ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງວາງ, ຄົນອາເມຣິກັນ ເຊື້ອສາຍລາວເຜົ່າມົ້ງ ຊະນະການເລືອກຕັ້ງ ໃຫ້ເປັນສະມາຊິກສະພາຕໍ່າ ປະຈໍາລັດ ມິນເນໂຊຕາ ສະໄໝທີ 2


ທ.ນ. ຊາແມນທາ ວາງ (ຊຸດພື້ນເມືອງມົ້ງ) ໃນວັນສາມບານຕົວເຂົ້າຮັບຕໍາແໜ່ງສະມາຊິກສະພາຕໍ່າລັດມິນເນໂຊຕາ, ເດືອນມັງກອກ 2019
ທ.ນ. ຊາແມນທາ ວາງ (ຊຸດພື້ນເມືອງມົ້ງ) ໃນວັນສາມບານຕົວເຂົ້າຮັບຕໍາແໜ່ງສະມາຊິກສະພາຕໍ່າລັດມິນເນໂຊຕາ, ເດືອນມັງກອກ 2019

ຂະນະທີ່ຊາວໂລກພວມລໍຄອຍຖ້າຟັງຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດຢູ່ນີ້ ທ່ານນາງ ຊາແມນທາ ວາງ (Samantha Vang) ທີ່ສັງກັດພັກເດໂມແຄຣັດ ກໍໄດ້ຊະນະການເລືອກຕັ້ງ ເພື່ອໃຫ້ດໍາລົງຕໍາແໜ່ງເປັນສະມາຊິກສະ ພາຕ່ຳປະຈໍາລັດມິນເນໂຊຕ້າຕື່ມອີກເປັນສະໄໝທີ 2 ໂດຍໄດ້ຮັບຄະແນນ 63 ເປີເຊັນ ຂອງການລົງຄະແນນສຽງທັງໝົດໃນເຂດເລືອກຕັ້ງທີ 40B. ແມ່ຍິງອາເມຣິກັນເຊື້ອສາຍລາວເຜົ່າມົ້ງ ໄວສາມສິບກວ່າປີຜູ້ນີ້ບອກວ່າ ບູລິມະສິດຕົ້ນຕໍໃນນະໂຍບາຍຂອງທ່ານນາງນັບແຕ່ຖືກເລືອກຕັ້ງ ໃຫ້ເປັນສະມາຊິກສະພາຕໍ່າ ປະຈໍາລັດດັ່ງກ່າວໃນປີ 2018 ເປັນຕົ້ນມາ ແມ່ນສົ່ງເສີມການສຶກສາ ຂອງປະຊາ ຊົນຢູ່ໃນເຂດເລືອກຕັ້ງຂອງທ່ານນາງ ເພື່ອໃຫ້ກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງແລະໜຽວແໜ້ນ. ປັດຈຸບັນນີ້ບູລິມະສິດລວມ ແລະສູງສຸດກໍຄືຊ່ວຍເຫລືອ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19. ທ່ານນາງ ກ່າວ ຕໍ່ວີໂອເອ ດັ່ງນີ້:

“ບູລິມະສິດສູງສຸດຂອງຂ້າພະເຈົ້າ ແນ່ນອນແມ່ນການເບິ່ງແຍງຄົນໃນລັດ ແລະ ຄົນໃນເຂດເລືອກຕັ້ງຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ເຮັດໃຫ້ຫລາຍໆ ຄອບຄົວ ກໍາລັງໄດ້ຮັບຄວາມ ເດືອດຮ້ອນ. ມີຫລາຍຄອບຄົວປະສົບກັບຄວາມຫຍຸ້ງຍາກປະເພດໃດປະເພດນຶ່ງ ເພາະການລະບາດຂອງໂຄວິດ-19 ເຮັດໃຫ້ເຂົາເຈົ້າສູນເສຍວຽກເຮັດງານທໍາ. ຂ້າພະເຈົ້າຄິດວ່າ ໂຄວິດ-19 ມີຜົນກະທົບຕໍ່ທຸກໆ ປະຊາຄົມບໍ່ວ່າຈະເປັນຊາວ ມົ້ງ ຫລືຊາວຜິວຂາວກໍຕາມ. ທຸກຄົນທີ່ພວກເຮົາຮູ້ຈະເປັນໝູ່ເພື່ອນບໍ ຫລື ເປັນ ຄົນໃນຄອບຄົວ ກໍມັກຈະເປັນຜູ້ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ທັງນັ້ນ. ອັນນີ້ ແມ່ນເຮັດໃຫ້ຫລາຍໆ ປະຊາຄົມພົບກັບຄວາມລໍາບາກ, ໂດຍສະເພາະແມ່ນ ປະຊາຄົມອາເມຣິກັນເຊື້ອສາຍເອເຊຍ. ໂດຍສະເພາະແລ້ວ ກໍແມ່ນໃນເມື່ອວ່າ ວັດ ທະນະທໍາຂອງພວກເຮົາ ແມ່ນຢູ່ໃກ້ກັນກັບຄອບຄົວ ຢູ່ໃກ້ກັບຜູ້ເຖົ້າຜູ້ແກ່.”

ເມື່ອຖາມເຖິງຄວາມຮູ້ສຶກຂອງທ່ານນາງກ່ຽວກັບຜົນການນັບຄະແນນທີ່ຍັງບໍ່ເປັນທາງການທີ່ສະແດງໃຫ້ເຫັນວ່າອະດີດຮອງປະທານາທິບໍດີ ໂຈ ໄບເດັນຈາກພັກເດ ໂມແຄຣັດ, ຂູ່ແຂ່ງຂອງປະທານາທິບໍດີດໍໂນລ ທຣໍາ ແມ່ນໄດ້ໄຊຊະນະໄປ ນັ້ນ ທ່ານນາງຕອບວ່າ:

“ທ່ານໄບເດັນຊະນະໃນລັດມິນເນໂຊຕາ. ມິນເນໂຊຕາເປັນລັດນຶ່ງທີ່ມີການຍາດ ແຍ່ງກັນ ໃນເຂດຕາເວັກຕົກຕອນກາງຂອງປະເທດ. ປະທານາທິບໍດີທຣໍາ ແລະ ທ່ານໂຈ ໄບເດັນ ພາກັນໂຄສະນາຫາສຽງຢ່າງໜັກຢູ່ໃນມິນເນໂຊຕາ ແລະວິສ ຄອນຊິນ. ສະນັ້ນຜົນປາກົດອອກມາ ແມ່ນທ່ານໄບເດັນຊະນະໃນລັດມິນເນໂຊ ຕາ ແລະພວກເຮົາກໍາລັງລໍຖ້າຜົນຢ່າງເປັນທາງການຢູ່. ມີອີກຫລາຍລັດຍັງນັບ ບັດລົງຄະແນນສຽງຂອງເຂົາເຈົ້າຢູ່. ຖ້າຈະເວົ້າແລ້ວມັນອາດຈະໃຊ້ເວລາ ອີກ ຫລາຍມື້ ເພື່ອຈະຮູ້ຜົນໄດ້. ແຕ່ວ່າຂ້າພະເຈົ້າມີຄວາມເຊື່ອຫລາຍວ່າ ພວກເຮົາ ກໍາລັງເດີນໄປໃນທາງທີ່ດີຢູ່.”

ນອກຈາກທ່ານນາງວາງແລ້ວ ກໍມີຊາວອາເມຣິກັນເຊື້ອສາຍລາວເຜົ່າມົ້ງ ທີ່ລົງ ແຂ່ງຂັນໃຫ້ຖືກເລືອກຕັ້ງເປັນສະມາຊິກສະພາປະຈຳລັດນັ້ນອີກ 5 ທ່ານ ຊຶ່ງ ສ່ວນໃຫຍ່ແລ້ວ ກໍແມ່ນສັງກັດພັກເດໂມແຄຣັດ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດ

Read the Summary this News in English

Lao Hmong-American Representative is Re-elected in MN

With 63% of the total votes, Samantha Vang, a Lao Hmong-American state house representative won her re-election for the second term in 40B district of Minnesota. A young state house representative said that “The promotion of education that will empower my constituents and increase the community’s resilience is always my priority; but currently, taking care of people in my state and district in coping with Covid-19 pandemic effects, including education, is my first and foremost priority.” Ms. Vang is one of six candidates of Hmong decent seeking, mostly democrats, to be re-elected as Minnesota state law makers.

XS
SM
MD
LG