ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Sam Smith ໄດ້ຮັບ ລາງວັນ Grammy ປີທີ 57 ຫລາຍທີ່ສຸດ


ນັກ​ຮ້ອງ​ຊາວ​ອັງກິດ ທ້າວ Sam Smith ​ເປັນ​ຜູ້​ຄອບ​ງຳ​ພິທີ​ມອບ
ລາງວັ​ນ Grammy ຂອງວົງ​ການອຸດສາຫະກຳ​ດົນຕີ​ສະຫະລັດ ​ ​
ໃນ​ວັນ​ອາທິດ​ວານ​ນີ້ ຢູ່​ທີ່ນະຄອນ Los Angeles ລັດ California
​ໂດຍ​ຍາດ​ເອົາ​ລາງວັນ​ໄປໄດ້ ​ຫລາຍ​ກ່ວາ​ໝູ່.

​ເພງ​ທຳນອງໂຊ​ລ ທີ່ຊື່ວ່າ Stay With Me ຂອງ​ຜູ້ກ່ຽວ ໄດ້ຮັບ
ລາງວັນ ​ແຜ່ນສຽງ​ເດັ່ນປະຈຳ​ປີ ຫຼື Record of the Year ​ແລະ
​ເພງ ​ເດັ່ນ​ປະຈຳ​ປີ ຫຼື Song of the Year. ທ້າວ Smith ຍັງ​ໄດ້
​ຮັບລາງວັນ ສິນລະປິນໃໝ່​ທີ່​ດີ​ເດັ່ນ ​ແລະລວມ​ເພງຊຸດ In the
Lonely Hour ​ຂອງ​ລາວ ກໍໄດ້​ຮັບ​ລາງວັນ​ ອາ​ລະ​ບ້ຳປະ​ເພດ
ສຽງທຳນອງ​ພ໊ອບ ທີ່​ດີ​ເດັ່ນອີກ​ດ້ວຍ.

ທ້າວ Smith ​ໄວ 22 ປີ ກ່າວ ​ໃນ​ເວລາຮັບ​ເອົາ​ລາງວັນ ແຜ່ນສຽງ
​ດີ​ເດັ່ນປະຈຳ​ປີ ວ່າ“ຂ້າພະ​ເຈົ້າຢາກ​ຂໍ​ຂອບ​ໃຈ​ຜູ້​ຊາຍ ​ຄົນທີ່​
ເພງນີ້​ເວົ້າເຖິງ ຜູ້​ທີ່​ຂ້າພະ​ເຈົ້າຫລົງ​ຮັກ​ໃນ​ປີ​ກາຍ​ນີ້. ຂອບ​ໃຈ
ຫຼາຍໆ ທີ່​ຫັກ​ອົກຂ້ອຍ ​ເພາະວ່າເຈົ້າ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ລາງ
ວັນ​ Grammy ​ເຖິງ 4 ລາງວັນ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ Sam Smith ສູນ​ເສຍ​ລາງວັນ ອາ​ລະ​ບ້ຳເດັ່ນທີ່​ສຸດ ​ໃຫ້ແກ່ ຊຸດ​ເພງ​ Morning Phase ຂອງ Beck ​ນັກ​ຮ້ອງທຳ ນອງຣ໊ອກ ທີ່​ໄດ້​ຮັບ​ລາງວັນ ອາ​ລະ​ບ້ຳ​ເພງ​ທຳນອງ​ຮ໊ອກທີ່​ເດັ່ນ​ສຸດ​ເຊັ່ນ​ກັນ.

ນັກ​ຮ້ອງ​ສາວ Beyonce ​ໄດ້​ຮັບສາມ​ລາງວັນ ອັນ​ຮວມທັງ ​ເພງເດັ່ນ​ທຳນອງ rhythm and blues ລາງວັນ​ວີ​ດີ​ໂອ​ດີ​ເດັ່ນ​ປະ​ເພດ​ຍິງ​.

ອີກ​ສອງ​ຄົນ​ທີ່​ໄດ້​ຮັບ​ສາມ​ລາງວັນ ກໍ​ມີ Pharrell Williams ນັກ​ຮ້ອງ​ທຳນອງ rap ກັບ Roseanne Cash ນັກ​ຮ້ອງ​ສາວລູກ​ທົ່ງ.

GRAMMY AWARDS VIDEO
please wait
Embed

No media source currently available

0:00 0:01:17 0:00

ຟັງລາຍງານ ຂອງຜູ້ສື່ຂ່າວວີໂອເອ Ray McDonal ກ່ຽວກັບງານມອບລາງວັນ Grammy

VOA One: Grammy Podcast
please wait

No media source currently available

0:00 0:09:32 0:00
ລິງໂດຍກົງ

XS
SM
MD
LG