ່ງກ່າວ ໝາຍຄວາມວ່າຣັດເຊຍໄດ້ແຊງໜ້າຊາອຸດີອາຣາເບຍກາຍເປັນປະເທດທີ່ສະໜອງນ້ຳມັນຫຼາຍທີ່ສຸດໃຫ້ແກ່ຈີນ ໃນຂະນະທີ່ປະເທດຕາເວັນຕົກທຳການລົງໂທດຕໍ່ການສົ່ງອອກພະລັງງານຂອງມົສກູ.
ຈີນ ປະເທດທີ່ມີເສດຖະກິດໃຫຍ່ສຸດອັນດັບສອງຂອງໂລກ ໄດ້ນຳເຂົ້ານ້ຳມັນຈາກຣັດເຊຍ 8 ລ້ານ 4 ແສນ 2 ໝື່ນໂຕນ ໃນເດືອນແລ້ວ ຊຶ່ງເພີ້ມຂຶ້ນ 55 ເປີເຊັນຈາກເມື່ອນຶ່ງປີກ່ອນ.
ປັກກິ່ງໄດ້ປະຕິເສດທີ່ຈະປະນາມການເຮັດສົງຄາມຂອງມົສກູຢ່າງເປັນການເປີດເຜີຍ ແລະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດເປັນການຕອບແທນ ຈາກປະເທດເພື່ອນບ້ານທີ່ຖືກໂດດດ່ຽວດັ່ງກ່າວ.
ຈີນ ໄດ້ຊື້ພະລັງງານ ຈາກຣັດເຊຍ ໃນມູນຄ່າ 7.47 ຕື້ໂດລາເມື່ອເດືອນແລ້ວນີ້ ປະມານ 1 ຕື້ໂດລາຫຼາຍກວ່າເດືອນເມສາ ອີງຕາມອົງການຂ່າວບລູມເບີກ.
ຂໍ້ມູນໃໝ່ດ້ານພາສີ ມີຂຶ້ນ 4 ເດືອນຫຼັງຈາກສົງຄາມໃນຢູເຄຣນ ຫຼັງຈາກພວກຜູ້ຊື້ໃນສະຫະລັດ ແລະຢູໂຣບ ພາກັນບອຍຄອດບໍ່ຊື້ພະລັງງານຂອງຣັດເຊຍຫຼືໃຫ້ຄຳໝັ້ນສັນຍາທີ່ຈະຫຼຸດການຊື້ລົງໃນໄລຍະສອງສາມເດືອນຕໍ່ໜ້າ.
ຄວາມຕ້ອງການຂອງບັນດາປະເທດຈາກເຂດເອເຊຍ ໄດ້ຊ່ວຍຊົດເຊີຍການສູນເສຍຂອງຣັດເຊຍ ໂດຍສະເພາະພວກຜູ້ຊື້ຈາກຈີນ ແລະອິນເດຍ.
ອິນເດຍໄດ້ຊື້ນ້ຳມັນຈາກຣັດເຊຍເພີ້ມຂຶ້ນ 6 ເທົ່າ ແຕ່ເດືອນມີນາຫາພຶດສະພາ ປຽບທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ໃນຂະນະທີ່ການນຳເຂົ້າຂອງຈີນໃນໄລຍະດຽວກັນນັ້ນ ເພີ້ມຂຶ້ນ 3 ເທົ່າ ອີງການຂໍ້ມູນທີ່ມາຈາກການຄົ້ນຄວ້າຂອງບໍລິສັດພະລັງງານຣິສຕາດ.
ນັກວິເຄາະ ເວ ຈົງ ໂຮ ກ່າວວ່າ “ສຳລັບປັດຈຸບັນນີ້ ມັນເປັນເລື້ອງເສດຖະກິດແທ້ໆ ທີ່ໂຮງກັ່ນນ້ຳມັນຂອງອິນເດຍ ແລະຈີນນຳເຂົ້ານ້ຳມັນດິບທີ່ມີຕົ້ນຕໍ່ມາຈາກຣັດເຊຍ ໃນຂະນະທີ່ນ້ຳມັນເຫຼົ່ານັ້ນຖືກຫຼາຍ.”
ອີງຕາມລາຍງານຫຼ້າສຸດ ຂອງອົງການພະລັງງານລະຫວ່າງປະເທດ ກ່ຽວກັບເລື້ອງນ້ຳມັນຂອງໂລກແລ້ວ ອິນເດຍໄດ້ແຊງໜ້າເຢຍຣະມັນ ໃນໄລຍະ 2 ເດືອນຜ່ານມາ ເປັນປະເທດທີ່ນຳເຂົ້ານ້ຳມັນຈາກຣັດເຊຍຫຼາຍເປັນອັນດັບສອງ.
ຈີນເປັນຕະຫຼາດທີ່ນຳເຂົ້ານ້ຳມັນດິບໃຫຍ່ທີ່ສຸດຂອງຣັດເຊຍ ນັບແຕ່ປີ 2016 ເປັນຕົ້ນມາ.