ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສຫລ ຢຸດຊອກຫາ ທະຫານ​ເຮືອ ທີ່​ຫາຍ​ສາບ​ສູນ ຢູ່ທະເລຈີນໃຕ້


​​ເຮືອ​ພິຄາດ ຕິດລູກ​ສອນ​ໄຟນຳ​ວິຖີ USS Stethem ຂອງສະຫະລັດ ​ທີ່ປະຕິບັດງານ ຢູ່​​ເຂດໜ່ານນໍ້າ​ສາກົນ ທີ່ຢູ່​ຫ່າງ​ຈາກ​ອ່າວ Subic ປະມານ 260 ກິ​ໂລ​ແມັດ ທາງ​ຝັ່ງ​ຕາ​ເວັນ​ຕົກ​ ຂອງ​ເກາະ Luzon ປະເທດ​ຟີ​ລິບ​ປິນ.
​​ເຮືອ​ພິຄາດ ຕິດລູກ​ສອນ​ໄຟນຳ​ວິຖີ USS Stethem ຂອງສະຫະລັດ ​ທີ່ປະຕິບັດງານ ຢູ່​​ເຂດໜ່ານນໍ້າ​ສາກົນ ທີ່ຢູ່​ຫ່າງ​ຈາກ​ອ່າວ Subic ປະມານ 260 ກິ​ໂລ​ແມັດ ທາງ​ຝັ່ງ​ຕາ​ເວັນ​ຕົກ​ ຂອງ​ເກາະ Luzon ປະເທດ​ຟີ​ລິບ​ປິນ.

ກອງທັບ​ເຮື​ອສະຫະລັດ​ໄດ້ຢຸດຕິ​ການ​ຊອກ​ຫາ​ທະຫານ​ເຮືອຄົນ​ນຶ່ງ ທີ່​ເຊື່ອ​ກັນ​ວ່າ​
ໄດ້​ຕົກລົງ ຈາກ​ເຮືອ​ໃນ​ຂະນະ​ທີ່​ປະຕິບັດ​ງານ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ໂຄສົກ​ປະ​ຈໍາ​ທໍານຽບຫ້າ​ແຈ ນາວາ​ເອກ Jeff Davis ກ່າວ​ຕໍ່ນັກ​ຂ່າວ​ໃນ​ວັນ​ສຸກວານ​
ນີ້ວ່າ ການ​ປະຕິບັດ​ງານຊອກ​ຄົ້ນຫາໄດ້​ພົວພັນເຖິງ​ເຮືອກໍ່າປັ່ນ​ຍີ​ປຸ່ນ ​ແລະ​ຈີນ ​ໄດ້​ຢຸດ
ຕິ​ລົງ​ໃນ​ຕອນ​ເຊົ້າ ຂອງມື້ວານ​ນີ້.

ທະຫານ​ເຮືອທີ່​ຫາຍ​ສາບ​ສູນຄົນ​ນັ້ນ ​ເປັນ​ສະມາຊິກ​ຂອງ​ລູກເຮືອ​ພິຄາດລູກ​ສອນ​ໄຟ
ນຳ​ວິຖີ USS Stethem. ​ເຊື່ອ​ກັນ​ວ່າ ລາວ​ໄດ້​ຕົກ​ອອກ​ຈາກ​ເຮືອ​ປະມານ 9:00 ​ໂມງ
​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງ​ເປັນ​ໄລຍະ​ທີ່ທ່ານ Davis ​ເອີ້ນວ່າ ​ເປັນ​ຊ່ວງ​ຂອງ "​ການ
​ປະຕິບັດ​ງານ​ແບບ​ປົກກະຕິ​ຢູ່ເຂດໜ່ານນໍ້າ​ສາກົນ" ທີ່ຢູ່​ຫ່າງ​ຈາກ​ອ່າວ Subic ປະມານ
260 ກິ​ໂລ​ແມັດ ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ເກາະ Luzon ຂອງ​ຟີ​ລິບ​ປິນ.

​ເຮືອບິນ​ລາດຕະ​ເວນ P-3 Orion ຂອງ​ສະຫະລັດ ​ແລະ​ເຮ​ລິບ​ຄອບເຕີ​ຫລາຍ​ລໍາຂອງ​
ຍີ່ປຸ່ນ ​ໄດ້​ບິນ​ເວີ່ນສອງ ສາມຮອບ​ໃນ​ການ​ປະຕິບັດ​ງານຊອກ​ຫາ​ຄຽງຄູ່​ກັນ​ໄປ​ກັບ​ເຮືອ
ກໍ່າປັ່ນ​ຂອງ​ສະຫະລັດ ​ແລະ​ຍິ່ປຸ່ນ. ​ເຮືອ​ລົບ​ຂະໜາດກາງຂອງ​ກອງທັບ​ເຮືອຈີນ​ໄປຢູ່
​ໃກ້ໆນັ້ນ ແລະ​ກໍ​ໄດ້​ຊ່ວຍ​ໃນ​ການ​ຄົ້ນຊອກ​ຫາ​ດັ່ງກ່າວ.

ທ່ານ Davis ​ເວົ້າວ່າ "ພວກ​ເຮົາ​ສັນລະ​ເສີນ​ຄວາມ​ພະຍາຍາມຂອງ​ຍິ່ປຸ່ນ ​ແລະ​ຈີນ ​ໃນ
​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ຊອກ​ຫານີ້ ​ແລະ​ການ​ເຮັດ​ແນວ​ນີ້ ​ແມ່ນ​ສະ​ແດງ​ໃຫ້
​ເຫັນ​ເຖິງ​ນໍ້າ​ໃຈ​ຂອງຄວາມ​ສໍາພັນ​ທາງ​ທະ​ເລ​ທີ່​ດີ".

ຊື່​ຂອງ​ທະຫານເຮືອ​ທີ່​ຫາຍ​ສາບ​ສູນ​ນັ້ນ ຍັງ​ຖືກປິດ​ລັບ​ໄວ້ ເພາະ​ຍັງ​ບໍ່ທັນ​ໄດ້​ແຈ້ງ​ໃຫ້
​ຄອບຄົວ​ຂອງ​ຜູ້ກ່ຽວຊາບ​ເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG