ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກູ້ໄພ​ ​ພະຍາຍາມ ​ຊ່ວຍ​ໃຫ້ ​​ເຮືອ​ນໍາ​ທ່ຽວ ທີ່ຫລົ້ມແລ້ວ ​ຕັ້ງຂື້ນ​​ (ສະ​ໄລ​ດ໌)


ເຮືອນໍາທ່ຽວ Costa Condordia ທີ່ຫລົ້ມໃນປີ 2012 ກໍາລັງຖືກ ຊ່ວຍໃຫ້ປີ້ນຂື້ນຄືນມາໃໝ່
ເຮືອນໍາທ່ຽວ Costa Condordia ທີ່ຫລົ້ມໃນປີ 2012 ກໍາລັງຖືກ ຊ່ວຍໃຫ້ປີ້ນຂື້ນຄືນມາໃໝ່
ພວກ​ພະນັກງານ​ເກັບ​ກູ້ ​ໄດ້​ເລີ້ມ​ພາກັນ​ພະຍາຍາມ ​ເອົາເຮືອ​ນໍາ​
ທ່ຽວ Costa Concordia ​ຕັ້ງ​ຂື້ນ​ມາ​ຄືນ ຫລັງ​ຈາກ​ໄດ້​ແລ່ນ​ຕໍາ​
ເອົາ​ກ້ອນ​ຫີນ 20 ​ເດືອນ​ກ່ອນ​ຢູ່​ນອກ​ຝັ່ງ​ທະ​ເລ ອີ​ຕາ​ລີ.

​ເຮືອດັ່ງກ່າວ​ໄດ້​ຂວ້າມ​ຫງ່ຽງ​ຢູ່​ໃນ​ນໍ້າ ​ໃກ້​ກັບ​ເກາະ Giglio ຕັ້​ງ​
ແຕ່​ເດືອນ ມັງກອນ ປີ 2012 ຕິດ​ຕາມດ້ວຍ​ອຸປະຕິ​ເຫດທີ່​ເຮັດ​ໃຫ້
32 ຄົນ​ເສຍ​ຊີວິດ ຂອງ​ຜູ້​ໂດຍສານ​ທັງ​ໝົດ 4,200 ຄົນ​ທີ່ຢູ່​ໃນ​ເຮືອ.

ພວກ​ພະນັກງານ ​ໄດ້​ເລີ້​ມ​ເຮັດ​ວຽກ​ໃນ​ວັນ​ຈັນ​ຕອນ​ເຊົ້າ ຫລັງ​ຈາກ​ໄດ້​ລ້າ​ຊ້າ​ມາ​ໄດ້​ຫລາຍ​ຊົ່ວ​ໂມງ ​ເພາະວ່າ​ມີ​ລົ່ມພະຍຸ​ໃນ​ຕອນ​ກາງຄືນ.

​ເຂົາ​ເຈົ້າ​ພາກັນໃຊ້​ເຊືອກເຫລັກ ​ແລະ​ນໍ້າໜັກ​ຂອງ​ນໍ້າ ຕິດ​ຕັ້ງ​ໃສ່ເບື້ອງ​ນຶ່ງ​ຂອງເຮື​ອ ​ເພື່ອ​ໃຫ້​ເຮືອ​ຫງ່ຽງຕັ້ງ​ຂື້ນ​ຄືນ.

​ເຮືອ​ທີ່​ມີ​ຄວາມ​ຍາວ 290 ​ແມດ ຈະ​ຕັ້ງ​ຢູ່​ເທິ່ງ​ແຜ່ນ ທີ່​ສ້າງ​ຂື້ນ​ມາ​ຈາກ​ພື້ນ​ທະ​ເລ ພ້ອມ​ດ້ວຍ​ນໍ້າ​ຊ່ວຍ​ໃຫ້​ເຮືອ​ຕັ້ງ​ຢູ່ຢ່າງຖຸ່ນທ່ຽງ ​ແລະຈະຕັ້ງ​ຢູ່​ທີ່​ນັ້ນ​ອີກ​ນຶ່ງ​ປີ. ຖັງ​ນໍ້າ​ທັງຫລາຍ​ຈະ​ຖືກ​ປ່ອຍ​ເອົາ​ນໍ້າ​ອອກ ​ເພື່ອ​ເຮັດ​ໃຫ້​ເຮືອ​ຟູ​ ກ່ອນ​ທີ່​ຈະ​ຍົກຍ້າຍໄປ​ບ່ອນ​ສ້າງ​ເຮືອ​ ເພື່ອ​ມ້າງ​ເອົາ​ເສດ​ເຫລັກ.

XS
SM
MD
LG