ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຊາ​ແມນ​ທາ ວາງ ​ຊະນະການເລືອກຕັ້ງເປັນສະມາຊິກສະພາຕໍ່າ ປະຈໍາລັດມິນເນໂຊຕາ ສະໄໝທີ ​3


ທ່ານ​ນາງ ຊາແມນ​ທາ ວາງ (ຊຸດພື້ນເມືອງ​ເຜົ່າມົ້ງ) ໃນວັນສາມບານຕົວເຂົ້າຮັບຕໍາແໜ່ງ ສະມາຊິກສະພາຕໍ່າລັດມິນເນໂຊຕາ ເມື່ອເດືອນມັງກອນ​ປີ 2019
ທ່ານ​ນາງ ຊາແມນ​ທາ ວາງ (ຊຸດພື້ນເມືອງ​ເຜົ່າມົ້ງ) ໃນວັນສາມບານຕົວເຂົ້າຮັບຕໍາແໜ່ງ ສະມາຊິກສະພາຕໍ່າລັດມິນເນໂຊຕາ ເມື່ອເດືອນມັງກອນ​ປີ 2019

ທ່ານ​ນາງ​ຊາ​ແມນ​ທາ ວາງ ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ​ປະ​ຈຳ​ລັດ​ມິນ​ເນ​ໂຊ​ຕາ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ເປັນ​ສະ​ໄໝ​ທີ​ສາມ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ເມື່ອວັນ​ທີ 8 ພະ​ຈິກປີ 2022 ວານນີ້ ຊຶ່ງ​ທ່ານ​ນາງ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ນາງວ່າ:

"ຂ້າ​ພະ​ເຈົ້າ​ອີກ​ເທື່ອ​ນຶ່ງ ຮູ້​ສຶກ​ເປັນ​ກຽດ​ທີ່​ໄດ້​ຖືກ​ຮັບ​ເລືອກຄືນ​ອີກ ແລະ​ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ດີ​ໃຈ ແລະ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ເມືອງ​ຂອງ​ຂ້າ​ພະ​ເຈົ້າ ເຂດ​ເລືອກ​ຕັ້ງ​ຂອງ​ຂ້າ​ພ​ະ​ເຈົ້າ ໃນ​ໄລ​ຍະ​ສອງ​ປີ​ຕໍ່​ໜ້າ."

ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ບັດ​ງານ ​ໃນ​ສະ​ໄໝ​ທີ​ສາມ​ ຂອງ​ທ່ານ​ນາງນັ້ນ ທ່ານ​ນາງວາງ ໄດ້​ເວົ້າ​ເຖິງ​ໂຄງ​ການ​ຫຼາຍໆ​ຢ່າງ ທີ່ພໍ​ສະ​ຫລຸບ​ໄດ້​ດັ່ງ​ນີ້:

"ຂ້າ​ພະ​ເຈົ້າ​ຢາກ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່​ບູ​ລິ​ມ​ມະ​ສິດ​ຂອງ​ຂ້າ​ພ​ະ​ເຈົ້າ ຄື​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ທຸກໆ​ຄອບ​ຄົວ ຮັບ​ມື​ກັບ​ບັນ​ຫາ​ທ້າ​ທາຍ​ໃນ​ແຕ່​ລະ​ມື້ ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ພວກ​ເຮົາ​ໄດ້​ຟື້ນ​ໂຕ​ຄືນ​ຈາກ​ໂຣກ​ລະ​ບາດ ແລະ​ພວກ​ເຮົາ​ຍັງ​ຈະ​ເບິ່ງ​ໄປ​ຂ້າງ​ໜ້າ ໃນ​ການ​ລົງ​ທຶນ​ໃສ່​ພວກ​ເດັກ​ນ້ອຍ​ຂອງ​ພວກ​ເຮົາ ໃສ່​ໂຮງ​ຮຽນ​ຂອງ​ພວກ​ເຮົາ ເຮັດ​ວຽກ​ໃນ​ການ​ປັບ​ໂຕ​ໃສ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ນັ້ນ​ຄື​ບູ​ລິ​ມະ​ສິດ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ຂ້າ​ພະ​ເຈົ້າ."

​ສະ​ມາ​ຊິກ​ສະ​ພາ​ຕ່ຳວາງ ໄດ້​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທຳ​ອິດ ເມື່ອ​ປີ 2018 ​ສະ​ໄໝ​ທີ​ສອງ​ ໃນ​ປີ 2020 ແລະ​ສະ​ໄໝ​ທີ​ສາມ ​ຈາກເຂດ​ເລືອກ​ຕັ້ງ 38B ໃນ​ວັນ​ອັງ​ຄານວານນີ້.

XS
SM
MD
LG