ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Saakashvili ຈາກປະເທດ ຈໍເຈຍ ບຸກເຂົ້າໃນປະເທດ ຢູເຄຣນ


ອະດີດປະທານາທິບໍດີປະເທດ ຈໍເຈຍ ແລະ ອະດີດຜູ້ປົກຄອງ
ພາກພື້ນ Odessa ຂອງປະເທດ ຢູເຄຣນ ທ່ານ Mikheil Saakashvili, ກາງ, ຫຸ້ມລ້ອມໂດຍຜູ້ສະໜັບສະໜູນຂອງ
ທ່ານ ຢູ່ດ່ານກວດຄົນເຂົ້າເມືອງຂອງຊາຍແດນປະເທດ
ຢູເຄຣນ ຕິດກັບປະເທດ ໂປແລນ. 10 ກັນຍາ, 2017.
ອະດີດປະທານາທິບໍດີປະເທດ ຈໍເຈຍ ແລະ ອະດີດຜູ້ປົກຄອງ ພາກພື້ນ Odessa ຂອງປະເທດ ຢູເຄຣນ ທ່ານ Mikheil Saakashvili, ກາງ, ຫຸ້ມລ້ອມໂດຍຜູ້ສະໜັບສະໜູນຂອງ ທ່ານ ຢູ່ດ່ານກວດຄົນເຂົ້າເມືອງຂອງຊາຍແດນປະເທດ ຢູເຄຣນ ຕິດກັບປະເທດ ໂປແລນ. 10 ກັນຍາ, 2017.

ທ່ານ Mikheil Saakashvili ອະດີດປະທານາທິບໍດີປະເທດ ຈໍເຈຍ ແລະ ຕໍ່ມາໄດ້ສັນ
ຊາດ ຢູເຄຣນ ນັ້ນ, ໄດ້ເດີນທາງຂ້າມຈາກປະເທດ ໂປແລນ ເຂົ້າໄປໃນປະເທດ ຢູເຄຣນ
ສູ່ຝູງຊົນທີ່ໃຫ້ການສະໜັບສະໜູນທ່ານ ໃນວັນອາທິດວານນີ້.

ທ່ານ Saakashvili ໄດ້ສູນເສຍສັນຊາດ ນັບຕັ້ງແຕ່ອະດີດຜູ້ໃຫ້ຄຳປຶກສາຂອງທ່ານ,
ເຊິ່ງແມ່ນປະທານາທິບໍດີ ຢູເຄຣນປັດຈຸບັນ ທ່ານ Petro Poroshenko ໄດ້້ຕັດສັນຊາດ
ຢູເຄຣນ ຂອງທ່ານ ເມື່ອສອງເດືອນທີ່ຜ່ານມາ. ທ່ານມີລາຍຊື່ເປັນຜູ້ຖືກຕ້ອງການຕົວ
ໃນປະເທດ ຈໍເຈຍ ສຳລັບຂໍ້ກ່າວຫາ ທີ່ກ່ຽວຂ້ອງກັບອາຊີບທາງການເມືອງຂອງທ່ານ
ຢູ່ທີ່ນັ້ນແລະ ລັດຖະບານ Tbilisi ໄດ້ຂໍໃຫ້ລັດຖະບານ Kyiv ສົ່ງທ່ານກັບຄືນປະເທດ,
ແຕ່ມັນຍັງບໍ່ຈະແຈ້ງເທື່ອວ່າ ການຂໍຮ້ອງດັ່ງກ່າວຈະໄດ້ຮັບການຕອບສະໜອງຫຼືບໍ່.

ທ່ານ Saakashvili ກ່າວວ່າ ທ່ານຢາກເດີນທາງກັບປະເທດ ຢູເຄຣນ ເພື່ອໂຕ້ແຍ້ງ
ການຕັດສັນຊາດຂອງທ່ານ ໂດຍທ່ານ Poroshenko ໃນເວລາທີ່ທ່ານຢູ່ນອກປະເທດ.
ບັນດາເຈົ້າໜ້າທີ່ ຢູເຄຣນ ໃນພາກພື້ນເຂດຊາຍແດນ ໄດ້ພະຍາຍາມ ທີ່ຈະກີດກັ້ນການ
ເດີນທາງເຂົ້າປະເທດຂອງທ່ານ Saakashvili ທຳອິດທາງລົດໄຟ, ແລະຕໍ່ມາດ້ວຍລົດ
ບັສ ແຕ່ທ່ານໄດ້ຍ່າງຂ້າມເຂດຊາຍແດນ ຢູເຄຣນ ໃນແຄວ້ນ Shehyni ຖ່າມກາງຝູງ
ຊົນຜູ້ສະໜັບສະໜູນທ່ານ.

ຍາມເຂດຊາຍແດນ ຢູເຄຣນ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງ Facebook ວ່າ ຝູງຄົນໄດ້
ບຸກຜ່ານປ້ອມກວດກາ ແລະ ວ່າ ໄດ້ມີການຕີກັນເມື່ອຍາມໄດ້ພະຍາຍາມທີ່ຈະກີດກັ້ນ
ພວກຜູ້ສະໜັບສະໜູນທ່ານ Saakashvili. ຜູ້ທີ່ມານຳອະດີດຜູ້ນຳປະເທດ ຈໍເຈຍ
ລວມມີອະດີດນາຍົກລັດຖະມົນຕີ ທ່ານ Yulia Tymoshenko ນຳ.

ພ້ອມກັນນັ້ນຜູ້ທີ່ມານຳທ່ານ Saakashvili ກໍຍັງມີທ່ານ Mustafa Nayyem ຜູ້ທີ່ມີ
ຄວາມຂະຫຍັນໃນການປະທ້ວງໃນປະເທດ ຢູເຄຣນ ເມື່ອ 2013-2014 ເຊິ່ງໄດ້ຂັບ
ໄລ່ອະດີດຜູ້ສະໜັບສະໜູນປະທານາ ທິບໍດີ ຣັດເຊຍ, ທ່ານ Viktor Yanukovych
ອອກຈາກປະເທດ. ທ່ານ Saakashvili ແມ່ນຜູ້ສະໜັບສະໜູນຄົນສຳຄັນຂອງພວກຜູ້
ປະທ້ວງ ແລະ ຕໍ່ມາກໍໄດ້ເປັນພັນທະມິດທີ່ແຂງຂັນຂອງທ່ານ Poroshenko, ແຕ່ເມື່ອ
ບໍ່ດົນມານີ້ ໄດ້ຄັດຄ້ານລັດຖະບານປັດຈຸບັນໃນ Kyiv, ໂດຍກ່າວຫາທ່ານ
Poroshenko ແລະ ຄົນອື່ນໆ ໃນການມີສ່ວນຮ່ວມ ຕໍ່ການສໍ້ລາດບັງຫຼວງທີ່ມີຢ່າງ
ແຜ່ກວ້າງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ວິດີໂອຈາກ - RFE/RL

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG