ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ສັນນະສູດ ອິດສະຫຼະ ກ່າວວ່າ ຕຳຫຼວດ ຍິງຜູ້ເຄາະຮ້າຍ 7 ລູກ ຈາກດ້ານຫຼັງ


ດຣ. ແບນແນັສ ໂອມາລູ ພວມອະທິບາຍ ກ່ຽວກັບ ບ່ອນທີ່ຖືກຍິງ ທີ່ພົບເຫັນ ຢູ່ສົບຜູ້ເຄາະຮ້າຍ.
ດຣ. ແບນແນັສ ໂອມາລູ ພວມອະທິບາຍ ກ່ຽວກັບ ບ່ອນທີ່ຖືກຍິງ ທີ່ພົບເຫັນ ຢູ່ສົບຜູ້ເຄາະຮ້າຍ.

ຜູ້ສັນນະສູດສົບອິດສະຫຼະໄດ້ປະກາດໃນວັນສຸກວານນີ້ວ່າ ຊາຍໜຸ່ມອາຍຸ 22 ປີທີ່ຖືກ
ຕຳຫຼວດຍິງຕາຍ ຢູ່ນະຄອນ ຊາກຣາເມັນໂຕ ໃນຕົ້ນເດືອນນີ້ ໄດ້ຖືກຍິງ 6 ລູກ ຢູ່ທາງ
ດ້ານຫຼັງ.

ດຣ. ເບນເນັດ ໂອມາລູ (Bennet Omalu) ນັກຄົ້ນຄວ້າທີ່ມີສື່ສຽງ ທີ່ຮູ້ກັນດີໃນການ
ສຶກສາ ທີ່ພົວພັນ ກັບການບາດເຈັບ ຍ້ອນຖືກກະທົບ ໃນການຫລິ້ນ ຟຸດບອນນັ້ນ ໄດ້
ກ່າວຕໍ່ພວກນັກຂ່າວ ໃນວັນສຸກ ວານນີ້ວ່າ ທ້າວຄລາກ ຊຶ່ງເປັນຄົນ ອາເມຣິກັນ ເຊື້ອ
ສາຍອາຟຣິກາບໍ່ສາມາດທີ່ຈະເຮັດໃນສິ່ງທີ່ຕຳຫຼວດລາຍງານວ່າລາວໄດ້ປະເຊີນໜ້າ ແລະຕໍ່ສູ້ກັບເຂົາເຈົ້າແລະມ້ວນທ້າຍດ້ວຍການໄດ້ຮັບບາດເຈັບຍ້ອນຖືກຍິງຈາກທາງ ຫຼັງແລະທາງຂ້າງ.

ດຣ. ໂອມາລູ ເວົ້າວ່າ ລູກປືນລູກນຶ່ງ ທີ່ເບິ່ງຄືວ່າມາຈາກທາງໜ້າແມ່ນພົບເຫັນ ຢູ່ກະ
ດູກກົກຂາເບື້ອງຊ້າຍຂອງທ້າວຄລາກແລະມີທ່າທາງວ່າໄດ້ເຂົ້າໄປໃນຮ່າງກາຍຂອງ
ທ້າວຄລາກ ຫຼັງຈາກຜູ້ກ່ຽວໄດ້ລົ້ມລົງກັບພື້ນແລ້ວ.

ທ້າວຄລາກໄດ້ຖືກຍິງຕາຍໂດຍຕຳຫຼວດ 2 ຄົນທີ່ຖືກສົ່ງໄປຍັງບ່ອນເກີດເຫດຫຼັງຈາ
ກມີໂທລະສັບໄປແຈ້ງວ່າ ມີຜູ້ຊາຍຄົນນຶ່ງທັບແກ້ວປະຕູແລະປ່ອງຢ້ຽມລົດ. ຕຳຫຼວດ
ເວົ້າວ່າ ເຈົ້າໜ້າທີ່ທັງ 2 ໄດ້ຍິງທ້າວຄລາກ ຍ້ອນເຂົາເຈົ້າຄິດວ່າ ລາວມີປືນ ແຕ່ວ່າບໍ່
ໄດ້ມີການພົບເຫັນປືນຢູ່ໃນໂຕຂອງທ້າວຄລາກ ມີແຕ່ໂທລະສັບມືຖືທໍ່ນັ້ນ ທີ່ຢູ່ໃກ້ໆ.

ການສັນນະສູດສົບທີ່ເປັນອິດສະຫຼະໄດ້ມີການປະກາດໃຫ້ຊາບ ນຶ່ງມື້ຫຼັງຈາກປະມານ
500 ຄົນ ໄດ້ໄປໂຮມຊຸມນຸມກັນ ຢູ່ທີ່ພິທີສົງສະການ. ລາຍງານຂອງເຈົ້າໜ້າທີ່ສັນນະ
ສູດສົບໃນເມືອງດັ່ງກ່າວ ແມ່ນຄາດກັນວ່າ ຍັງອີກຫຼາຍອາທິດຈຶ່ງຈະສະຫລຸບຜົນໄດ້.

ການເສຍຊີວິດຂອງທ້າວຄລາກ ໃນວັນທີ 18 ມີນາຜ່ານມາ ໄດ້ພາໃຫ້ມີການປະທ້ວງ
ເປັນເວລາຫຼາຍໆມື້ ທີ່ເມືອງເອກຂອງລັດຄາລີຟໍເນຍແລະເຮັດໃຫ້ບັນຫາໂຕ້ແຍ້ງກ່ຽວ ກັບການທີ່ຕຳຫຼວດຍິງຜູ້ຊາຍຜິວດຳທີ່ບໍ່ມີອາວຸດ ໄດ້ຮັບແຮງກະຕຸ້ນຄັ້ງໃໝ່.

ໃນວັນພະຫັດຜ່ານມານີ້ ພວກນັກເຄື່ອນໄຫວ ຊີວິດຄົນດຳ ກໍສຳຄັນຫຼື Black Lives
Matter ກໍຍັງສືບຕໍ່ພາກັນປະທ້ວງທີ່ນະຄອນຊາກຣາເມັນໂຕກ່ຽວກັບການເສຍຊີວິດ
ຂອງທ້າວຄລາກ​ໂດຍຮຽກຮ້ອງໃຫ້ມີການຟ້ອງທາງອາຍາຕໍ່ພວກຕຳຫຼວດທັງສອງ.

ໃນອາທິດນີ້ ໂຄສົກຂອງທຳນຽບຂາວທ່ານນາງຊາຣາ ຮັກກາບີ ແຊນເດີ້ ກ່າວວ່າ ການ
ຍິງກັນດັ່ງກ່າວເປັນ “ເລື້ອງທ້ອງຖິ່ນ” ເວລານັກຂ່າວຄົນນຶ່ງຖາມກ່ຽວກັບເລື້ອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG