ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຊາແມນຕ້າ ແວງ ດຳລົງຕຳແໜ່ງສະມາຊິກສະພາຕໍ່າ ລັດ ມິນເນໂຊຕ້າ ເປັນສະໄໝທີສາມ


ທ່ານນາງ ຊາແມນຕ້າ ແວງ ເຮັດວຽກເປັນ​ສະ​ມາ​ຊິກສະພາ​ຕ່ຳ ລັດ ມິນເນໂຊຕ້າ
ທ່ານນາງ ຊາແມນຕ້າ ແວງ ເຮັດວຽກເປັນ​ສະ​ມາ​ຊິກສະພາ​ຕ່ຳ ລັດ ມິນເນໂຊຕ້າ

ເມື່ອວັນທີ 3​ ມັງກອນທີ່ຜ່ານມາ, ທ່ານນາງ ຊາແມນຕ້າ ແວງ ໄດ້ສາບານຕົວ ເຂົ້າດຳລົງຕຳແໜ່ງສະມາຊິກສະພາຕໍ່າລັດມິນເນໂຊຕ້າສະໄໝທີສາມຢ່າງ ເປັນທາງການ. ທ່ານນາງແມ່ນນຶ່ງໃນແມ່ຍິງມົ້ງສອງຄົນທີ່ເປັນສະມາຊິກສະພາ ຕໍ່າໃນລັດມິນເນໂຊຕ້າ. ໃນການດຳລົງຕຳແໜ່ງສະໄໝນີ້ ທ່ານນາງມີບູລິມະສິດ ຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນໃນລັດ ມິນເນໂຊຕ້າ. ພຸດທະສອນ ມີລາຍ ງານມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານນາງ ຊາແມນຕ້າ ໄດ້ແຂ່ງຂັນກັບທ່ານ ໂຣເບີດ ມາວິນ ໃນການເລືອກ ຕັ້ງກາງສະໄໝເມື່ອເດືອນພະຈິກ 2022 ແລະ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ດ້ວຍຄະແນນສຽງ 7,753 ຕໍ່ 2,892 ຄະແນນ ຫຼື 72.7 ຕໍ່ 27.1 ເປີເຊັນ. ທ່ານນາງເປັນຕົວແທນໃຫ້ເຂດ 38B, ເຊິ່ງແມ່ນເຂດ Brooklyn Center ແລະ Brooklyn Park.

ການຖືກເລືອກດຳລົງຕຳແໜ່ງອີກນຶ່ງສະໄໝນີ້ແມ່ນມີຄວາມສຳຄັນຫຼາຍສຳລັບ ທ່ານນາງ ຊາແມນຕ້າ ແລະ ຊຸມຊົນຊາວມົ້ງທີ່ອາໄສຢູ່ໃນເຂດດັ່ງກ່າວ, ເຊິ່ງ ທ່ານນາງໄດ້ຮັບໃຊ້ ຊ່ວຍເຫຼືອມານັບຕັ້ງແຕ່ໄດ້ເຂົ້າຮັບຕຳແໜ່ງທຳອິດ ໃນປີ 2018.

“ຊຸມຊົນຊາວມົ້ງແມ່ນໄດ້ມາຢູ່ທີ່ນີ້ພຽງແຕ່ 40 ປີແຕ່ພວກເຮົາບໍ່ເຄີຍມີຜູ້ແທນໃນ ການເມືອງຫຼັກ. ແລະ ສະນັ້ນເວລາທີ່ຂ້າພະເຈົ້າຖືກເລືອກຮັບຕຳແໜ່ງ ໃນປີ 2018, ​ມັນມີຄວາມໝາຍຫຼາຍ, ທີ່ໄດ້ເປັນບໍ່ພຽງແຕ່ແມ່ຍິງສີຜິວອື່ນເທົ່ານັ້ນແຕ່ ຍັງເປັນລູກຂອງອົບພະຍົບຊາວມົ້ງທີ່ໄດ້ເປັນຜູ້ແທນ ເພາະວ່າພວກເຮົາແມ່ນ ສ່ວນນຶ່ງຂອງປະຫວັດສາດ ແລະ ອະນາຄົດຂອງລັດມິນເນໂຊຕ້າ. ມັນມີ ຄວາມໝາຍຫຼາຍທີ່ໄດ້ເປັນຄົນອາເມຣິກັນເຊື້ອສາຍມົ້ງ ເພາະວ່າຫຼາຍຄັ້ງພວກ ເຮົາມັກຖືກມອງຂ້າມໃນຊຸມຊົນຂອງພວກເຮົາ, ແຕ່ມັນມີຫຼາຍກວ່ານັ້ນທີ່ພວກ ເຮົາໄດ້ປະກອບສ່ວນເຂົ້າໃນລັດ”.

ໃນການເລືອກຕັ້ງຄັ້ງນີ້ການໂຄສະນາຫາສຽງຂອງທ່ານນາງ ຊາແມນຕ້າ ໄດ້ ຮັບເງິນປະກອບສ່ວນ 31,912 ໂດລາ ແລະ ໄດ້ໃຊ້ຈ່າຍໄປ 17,689 ໂດລາ, ເຊິ່ງໄດ້ມາຫຼາຍກວ່າ ແລະ ໃຊ້ຈ່າຍໜ້ອຍກວ່າ ການເລືອກຕັ້ງຄັ້ງທີ່ຜ່ານມາ. ໃນການໂຄສະນາຫາສຽງນັ້ນທ່ານນາງໄດ້ສັນຍາທີ່ຈະຊ່ວຍເຫຼືອປະຊາຊົນຫຼາຍຢ່າງ, ນັບຈາກການທຶນຊ່ວຍເຫຼືອໂຮງຮຽນ, ການປັບປຸງການເບິ່ງແຍງສຸຂະ ພາບ, ສະຫວັດດີການຂອງປະຊາຊົນໃນລັດ ແລະ ສິດທິຂອງແມ່ຍິງ.

“ໃນຖານະເປັນແມ່ຍິງຂ້າພະເຈົ້າເຊື່ອວ່າແມ່ຍິງມີສິດທີ່ຈະຮູ້ຄວາມຈິງໃນຮ່າງ ກາຍຂອງພວກເຮົາ ເພາະວ່າສິດທິໃນການຈະເລີນພັນແມ່ນສຳຄັນແລະ ຄວາມ ຈຳເປັນພື້ນຖານຄືປະກັນສຸຂະພາບລາຄາຖືກ, ການເບິ່ງແຍກລູກ ລາຄາຖືກທີ່ວ່ານີ້ແມ່ນສິ່ງທີ່ຈະຊ່ວຍເຫຼືອ ແລະ ສະໜັບສະໜູນຊາວ ມິເນໂຊຕ້າ ທຸກໆວັນ. ຂ້າພະເຈົ້າຕື່ນເຕັ້ນທີ່ຈະສືບຕໍ່ເຮັດວຽກ ໃນບູລິມະສິດນັ້ນ.”

ເຂດ Brooklyn Center ແລະ Brooklyn Park ເປັນນຶ່ງໃນບໍ່ເທົ່າໃດເຂດ ທີ່ມີຄົນເຊື້ອສາຍຕ່າງປະເທດຫຼາຍກວ່າໝູ່. ທ່ານນາງເວົ້າວ່າ ຫຼາຍກວ່າ 20 ເປີເຊັນແມ່ນຄົນ ເຊື້ອສາຍເອເຊຍ ແລະ ຈຳນວນຫຼາຍແມ່ນຄົນເອເຊຍຕາເວັນ ອອກສຽງໃຕ້, ມີປະຊາກອນມົ້ງລາວຂະໜາດໃຫຍ່ ແລະ ມີປະຊາກອນ ຜູ້ຍົກຍ້າຍຖິ່ນຖານຂະໜາດໃຫຍ່ດ້ວຍ.

ສະມາຊິກສະພາລັດມີໜ້າທີ່ແຕກຕ່າງຈາກສະມາຊິກສະພາ ສະຫະລັດ. ສ່ວນ ໃຫຍ່ເຂົາເຈົ້າຈະເຮັດວຽກ ເພື່ອຮັບໃຊ້ແຕ່ປະຊາຊົນໃນທ້ອງຖິ່ນເທົ່ານັ້ນ, ແລະ ຈະບໍ່ໄດ້ເຮັດວຽກ ກ່ຽວກັບ ກິດຈະການຕ່າງປະເທດ. ສະນັ້ນ ເມື່ອພວກເຮົາ ຖາມທ່ານນາງ ກ່ຽວກັບ ການຊ່ວຍເຫຼືອຊາວມົ້ງ ແລະ ລາວຢູ່ໃນປະເທດລາວ ນັ້ນ, ທ່ານນາງໄດ້ກ່າວວ່າ

“ບົດບາດຂອງຂ້າພະເຈົ້າແມ່ນມີແຕ່ຄຸ້ມຄອງຢູ່ໃນທົ່ວລັດມິນເນໂຊຕ້າ, ສະນັ້ນ ບົດບາດຂອງພະເຈົ້າແມ່ນມີແຕ່ຢູ່ພາຍໃນເຂດອຳນາດລັດນັ້ນ. ຂ້າພະເຈົ້າຫວັງ ວ່າພວກເຮົາມີສາຍພົວພັນກັບລັດຖະບານກາງກັບສະມາຊິກສະພາຍິງ ແລະ ສະມາຊິກສະພາຊາຍຜູ້ທີ່ເຮັດວຽກຢູ່ນະຄອນຫຼວງວໍຊິງຕັນ. ໃນຖານະເປັນເຈົ້າ ໜ້າທີ່ໆຖືກເລືອກຕັ້ງ ມັນແມ່ນໜ້າທີ່ຂອງພວກເຮົາທີ່ຈະມີສາຍພົວພັນໃນທ້ອງ ຖິ່ນ ແລະ ເຂດທີ່ຮັບຜິດຊອບ. ແຕ່ຂ້າພະເຈົ້າຍິນດີທີ່ຈະມີສາຍພົວພັນນັ້ນແຕ່ ໃນບົດບາດທີ່ສະເພາະເຈາະຈົງໃນຖານະເປັນສະມາຊິກສະພາຕໍ່າລັດນັ້ນ ຂ້າ ພະເຈົ້າຈະມີແຕ່ອຳນາດໃນລັດຖະບານລັດມິນເນໂຊຕ້າເທົ່ານັ້ນ.”

ຕຳແໜ່ງຂອງທ່ານນາງ ຊາແມນຕ້າ ສະໄໝນຶ່ງແມ່ນມີສອງປີ, ຫຼັງຈາກຄົບກຳ ນົດແລ້ວ ທ່ານນາງຕ້ອງໄດ້ລົງແຂ່ງຂັນໃນການເລືອກຕັ້ງອີກ.

XS
SM
MD
LG