ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາຍາດບໍລິສັດ ຊຳຊຸງ ຖືກປ່ອຍຕົວ ອອກຈາກຄຸກ


ຮອງປະທານບໍລິສັດ ຊາມຊຸງ ອີເລັກໂທຣນິກສ໌ ອີ ແຈ ຢອງ, ຊ້າຍ, ກຽມຂຶ້ນລົດຄັນນຶ່ງຫຼັງຈາກການຮັບຟັງຄຳພິພາກສາ ຢູ່ສານເຂດໃຈກາງນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. 25 ສິງຫາ, 2017 in Seoul.
ຮອງປະທານບໍລິສັດ ຊາມຊຸງ ອີເລັກໂທຣນິກສ໌ ອີ ແຈ ຢອງ, ຊ້າຍ, ກຽມຂຶ້ນລົດຄັນນຶ່ງຫຼັງຈາກການຮັບຟັງຄຳພິພາກສາ ຢູ່ສານເຂດໃຈກາງນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. 25 ສິງຫາ, 2017 in Seoul.

ໃນວັນຈັນມື້ນີ້ ສານອຸທອນແຫ່ງນຶ່ງຂອງເກົາຫຼີໃຕ້ ໄດ້ຍົກເລີກ ຄຳຕັດສິນລົງໂທດຈຳ
ຄຸກ ຕໍ່ເສດຖີພັນລ້ານ ທີ່ເປັນທາຍາດຂອງບໍລິສັດ ຊາມຊຸງ ອີເລັກໂທຣນິກສ໌ ທ່ານ
ອີ ແຈ-ຢອງ ແລະ ໄດ້ສັ່ງໃຫ້ປ່ອຍໂຕຜູ້ກ່ຽວອອກຈາກຄຸກ ໃນທັນທີ.

ສານນະຄອນຫຼວງໂຊລ ໄດ້ຕັດສິນລົງໂທດ ທ່ານ ອີ ອາຍຸ 49 ປີ ໃນເດືອນສິງຫາ ໃຫ້
ຈຳຄຸກ 5 ປີ ຖານໃຫ້ສິນບົນ ທີ່ກ່ຽວພັນກັບເລື່ອງນອງນັນ ທີ່ໄດ້ເຮັດໃຫ້ທ່ານນາງ ປາກ
ກຶ່ນ ເຮ ອະດີດປະທານາທິບໍດີຂອງປະເທດ ຖືກໂຄ່ນລົ່ມ.

ສານອຸທອນດັ່ງກ່າວ ໃນວັນຈັນມື້ນີ້ ໄດ້ຍົກເລີກ ຄຳຕັດສິນຂອງສານຫຼາຍປະການ
ແລະ ໄດ້ຫລຸດຜ່ອນໂທດ ໂດຍໃຫ້ຝາກໂທດເປັນເວລາເຫຼືອຢູ່ 2 ປີ ເຄິ່ງ ນັ້ນ.

ສ່ວນຜູ້ບໍລິຫານຂອງບໍລິສັດ ຊາມຊຸງ ອີກສີ່ຄົນ ທີ່ສານໄດ້ພົບເຫັນວ່າມີຄວາມຜິດ ພ້ອມ
ກັນກັບ ທ່ານ ອີ ກໍໄດ້ຮັບການຫລຸດຜ່ອນໂທດເຊັ່ນກັນ ໂດຍທີ່ສອງຄົນຜູ້ທີ່ໄດ້ຖືກຕັດສິນ
ລົງໂທດຈຳຄຸກ ທີ່ຄ້າຍຄືກັນນັ້ນ ກໍໄດ້ຮັບການຍົກເລີກໂທດຈຳຄຸກຂອງພວກເຂົາເຈົ້າ
ນຳດ້ວຍ.

ຄະດີນີ້ ໄດ້ສຸມໃສ່ເລື່ອງການຊຳລະເງິນ ຂອງບໍລິສັດຊາມຊຸງ ທີ່ໄດ້ຈ່າຍໃຫ້ແກ່ນາງ
ຈອຍ ຊູນ ຊີລ ເພື່ອນລັບຂອງທ່ານນາງປາຣກ ເຊິ່ງບັນດາໄອຍະການ ໄດ້ໂຕ້ຖຽງວ່າ
ພວກເຂົາມີຈຸດປະສົງໃຫ້ສິນບົນ ເພື່ອຈະໄດ້ຮັບສິດທິພິເສດ ຈາກລັດຖະບານ.

ທ່ານ ອີີ ໃຫ້ການວ່າ ທ່ານບໍ່ມີຄວາມຜິດ ຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ທ່ານໃຊ້ທຶນຂອງບໍລິ
ສັດຊາມຊຸງ ເພື່ອໃຫ້ສິນບົນແກ່ທ່ານນາງ ປາກ.

ທ່ານຍັງໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນຂໍ້ຫາອື່ນໆ ທີ່ລວມທັງ ການຍັກຍອກຊັບ
ການຟອກເງິນ ການນຳເອົາຊັບສິນໄປເຊື່ອງໄວ້ ໃນຕ່າງປະເທດ ແລະ ການໃຫ້ຄຳເທັດ
ຕໍ່ສະພາ.

ບັນດາໄອຍະການທັງຫຼາຍພວມຊອກຫາຊ່ອງທາງທີ່ຈະຟ້ອງຮ້ອງ ທ່ານ ອີ ໃຫ້ຖືກໂທດ
ຈຳຄຸກໄລຍະ 12 ປີ ຢູ່ທີ່ສານອຸທອນ. ຄຳຕັດສິນຂອງສານອຸທອນ ຄາດກັນວ່າ ຈະຖືກ
ນຳຂຶ້ນໄປຫາສານສູງສຸດຂອງປະເທດ.

XS
SM
MD
LG