ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ເກົາຫຼີ​ໃຕ້ ​​ຮຽກຮ້ອງ​ໃຫ້ ​ເກົາຫຼີ​ເໜືອ ປະຖິ້ມ​ ການມີ ອາວຸດ​ນິວ​ເຄລຍ


ປະທານາທິບໍດີ ທ່ານນາງ Park Geun-hye ຮຽກຮ້ອງ​ໃຫ້ ​ເກົາຫລີ​ເໜືອ ຈົ່ງປະຖິ້ມ​ຄວາມ​ກະຕືລື​ລົ້ນ​​ໃນ​ການມີອາວຸດ​ນິວ​ເຄລຍ
ປະທານາທິບໍດີ ທ່ານນາງ Park Geun-hye ຮຽກຮ້ອງ​ໃຫ້ ​ເກົາຫລີ​ເໜືອ ຈົ່ງປະຖິ້ມ​ຄວາມ​ກະຕືລື​ລົ້ນ​​ໃນ​ການມີອາວຸດ​ນິວ​ເຄລຍ
ປະທານາທິບໍດີ ​ເກົາຫລີ​ໃຕ້ ​ໄດ້​ຮຽກຮ້ອງ​ໃຫ້ ​ເກົາຫລີ​ເໜືອ ຈົ່ງ
ປະຖິ້ມ​ຄວາມ​ກະຕືລື​ລົ້ນໃນ​ການມີອາວຸດ​ນິວ​ເຄລຍແລະ​ປະຕິ
ບັດ​ຕາມຂໍ້​ຕົກລົງ ​ຕ່າງໆກັບ​ປະ​ເທດ​ຂອງ​ທ່ານ​ນາງ ​ແລະ​ປະຊາ
​ຄົມນາໆ​ຊາດ.

ຢູ່​ໃນ​ຄໍາ​ປາ​ໄສໃນ​ວັນ​ສຸກ​ມື້​ນີ້ ປະທານາທິບໍດີ Park Geun-hye
ກ່າວ​ວ່າ ຄວາມ​ເຕັມ​ໃຈ​ຂອງເກົາ​ຫລີ​ເໜືອ ທີ່​ຈະເລືອກປະຕິບັດ​
ໃຫ້​ເປັນ​ທີ່​ຖືກຕ້ອງ​ນັ້ນ ຈະໄດ້​ຮັບ​ການ​ສະໜອງຕອບດ້ວຍການ
​ພົວພັນ​ແບບ​ທີ່​ມີ ການປະນີປະນອມ. ທ່ານ​ນາງ Park ກ່າວ​ວ່າ

“​ໃນ​ຂະນະ​ທີ່​ມີ​ການທ້າ​ທາຍ​ເກາະ​ຜິດໂດຍ​ເກົາຫລີ​ເໜືອ ກໍຈະ​
ມີ​ການ​ປະ​ເຊີນໜ້າ​ກັບ​ການ​ຕອບໂຕ້ຢ່າງ​ແຂງຂັນ ຄວາມເຕັມໃຈ​
ຂອງ​ເກົາຫລີ​ເໜືອທີ່​ຈະ​ເລືອກ​ເອົາ​ທາງ​ທີ່​ຖືກຕ້ອງ ​ແລ​ະ​ເດີນ​ໄປ
​ຕາມ​ເສັ້ນທາງການ ປ່ຽນ​ແປງນັ້ນ ຈະໄດ້​ຮັບ​ການ​ສະໜອງ​ຕອບ​
ດ້ວຍ​ການ​ພົວພັນ​ຫລາຍແບບ​ປະນີີປະນອມ​ຫຼາຍຂື້ນ.

ມັນ​ແມ່ນ​ຄວາມ​ຫວັງ​ຂອງຂ້າພະ​ເຈົ້າ ທີ່​ເກົາຫລີ​ເໜືອ ຈະ​ປະຕິ
ບັດ​ຕາມ​ຂໍ້​ຕົກ​ລົງ​ກັບເກົາຫລີ​ໃຕ້ ພ້ອມ​ທັງ​ປະຊາ​ຄົມນາໆ​ຊາດ ​
ແລະ​ເດີນ​ໄປ​ຕາມ​ເສັ້ນທາງຂອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ຮັບຮູ້ຈາກທັງ​ສອງ​ກໍ້າ​
ສອງ​ຝ່າຍ​.

​ເກົາຫລີ​ເໜືອ ​ໄດ້​ຍິງລູກ​ສອນ​ໄຟ​ລະຍະ​ຍາວ​ໃນ​ເດືອນທັນ​ວາ ​ແລະໄດ້ທຳການ​ທົດ​ລອງ​ນິວ​ເຄລຍຄັ້ງ​ທີ່​ສາມ​ໃນ​ເດືອນ​ແລ້ວ​ນີ້. ບາດ​ກ້າວ ດັ່ງກ່າວ​ໄດ້ພາ​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈ
ຢ່າງ​ແຮງ​ຈາກປະຊາ​ຄົມນາໆ​ຊາດ ​ແລະ​ກໍ​ໃຫ້​ເກີດຄວາມ​ເຄັ່ງຕືງຂື້ນ​ຢູ່​ໃນ​ແຫລມ​ເກົາຫລີ.

ຄໍາ​ປາ​ໄສຂອງທ່ານ​ນາງ Park ​ໄດ້​ມີ​ຂື້ນ​ສີ່​ມື້ ຫລັງ​ຈາກ​ການ​ເຂົ້າຮັບ​ຕໍາແໜ່​ງເປັນປະ
ທານາທິບໍດີ ຜູ້ຍິງ​ຄົນ​ທໍາ​ອິດ​ຂອງເກົາຫລີ​ໃຕ້.
XS
SM
MD
LG