ເລື້ອງຖົກຖຽງກັນ ແລະຄວາມໂສກເສົ້າ ກໍເປັນສ່ວນນຶ່ງຂອງ ງານມອບລາງວັນແກຣມມີ ຂອງປີນີ້ ກໍໄດ້ເກີດຂຶ້ນແມ່ນກະທັງ ກ່ອນທີ່ມັນຈະເລີ້ມຂຶ້ນ ໃນຄືນວັນອາທິດວານນີ້.
“ພວກເຮົາມາຢູ່ທີ່ນີ້ຮ່ວມກັນ ໃນຄ່ຳຄືນກ່ຽວກັບສຽງເພງທີ່ຍິ່ງໃຫຍ່ທີ່ສຸດ ເພື່ອສະເຫຼີມສະຫຼອງ ພວກສິລະປິນ ທີ່ດີເດັ່ນ ແຕ່ດ້ວຍຄວາມຈິງໃຈຂອງຂ້າພະເຈົ້າ ແກ່ພວກທ່ານແລ້ວ ພວກເຮົາຮູ້ສຶກຄວາມໂສກເສົ້າແທ້ໆເລີຍໃນເວລານີ້” ໂຄສົກ ນາງອາລີເຊຍ ຄີ ໄດ້ກ່າວໄປ ຢູ່ໃນຕອນຕົ້ນຂອງງານນີ້ ອັນເປັນການອ້າງອີງເຖິງການເສຍຊີວິດ ຂອງນັກກິລາບານບ້ວງທີ່ໂດ່ງດັງທີ່ສຸດຄື ທ້າວໂຄບີ ໄບຣແອນ ແລະລູກສາວຂອງລາວ ອາຍຸ 13 ປີ ຜູ້ທີ່ລວມຢູ່ໃນຈຳນວນ 9 ຄົນ ທີ່ໄດ້ເສຍຊີວິດ ໃນອຸບັດເຫດເຮືອບິນເຮລິຄອບເຕີ້ຕົກ ໃນຕອນເຊົ້າວັນອາທິດວານນີ້.
ງານມອບລາງວັນຂອງອຸດສາຫະກຳດ້ານການບັນທຶກເພງ ໄດ້ຖືກຖ່າຍທອດອອກອາກາດສົດ ຈາກທີ່ຈັດງານ Staples Center ບ່ອນທີ່ທ້າວໄບຣແອນ ໄດ້ສະແດງລີລາການຫລິ້ນບານບ້ວງໃນຕຳແໜ່ງປ້ອງກັນມາໄດ້ຫຼາຍໆປີຜ່ານມາກັບທີມ ຣອສ ແອນເຈີເລັສ ເລກເກີ້.
ນາງຄີ ໄດ້ກ່າວວ່າ “ພວກເຮົາກຳລັງຢືນຢູ່ນະທີ່ນີ້ ດ້ວຍໃຈທີ່ແຕກສະຫຼາຍ ໃນຫໍແຫ່ງນີ້ ທີ່ທ້າວ ໂຄບີ ໄບຣແອນ ເປັນຜູ້ສ້າງຂຶ້ນ.”
ເລື້ອງຖົກຖຽງກັນນັ້ນ ແມ່ນການຍົກເລີກຂອງຂອງທ່ານນາງ ເດໂບຣາ ດູແນັນ ຜູ້ອຳນວຍການບໍລິຫານຂອງບໍລິສັດ Recording Academy.
ທ່ານນາງດູແກັນ ໄດ້ຖືກວ່າຈ້າງສຳລັບຕຳແໜ່ງດັ່ງກ່າວ ເມື່ອຕົ້ນປີນີ້ ແລະກາຍມາເປັນຜູ້ຍິງຄົນທຳອິດທີ່ເປັນຫົວໜ້າ ບໍລິສັດອາຄາເດມີ ຊຶ່ງທ່ານນາງ ໄດ້ຖືກປົດອອກ ເມື່ອສອງອາທິດຜ່ານມານີ້ ຍ້ອນຂໍ້ຫາການປະພຶດທີ່ຜິດ. ນັບຕັ້ງແຕ່ນັ້ນມາ ທ່ານນາງໄດ້ຟ້ອງຮ້ອງ ຕໍ່ຄະນະກຳມາທິການດ້ານການໄດ້ຮັບໂອກາດທີ່ເທົ່າທຽມກັນ ຫຼື Equal Opportunity Commission.