ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທັກໂນໂລຈີໃໝ່ ເພື່ອແກ້ໄຂບັນຫາ ຄວາມປອດໄພໃນການຂັບລົດ


ຍິງໜຸ່ມຜູ້ນີ້ ມືນຶ່ງກຳພວງມະໄລ ແລະ ມືນຶ່ງຕີພິມ
ຂໍ້ຄວາມສົ່ງທາງມືຖື ຫລື texting ໃນເວລາຂັບລົດ ຊຶ່ງເປັນການຂັບລົດທີ່ມີຄວາມສ່ຽງທີ່ພາໃຫ້ເກີດອຸປະຕິເຫດ ຫລາຍທີ່ສຸດສໍາລັບໄວໜຸ່ມໃນສະຫະລັດ.
ຍິງໜຸ່ມຜູ້ນີ້ ມືນຶ່ງກຳພວງມະໄລ ແລະ ມືນຶ່ງຕີພິມ ຂໍ້ຄວາມສົ່ງທາງມືຖື ຫລື texting ໃນເວລາຂັບລົດ ຊຶ່ງເປັນການຂັບລົດທີ່ມີຄວາມສ່ຽງທີ່ພາໃຫ້ເກີດອຸປະຕິເຫດ ຫລາຍທີ່ສຸດສໍາລັບໄວໜຸ່ມໃນສະຫະລັດ.

ໃນປີ 2008 ມີເກືອບ 6,000 ຄົນ ຢູ່ໃນສະຫະລັດເສຍຊີວິດ ແລະຫລາຍກວ່າ 5 ແສນ ຄົນໄດ້ຮັບບາດເຈັບ ຍ້ອນອຸປະຕິເຫດລົດຕຳກັນ ທີ່ມີສາເຫດກ່ຽວຂ້ອງກັບຄົນຂັບລົດຂາດ ຄວາມເອົາໃຈໃສ່ ຫລື ມົວເຮັດອັນອື່ນໃນເວລາຂັບລົດ. ແລະ ໃນນັ້ນ ການຂັບລົດແບບ ຂາດຄວາມຕັ້ງອົກຕັ້ງໃຈ ຍ້ອນຄົນຂັບມົວແຕ່ texting ຫລື ດີດພິມຂໍ້ຄວາມເພື່ອສົ່ງ SMS ໄປທາງໂທລະສັບມືຖືນັ້ນ ແມ່ນເປັນສາເຫດອັນດັບນຶ່ງ ທີ່ພາໃຫ້ຄົນຂັບລົດໃນ ໄວໜຸ່ມເສຍ ຊີວິດຫລາຍທີ່ສຸດ ໃນສະຫະລັດໂດຍສະເລ່ຍແລ້ວ ກໍແມ່ນຮອດ 4,000 ລາຍ ຕໍ່ປີ.

ເຖິງ​ແມ່ນ​ວ່າ 30 ລັດ​ໄດ້​ອອກ​ກົດ​ລະບຽບ​ຫ້າມ​ ບໍ່​ໃຫ້​ຄົນຕີ​ພິມຂໍ້ຄວາມ​ສົ່ງ​ທາງ​ມື​ຖື ຫລື texting ໃນ​ເວລາ​ຂັບ​ລົດກໍ​ຕາມ ​ແຕ່​ວ່າການ​ສຶກສາຄົ້ນຄວ້າສະ​ແດງ​ໃຫ້​ເຫັນ​ວ່າ ການ​ເກືອດ​ຫ້າມ​ດັ່ງກ່າວ ບໍ່​ໄດ້​ເຮັດ​ໃຫ້ຄົນ​ຂັບ​ລົດທີ່​ມັກພິມຂໍ້ ຄວາມສົ່ງທາງໂທລະສັບ​ມື​ຖືຢ່າງໜັກ​ນັ້ນ​ ເຊົາ​ເຮັດ​ແນວ ນັ້ນເລີຍ. ​ແຕ່​ວ່າດຽວນີ້ ມີ​ເທັກ​ໂນ​ໂລ​ຈີ​ໃໝ່ທີ່​ແນ​ໃສ່ເພື່ອ ຕ້ານ​ກັບການພິມ​ແລະ​ສົ່ງ​ຂໍ້ຄວາມ​ຜ່ານ​ມື​ຖື​ໃນ​ເວລາ​ຂັບ​ລົດ​ ​ແລະ ແນວ​ໂນ້ມ​ຂອງການ​ຂັບ​ລົດ​ທີ່​ເປັນ​ອັນຕະລາຍ​ອື່ນໆ.

ທ່ານ Wayne Irving ນັກສ້າງໂປແກຣມຄອມພີວເຕີ ​ໄດ້ຂັບລົດ​ໄປທົ່ວສະຫະລັດໂດຍມີເປົ້າໝາຍ--ເພື່ອຍົກລະ ດັບຄວາມຮູ້ສຶກຕື່ນຕົວ ຫລື ​ເຂົ້າ​ໃຈ​ເຖິງອັນຕະລາຍຂອງ ການພິມຂໍ້ຄວາມທາງໂທລະສັບມື​ຖືໃນເວລາຂັບລົດ ຍ້ອນ ທ່ານ​ເອງ​ມີ​ຄວາມ​ຕື່ນ​ຕົກ​ໃຈນໍາ​ຈຳນວນ​ຄົນຕາຍ​ ​ແລະຖືກ​ ບາດ​ເຈັບຍ້ອນຄົນ​ຂັບ​ລົດທີ່ມົວລົມໂທລະສັບ ຫລືຕີຂໍ້ຄວາມ ທາງໂທລະສັບໃນ​ເວລາ​ກຳ​ພວງ​ມະ​ໄລ​ລົດ​ຢູ່ ​ທີ່ມີຢ່າງ​ຫລວງຫລາຍນັ້ນ ແລະບວກກັບ ການທີ່ ລູກສາວຂອງລາວ​ເອງທີ່ມັກຕີຂໍ້ຄວາມທາງໂທລະສັບຫລາຍ​ນັ້ນ ກໍກຳລັງຮຽນ ຂັບລົດຢູ່.

ທ່ານ Irving ໄດ້ສ້າງໂປແກຣມຂອງໂທລະສັບມື​ຖື ຊຶ່ງເອີ້ນວ່າ “SMS Replier” ຫລື​
ຂໍ້ຄວາມ​ຕອບ​ຄືນ ເພື່ອຊ່ວຍຄົນຂັບລົດ ຕ້ານກັບຄວາມ​ຄິດມັກ ຢາກລົມ ຫຼືຂຽນຂໍ້ມູນໃນ
ເວລາຂັບລົດ.

ຕົວຢ່າງຂອງຂໍ້ຄວາມຕອບກັບໄປ ຢ່າງອັດຕະໂນ ມັດຈາກ SMS Replier™ ຫລື ຂໍ້ຄວາມຕອບ ຄືນຈາກ Smartphone ເພື່ອແຈ້ງໃຫ້ຜູ້ໂທມາຮູ້ວ່າ ເຂົາເຈົ້າກຳລັງຂັບລົດຢູ່
ຕົວຢ່າງຂອງຂໍ້ຄວາມຕອບກັບໄປ ຢ່າງອັດຕະໂນ ມັດຈາກ SMS Replier™ ຫລື ຂໍ້ຄວາມຕອບ ຄືນຈາກ Smartphone ເພື່ອແຈ້ງໃຫ້ຜູ້ໂທມາຮູ້ວ່າ ເຂົາເຈົ້າກຳລັງຂັບລົດຢູ່


ໂປແກຣມຂອງລາວ ອໍານວຍໃຫ້ຜູ້ຂັບລົດ
ຕັ້ງໂປແກຣມໃສ່ ໂທລະສັບມື​ຖືລຸ້ນ​ໃໝ່​
ທັນ​ສະໄໝ​ຫລັ້າສຸດ ທີ່​ເອີ້ນ​ວ່າ
Smartphones ຫລື ​ໂທລະສັບ​ສະຫຼາດ
ນັ້ນ --​ເພື່ອ​ວ່າ ເວລາທີ່ໂທລະສັບດັງຂຶ້ນ
ຫຼື ມີຂໍ້ຄວາມທາງໂທລະສັບ ຫລື SMS
ສົ່ງເຂົ້າມາໃນເວລາທີ່ພວກເຂົາ​ເຈົ້າກຳລັງ
ຂັບລົດຢູ່, ໂທລະສັບ ສະຫລາດຂອງ​ເຂົາ​ເຈົ້າ
ກໍຈະສົ່ງຂໍ້ຄວາມຕອບ​ກັບໄປ ຢ່າງອັດຕະໂນ
ມັດເພື່ອແຈ້ງໃຫ້ຜູ້ໂທມາຮູ້ວ່າເຂົາ​ເຈົ້າກຳລັງ
ຂັບລົດຢູ່ ແລະບໍ່ສາມາດຮັບ​ໂທລະສັບໄດ້.
ທ່ານ Irving ກ່າວ​ດັ່ງນີ້:

ໂປແກຣມນີ້ຖືກ​ສ້າງ​ຂຶ້ນມາ​ ສຳລັບຮັບ​
ໃຊ້​ຜູ້ທີ່​ມີ​ຄວາ​ມປະສົງ​ຢາກ​ເປັນ​ຄົນ​ທີ່
ມີ​ຄວາມຮັບຜິດ​ຊອບ, ​ເປັນ​ຜູ້​ຢາກ​ຊອກ
ຫາ​ວິທີ​ແກ້​ໄຂ​ບັນຫາ​ ເພື່ອ​ບໍ່​ໃຫ້​ຕົນ​ເອງ
ຖືກ​ຕຳຫລວດໃຫ້​ປີ້ປັບ​ໄໝ, ບໍ່​ໃຫ້​ມີອຸ
ບັດຕິ​ເຫດ ​ແລະກໍ​ບໍ່ເອົາຊີວິດ​ຂອງ​ຕົນ​
ໄປ​ສ່ຽງກັບ​ອັນຕະລາຍ.”


ມີຫຼາຍກວ່າ 120,000 ຄົນຈາກທົ່ວໂລກ ໄດ້ດາວໂຫລດ​ ຫລື ເອົາ ໂປຣເເກຣມຕອບ SMS ​ເຂົ້າໄປ​ໃສ່​ໃນ​ໂທ​ລະ​ສັບ​ຂອງ​ຕົນ ແລ້ວ ນັບຕັ້ງແຕ່​ໂປຣ​ແກຣມນີ້ອອກມາໃນເດືອນ​ເມສາຂອງປີນີ້.

ທ່ານ Irving ກ່າວວ່າ ທ່ານອອກແບບໂປແກຣມນີ້ ສຳລັບໂທ ລະສັບສະຫຼາດ ຫລື Smartphones ກໍເພາະທ່ານເຊື່ອວ່າ ມີ​ຜູ້ ຄົນ​ໃນ​ຈໍານ​ວນຫລາຍ​ຂຶ້ນ​ນັບ​ມື້---ທັງຢູ່ໃນ ສະຫະລັດ ​ແລະ​ຢູ່ຕ່າງປະເທດ --ພາກັນໃຊ້ໂທລະສັບມື​ຖື​ເປັນສື່​ຫລັກ​ໃນການສື່ສານ
ຂອງຕົນ.


ສະນັ້ນ ທ່ານ Irving ຈຶ່ງ​ໄດ້ອອກເດີນທາງ ຈາກບ້ານໃນລັດ California, ​ໂດຍ​ຂັບລົດ RV ຫລື​ລົດທີ່​ໃຊ້​ເປັນ​ເຮືອນນອນ​ໄດ້ ທີ່ມີຄວາມ ຍາວ 12 ແມັດຂອງທ່ານ​ນັ້ນ ໄປ​ທົ່ວ ສະຫະລັດ ---ເພື່ອໄປ​ຂໍ​ລາຍ​ເຊັນຈາກຜູ້ສະໜັບສະໜຸນການ​ສ້າງ​ໂປຣ​ແກຣມຂອງທ່ານ​ ​ໃຫ້ໄດ້ຫຼາຍກວ່າ 10,000 ລາຍເຊັນ. ທ່ານ ແລະ ລົດ RV ຂອງທ່ານ ຊຶ່ງ​ມີລາຍເຊັນ ຕິດຢູ່ນັ້ນ ໄດ້ມາເຖິງນະ ຄອນຫລວງວໍຊິງຕັນ ​ໃນ​ອາທິດ​ແລ້ວ​ນີ້ ​ເພື່ອ​ເຂົ້າຮ່ວມກອງປະ ຊຸມສຸດ​ຍອດ​ແຫ່ງ​ຊາດ ວ່າ​ດ້ວຍການ​ຂັບ​ລົດ​ທີ່ຂາດ​ຄວາມ​ເອົາ​ໃຈ​ໃສ່​ ຂອງກະຊວງຂົນສົ່ງ ຂອງສະຫະລັດ.

ການປະດິດ​ສ້າງຂອງທ່ານ Irving ເປັນພຽງນຶ່ງໃນຈຳນວນຫລາຍໆ ໂປແກຣມ ທີ່ໄດ້
ຖືກພັດທະນາຂຶ້ນມາ ເພື່ອຫລຸດຜ່ອນການເສຍຊີວິດ ໃນທ້ອງ​ຖະໜົນຫລວງລົງ.

ໂປແກຣມ MyKey ຂອງບໍລິສັດ Ford Motor ຊຶ່ງໃຊ້ກະແຈ ທີ່ມີລະຫັດຄອມພີວເຕີ ຈຳກັດຄວາມໄວຂອງລົດທີ່ລູກເຂົາເຈົ້າ ຂັບຊ່ວຍໃຫ້ພໍ່ແມ່ຕິດຕາມກວດສອບເບິ່ງການຂັບລົດຂອງລູກໄດ້.
ໂປແກຣມ MyKey ຂອງບໍລິສັດ Ford Motor ຊຶ່ງໃຊ້ກະແຈ ທີ່ມີລະຫັດຄອມພີວເຕີ ຈຳກັດຄວາມໄວຂອງລົດທີ່ລູກເຂົາເຈົ້າ ຂັບຊ່ວຍໃຫ້ພໍ່ແມ່ຕິດຕາມກວດສອບເບິ່ງການຂັບລົດຂອງລູກໄດ້.

ວິທີ​ນຶ່ງໃນຫລາຍໆວິ​ທີ ທີ່​ແນ່​ໃສ່ຊ່ວຍຜູ້ຂັບລົດທີ່ຢູ່​ໃນ​ໄວໜຸ່ມ ໃຫ້​ແອບ​ມີນິໄສຂັບລົດທີ່ດີ ກໍຄືໂປຣ​ແກຣມຂອງ​ບໍລິສັດລົດ Ford ​ທີ່​ກໍາລັງ​ເອົາ​ຕິດ​ຕັ້ງໃສ່ ​ໃນ​ລົດຫຼາຍລຸ້ນຂອງ​ຕົນ.

ວິທີ​ດັ່ງກ່າວ​ນີ້​ ແມ່ນໃຊ້ສູນກາງ​ເກັບຂໍ້ຄວາມຂອງລົດ ຊຶ່ງພໍ່ແມ່ ​ສາມາດ​ໃຊ້​ກະ​ແຈ​ທີ່​ມີລະຫັດ ​ຄອມພີວເຕີຈຳກັດຄວາມໄວ ຂອງລົດທີ່​ລູກ​ເຂົາ​ເຈົ້າຂັບ ບໍ່​ໃຫ້ເກີນ 130 ກິໂລ​ແມັດຕໍ່ ຊົ່ວໂມງ ແລະເຮັດໃຫ້ສຽງດັງຂຶ້ນ ເມື່ອໃດລົດຫາກ​ແລ່ນ​ໄວເກີນຂີດຈຳກັດທີ່​ຕັ້ງ​ໄວ້​ນັ້ນ.

ກະແຈນັ້ນກໍ່ສາມາດຕັ້ງໂປແກຣມ ເພື່ອຈຳກັດລະດັບສຽງວິທະຍຸຂອງລົດ ແລະສົ່ງສຽງ
ແຈ້ງເຕືອນຢ່າງຕໍ່ເນື່ອງ ຖ້າຫາກຜູ້ຂັບລົດ ບໍ່ໃສ່ສາຍແອວນີລະ​ໄພ ຮັດຕົວຕິດກັບບ່ອນ
ນັ່ງໃນລົດ.

XS
SM
MD
LG