ນັບຕັ້ງແຕ່ເມືອງຫລວງ Dublin ຂອງປະເທດໄອແລນດ໌ ໄປຈົນເຖິງເມືອງຊິຄາໂກ ລັດອິລ
ລິນອຍສ໌ ຂອງສະຫະລັດ ປະຊາຊົນໃນທົ່ວໂລກພາກັນແຕ່ງຕົວສີຂຽວ ເມື່ອວັນເສົາວານ
ນີ້ ແລະສະເຫລີມສະຫລອງ ວັນ St. Patrick.
ວັນບຸນ ທີ 17 ເດືອນມີນາ ແມ່ນສະເຫລີມສະຫລອງແລະໃຫ້ກຽດແກ່ ບັນດາພະອໍລະ
ຫັນທີ່ມີຊື່ສຽງຫລາຍທີ່ສຸດຂອງປະເທດໄອແລນດ໌ ແລະການມາເຖິງປະເທດດັ່ງກ່າວຂອງ
ສາສະໜາຄຣີສຕຽນ ເມື່ອຫລາຍຮ້ອຍປີຜ່ານມາ.
ປະຊາຊົນຫລາຍຮ້ອຍພັນຄົນຢືນລຽນແຖວກັນຢູ່ຕາມຖະໜົນຫົນທາງ ໃນເມືອງຫລວງ
Dublin ເມື່ອວັນເສົາວານນີ້ ເພື່ອຊົມການເດີນສວນສະໜາມປະຈໍາປີທີ່ຈັດຂຶ້ນຢູ່ຫົວເມືອງ
ຕ່າງໆໃນທົ່ວປະເທດ ແລະປະກອບດ້ວຍວົງດຸລິຍາງຫລາຍໆວົງ ກຸ່ມນັກສະແດງລະຄອນ
ແລະນັກເຕັ້ນນັກຟ້ອນຈາກທົ່ວໂລກ.
ພວກຊາວໄອຣີສທີ່ຍົກຍ້າຍໄປຢູ່ໃນປະເທດຮັງກາຣີ ກໍໄດ້ພາກັນສະຫລອງ ດ້ວຍການ
ເດີນສະໜາມຢູ່ໃນເມືອງຫລວງບູດາເປສ. ພວກປະກອບສ່ວນ ພາກັນໃສ່ຊຸດຄົນເຖົ້າໃນ
ນິທານຂອງຊາວໄອແລນດ໌ ແລະພາກັນເຕັ້ນລໍາ ແລະດື່ມເຫລົ້າເບຍ ໃນການປະຕິບັດ
ຕາມປະເພນີວັນ St. Patrick.
ເບິ່ງວີດີໂອ ລາຍງານການກຽມໂຕສະຫລອງວັນ St. Patrick ທີ່ນິວຢອກ:
ໃນອີກຟາກນຶ່ງຂອງມະຫາສະມຸດອັດລັນຕິກ ຊາວອາເມຣິກັນຫລາຍພັນຄົນໄປເຕົ້າໂຮມ
ກັນຢູ່ນະຄອນ Chicago ເພື່ອເບິ່ງແມ່ນໍ້າ Chicago ທີ່ຖືກຍ້ອມເປັນສີຂຽວ. ທ່ານ
Enda Kenny ນາຍົກລັດຖະມົນຕີໄອແລນດ໌ ກໍໄດ້ໄປຊິຄາໂກເພື່ອປະກອບສ່ວນໃນພິທີ
ເດີນສວນສະໜາມ ຊຶ່ງກໍໄດ້ຈັດຂຶ້ນຢູ່ໃນນີວຢ໊ອກ ແລະຫົວເມືອງອື່ນໆຂອງສະຫະລັດເຊ່ນ
ກັນ ແລະພວກບາເຫລົ້າແລະພັດຕາຄານຕ່າງໆຂອງຊາວໄອແລນດ໌ ພາກັນບໍລິການແຂກ
ດ້ວຍເບຍສີຂຽວ ແລະອາຫານປະເພນີຂອງໄອແລນດ໌.
ສະຫະລັດເປັນບ້ານເກີດຂອງພວກລູກຫລາຍຊາວໄອຣີສຫລາຍໆຄົນ. ພວກພັນພະບຸລຸດ
ອາເມຣິກັນເຊື້ອສາຍໄອຣີສຈໍານວນຫລວງຫລາຍໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດໃນ
ຊຸມປີ 1840 ເພື່ອຫລົບໜີຈາກສະພາວະເຂົ້າຢາກໝາກແພງຄັ້ງຍິ່ງໃຫຍ່ຂອງໄອຣີສໃນ
ປາງນັ້ນ.