ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດ​ຜູ້​ຊ່ວຍ ມື້​ລາງ​ Saddam Hussein ​ຖືກສັງຫານ ໃນການສູ້ລົບ ຢູ່ອີຣັກ


ທ້າວ Izzat Ibrahim al-Douri ຜູ້ນຳ​ກຸ່ມກະບົດ Sunni.
ທ້າວ Izzat Ibrahim al-Douri ຜູ້ນຳ​ກຸ່ມກະບົດ Sunni.

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກກ່າວ​ວ່າ ທ້າວ Izzat Ibrahim al-
Douri ຜູ້ນຳ​ກຸ່ມກະ ບົດ Sunni ໃນອີຣັກ ​ແລະ​ອະດີດ​ຜູ້​ຊ່ວຍ
ມື້​ລາງ​ຜູ້ນຳ Saddam Hussein ​ທີ່ຫລົບລີ້ໜີກົດໝາຍມາ
ເປັນເວລາດົນນານແລ້ວນັ້ນ ໄດ້​ຖືກ​ສັງຫານ​ຢູ່​ໃນ​ການ​ປະຕິ
ບັດ​ງານ​ທາງ​ທະຫານແຫ່ງນຶ່ງ.

ລາຍ​ງານ​ຂ່າວ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້ອ້າງຄຳ​ເວົ້າ ເຈົ້າແຂວງໆ
Salahuddin ທ່ານ Raed al-Jabouri ທີ່​ກ່າວ​ວ່າ ທ້າວ al-
Douri ​ໄດ້​ຖືກ​ສັງຫານ​ໂດຍ ກຳລັງ​ທະຫານ​ອີຣັກ ​ແລະ​ທະ
ຫານບ້ານ Shi’ite. ລາຍງານແຈ້ງວ່າ ການ​ປະ ຕິບັດ​ງານ​ນີ້
ມີ​ຂື້ນ​ທີ່​ແຂວງ Hamreen ທີ່ເປັນພູຜາ. ຊາ​ກສົບ​ທີ່​ຄິດ​ວ່າ
​ເປັນ ຂອງທ້າວ al-Douri ​ມີ​ລາຍ​ງານ​ວ່າ ຮວມຢູ່​ໃນ​ກຸ່​ມພວກກໍ່​ການ​ຮ້າຍທີ່​ຖືກ​ຂ້າ​ຕາຍ.

ເຈົ້າ​ແຂວງ​ຮ້ອງທ້າວ al-Douri ວ່າ “ຜູ້​ບົງການ​ຂອງກຸ່ມລັດ​ອິສລາມ​ໃນ​ອີຣັກ” ​ແລະ​ກ່າວ
ວ່າ ການ​ສັງຫານ​ຜູ້ກ່ຽວ ແມ່ນເປັນຄວາມເສຍຫາຍທີ່ສຳຄັນ​ຕໍ່ກຸ່ມ​ດັ່ງ ກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ​ເຄີຍອ້າງ​ວ່າໄດ້​ສັງຫານທ້າວ al-Douri ມາ​ກ່ອນແລ້ວ ​ແຕ່ວ່າໃນ
​ເທຶ່ອນີ້ ມີ​ຮູບ​ພາບນຳດ້ວຍ. ບັນດາ​ຮູບ​ພາບ​ຕ່າງໆ​ ທີ່ສະ​ແດງ​ໃຫ້​ເຫັນ​ເປັນການເສ​ຍຊີວິດ
ຂອງ​ທ້າວ al-Douri ​ໄດ້ມີການ​ເຜີຍ​ແຜ່​ຢູ່​ໃນຕາໜ່າງສື່ສັງຄົມ​ໃນ​ວັນ​ສຸກ​ວານ​ນີ້. ຊາກ​ສົບ
​ເບິ່ງ​ແລ້ວ ​ຄື​ກັບອະດີດ​ຜູ້​ຊ່ວຍຂອງ Saddam Hussein ໂດຍມີໜວດສີ​ແດງຊຶ່ງເປັນສັນ
ຍາລັກຂອງຜູ້ກ່ຽວ. ຮູ​ບຂອງຜູ້​ຊາຍ​ທີ່​ເສຍ​ຊີວິດ ຍັງ​ປາກົດ​ວ່າ ບໍ່​ມີ​ແຂ້ວ​ຢູ່ທາງ​ໜ້າ.

ການກວດສອບທາງ DNA ກຳລັງ​ດຳເນີນກັນຢູ່​ເພື່ອ​ຢັ້ງຢືນ​ໃຫ້​ເປັນ​ທີ່​ແນ່ນອນວ່າ ​ເປັນ​ສົບ​ຂອງທ້າວ al-Douri ແທ້ ທີ່​ເຊື່ອວ່າເປັນຜູ້​ຢູ່​ເບື້ອງ​ຫຼັງ​ການກໍ່ກະບົດຕ້ານລັດຖະບານ
Shi’ite ຂອງ​ອີຣັກ ​ໃນປັດຈຸບັນ​ນີ້.

ຢູ່​ໃນລັດຖະບານ​ອີຣັກ ພາຍ​ໃຕ້​ກາ​ນນຳພາ​ຂອງ Saddam Hussein ທ້າວ al-Douri
​ແມ່ນເປັນ​ຮ​ອງປະທານາທິບໍດີ. ຫລັງ​ຈາກ​ການ​ບຸກເຂົ້າໄປໃນອີຣັກ ພາຍໃຕ້ການນຳພາ
​ຂອງສະຫະ​ລັດໃນ​ປີ 2003 ແລ້ວ ຜູ້ກ່ຽວແມ່ນ​ຢູ່​ໃນ​ອັນ​ດັບ​ຫົກຂອງບັນຊີ​ລາຍ​ຊື່ ບັນດາ​
ເຈົ້າ​ໜ້າ​ທີ່​ອີຣັກ ທີ່ ສະຫະລັດ ຕ້ອງການ​ໂຕ​ທີ່​ສຸດ. ລາວ​ໄດ້​ຖືກ​ຂະໜານ​ນາມ​ວ່າ​ເປັນ
“ເປັນໝາກຄິງ​ຢູ່​ໃນ​ຄະນະ” ​ຂອງ​ໄພ້ທັງໝົດ 55 ໃບ ທີ່​ຕາງໜ້າໃຫ້ຜູ້​ຫລົບລີ້ໜີກົດໝາຍ
55 ຄົນ​ແລະ​ຍັງ​ເປັນ​ນຶ່ງ​ໃນ​ຈຳນວນ ຜູ້​ຊາຍທີ່​ທາງການຕ້ອງການ​ໂ​ຕທີ່​ສຸດ​ຢູ່ໃນ​ໂລກ.

Iraq
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG