ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອະນຸລັກນິຍົມ ຍົກເລີກ ການຊຸມນຸມ ເສລີພາບ ໃນການປາກເວົ້າ ທີ່ເມືອງ San Francisco


ແມ່ຍິງຄົນໜຶ່ງຍົກປ້າຍໃນທີ່ຊຸມນຸມໃນເມືອງ San Francisco, 25 ສິງຫາ, 2017.
ແມ່ຍິງຄົນໜຶ່ງຍົກປ້າຍໃນທີ່ຊຸມນຸມໃນເມືອງ San Francisco, 25 ສິງຫາ, 2017.

ບັນດາຜູ້ນຳຂອງພວກອະນຸລັກນິຍົມ ແລະ ກຸ່ມຕໍ່ຕ້ານລັດທິມາກຊິສ ທີ່ມີກຳນົດຈະຈັດ
ການຊຸມນຸມໃນຂົງເຂດອ່າວ San Francisco ນັ້ນ ໄດ້ຍົກເລີກກິດຈະກຳດັ່ງກ່າວ
ໃນວັນເສົາວານນີ້.

ທ້າວ Joey Gibson ຜູ້ກໍ່ຕັ້ງກຸ່ມຄົນຮັກຊາດ ຜູ້ອຸທິດຕົນ ໄດ້ປະກາດໃນວັນສຸກທີ່ຜ່ານ
ມາວ່າ ທຳອິດບັນດາຜູ້ປາໄສທັງຫຼາຍ ທີ່ມີກຳນົດວ່າຈະກ່າວຢູ່ສະໜາມ Crissy ໃນບໍລິ
ເວນສະອຸດທະຍານແຫ່ງຊາດ Presidio ຂອງເມືອງ San Francisco ນັ້ນ ຕອນນີ້ຈະ
ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ.

ຈະຕຸລັດ Alamo ທີ່ຖືກປະກາດ ວ່າເປັນສະຖານທີ່ຈັດກອງປະຊຸມຖະແຫຼງຂ່າວນັ້ນ,
ແມ່ນຕັ້ງຢູ່ໃນໃຈກາງຕົວເມືອງ ຫ່າງຈາກສວນສາທາລະນາແຄມອ່າວ ບ່ອນທີ່ການຊຸມ
ນຸມໄດ້ຖືກວາງແຜນໄວ້ກ່ອນໜ້ານີ້.

ເມື່ອລາວໄດ້ຍົກເລີກການຊຸມນຸມ ທີ່ເອີ້ນວ່າ “ເສລີພາບໃນການປາກເວົ້າ” ນັ້ນ, ທ້າວ
Gibson ໄດ້ເວົ້າວ່າ ຜູ້ຕິດຕາມຂອງລາວ ຈະເຂົ້າຮ່ວມໃນການຊຸມນຸມຕໍ່ຕ້ານລັດທິມາກ
ຊິສ ແທນຢູ່ໃນເມືອງ Berkeley ໃນວັນອາທິດມື້ນີ້, ແຕ່ຜູ້ຈັດງານຂອງການຊຸມນຸມນັ້ນ
ກໍໄດ້ປະກາດຍົກເລີກ ບໍ່ດົນໃນເວລາຕໍ່ມາ.

ທ້າວ Gibson ໄດ້ທຳການປະກາດໃນໜ້າ Facebook ຂອງກຸ່ມ. ລາວໄດ້ກ່າວວ່າ ບັນ
ດາຜູ້ນຳຂອງກຸ່ມ ໄດ້ປ່ຽນແຜນການຂອງເຂົາເຈົ້າຍ້ອນຢ້ານວ່າ ພວກປະທ້ວງທີ່ໃຊ້ກຳ
ລັງຈະສ້າງຄວາມວຸ້ນວາຍໃນການຊຸມນຸມ. ລາວຍັງກ່າວວ່າ ຜູ້ກ່າວຄຳປາໄສ ແລະ ນັກ
ດົນຕີທັງຫຼາຍ ທີ່ຫວັງວ່າຈະປາກົດຕົວໃນການຊຸມນຸມນັ້ນ ໄດ້ຖືກກໍ່ກວນ.

ທ້າວ Will Johnson ຜູ້ຈັດງານອີກຄົນໜຶ່ງ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຂອງເມືອງ
ກ່າວປະນາມພວກປະທ້ວງຕໍ່ຕ້ານ, ໂດຍກ່າວວ່າ “ເຂົາເຈົ້າເປັນຜູ້ນຳເອົາຄວາມຮຸນແຮງ
ມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG