ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກ ທີ່ໄດ້ຖືກຕຳ 3 ມື້ແລ້ວ ​ກຳ​ປັ່ນບັນທຸກ​ນ້ຳມັນ​ຂອງ​ອີຣ່ານ ກໍຍັງສືບຕໍ່ ຖືກເຜົາໄໝ້ຢູ່


ພາບຈາກເຈົ້າໜ້າທີ່ ຍາມຝັ່ງທະເລເກົາຫຼີ ໄດ້ສະແດງ
ໃຫ້ເຫັນກຳ​ປັ່ນບັນທຸກນ້ຳມັນຊານຈີ (Sanchi) ທີ່​ລົງ
ທະບຽນ​ຢູ່ໃນປະເທດ​ປາ​ນາມາ ກຳລັງຖືກໄຟໄໝ້ ຫຼັງຈາກ
ຕຳກັບເຮືອບັນທຸກທີ່​​ລົງທະບຽນ​ເປັນ​ຂອງ​ຮົງກົງ ໃນຝັ່ງປະເລຕາເວັນອອກຂອງ
ຈີນ, 7 ມັງກອນ 2018.
ພາບຈາກເຈົ້າໜ້າທີ່ ຍາມຝັ່ງທະເລເກົາຫຼີ ໄດ້ສະແດງ ໃຫ້ເຫັນກຳ​ປັ່ນບັນທຸກນ້ຳມັນຊານຈີ (Sanchi) ທີ່​ລົງ ທະບຽນ​ຢູ່ໃນປະເທດ​ປາ​ນາມາ ກຳລັງຖືກໄຟໄໝ້ ຫຼັງຈາກ ຕຳກັບເຮືອບັນທຸກທີ່​​ລົງທະບຽນ​ເປັນ​ຂອງ​ຮົງກົງ ໃນຝັ່ງປະເລຕາເວັນອອກຂອງ ຈີນ, 7 ມັງກອນ 2018.

​ກຳປັ່ນບັນທຸກ​ນ້ຳມັນ​ຂອງ​ອີຣ່ານ ​ແມ່ນ​ຍັງ​ສືບ​ຕໍ່​ເຜົາ​ໄໝ້ ​ໃນ​ທະ​ເລຈີນຕາ​ເວັນ​ອອກ​ ​
ໃນ​ວັນ​ອັງຄານ​ມື້​ນີ້ 3 ມື້ຫຼັງຈາກໄດ້ຕຳກັນ ກັບ​ກຳ​ປັ່ນຂົນສົ່ງ​ຂອງ​ຈີນລຳນຶ່ງ ​ໃນເຂດ​
ຝັ່ງ​ທະ​ເລກ້ຳຕາ​ເວັນ​ອອກ​ຂອງ​ຈີນ.

ກະຊວງ​ຂົນສົ່ງ​ຂອງ​ຈີນ​ ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ຄວາມ​ພະຍາຍາມຂອງ​ເຮືອ
ສຸກ​ເສີນ ​ທີ່ຈະ​ມອດ​ໄຟ ຊຶ່ງກຳລັງໄໝ້​ກຳ​ປັ່ນບັນທຸກນ້ຳມັນຊານ​ຈີ (Sanchi) ທີ່​ໄດ້​
ລົງທະບຽນ​ເປັນ​ຂອງ​ປາ​ນາມາ ແລະການຊອກ​ຄົ້ນ​ຫາພວກລູກເຮື​ອ ທີ່ຫາຍສາບູນ
ແມ່ນ​ໄດ້ຮັບອຸບປະສັກຍ້ອນ​ສະພາບ​ອາກາດ​ປັນປ່ວນໃນ​ທ້ອງ​ທະ​ເລ ທີ່​ຮວມທັງ
ລົມ​ແຮງ ​ແລະ​ຄື້ນ​ຟອງ​ ພ້ອມ​ທັງ​ອາຍ​ນ້ຳມັນຮົ່ວ​ທີ່ເປັນພິດ​ຈາກ​ກຳປັ່ນ​ບັນທຸກ
ນ້ຳມັນ​ນັ້ນ.

​ກອງ​ທັບ​ເຮືອຂອງຈີນ ​ເກົາຫຼີ​ໃຕ້​ ແລະສະຫະລັດ ​ໄດ້​ສົ່ງ​ກຳ​ປັ່ນ ​ແລະ​ເຮືອບິນ ​
ໄປ​ຊ່ອຍ​ໃນ​ການຊອກ​ຄົ້ນ​ຫາ​ລູກເຮືອ​ທີ່​ຫາຍສາບສູນ ​ໃນ​ເຂດ​ສະໝີ 900 ​ໄມ​ລ໌
ມົນທົນ​.

ກະຊວງ​ຂົນສົ່ງ ຍັງກ່າວ​ອີກ​ວ່າ ພວກ​ພະນັກງານ​ກູ້​ໄພ ​ໄດ້​ພົບ​ເຫັນ ສົບ​ທີ່​ບໍ່​ສາມາດ
​ລະບຸ​ໄດ້ຄົນນຶ່ງ ໃກ້ໆກັບ​ບ່ອນ​ທີ່​ຊາກ​ເຮືອ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ເຊື່ອ​ວ່າ ​ແມ່ນ​ນຶ່ງ​
ໃນພວກລູກ ເຮືອ 32 ຄົນ ທີ່​ຫາຍ​ສາບ​ສູນໄປນັ້ນ ຊຶ່ງ​ຮວມທັງ ຊາວ​ອີຣ່ານ 30 ຄົນ ​
ແລະ ຊາວ​ບັງ​ກລາ​ແດັສ ອີກ 2 ຄົນ.

​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ກ່າວໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ວ່າ ​ເຮືອ​ບັນທຸກ​ນ້ຳມັນ ​ແມ່ນ​ມີ​ຄວາມ​
ສ່ຽງ​ຕໍ່​ການ​ຈະລະ​ເບີດ ​ແລະ​ກໍ​ຈົມ​ລົງ ທ່າມກາງການ​ເຕືອນເຖິງຄວາມ​ເປັນ​ໄປ​ໄດ້
ຂອງໄພພິບັດ​ທາງດ້ານ​ສະພາບ​ແວດ​ລ້ອມ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG