ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີໃຕ້ ກ່າວວ່າ ພຶດຕິກຳຂອງກັບຕັນເຮືອ ຄືກັນກັບເປັນການ "ຄາດຕະກຳ" (ວີດີໂອ)


sokorferry21april14
please wait
Embed

No media source currently available

0:00 0:01:23 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ປະທານາທິບໍດີ​ເກົາຫຼີ​ໃຕ້ ກ່າວ​ວ່າ ພຶດຕິ​ກຳ​ຂອງ​ກັບຕັນ​
​ແລະ​ພວກ​ລູກ​ເຮືອ​ຂອງ​ເຮືອ​ຂ້າມ​ຟາກ ​ທີ່​ຂວ້ຳຈົມ​ລົງ​ນ້ຳ​
ໃນ​ສັບປະ​ແລ້ວ​ນີ້ ພ້ອມ​ດ້ວຍ​ຜູ້ຄົນ​ຢູ​ໃນ​ເຮືອ 476 ຄົນ​ນັ້ນ
​ຄື​ກັນ​ກັບ​ເປັນ​ການ “ຄາດ​ຕະກຳ.”

ປະທານາທິບໍດີ Park Geun-hye ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ຄວາມ​ປະພຶດ​ຂອງ​ພວກ​ເຂົາ​ເຈົ້າ ​ເປັນ​ສິ່ງ “ທີ່​ບໍ່​ເຂົ້າ​ໃຈ ​ແລະ
​ຮັບ​ເອົາ​ບໍ່​ໄດ້.”

ທ່ານ​ນາງ Park ກ່າວ​ວ່າ “ການ​ກະທຳ​ຂອງ​ກັບຕັນ​ແລະ
​ພວກ​ລູກ​ເຮືອ​ບາງ​ຄົນ​ ແມ່ນ​ຢັ່ງ​ບໍ່​ເຖິງ​ເລີຍ ​ໃນ​ແງ່​ຂອງ​
ສາມັນ​ສຳນຶກ ​ແລະ​ມັນ​ເປັນ​ຄື​ກັນ​ກັບ​ການ​ກະ​ທຳ​ຂອງ​ການຄາດ​ຕະກຳ ທີ່​ບໍ່​
ສາມາດ​ແລະ​ບໍ່​ຄວນ​ຈະ​ອະນຸ​ໂລມ​ໃຫ້​ໄດ້. ຫຼັງ​ຈາກເກີດ​ອຸບັດ​ເຫດ ກັບຕັນ​ບໍ່​
ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງໃຫ້​ອົບ​ພະຍົບຜູ້​ຄົນ​ ຂອງ​ສູນ​ກາງບໍລິການ​ເດີນ​ເຮືອ​
ຂອງ​ເກາະ Jindo ​ໃນ​ທັນທີ. ​ແລະ​ໃນ​ຂະນະທີ່ບອກພວກ​ຄົນ​ໂດຍສານ​ໃຫ້​
ຢູ່​ກັບ ບ່ອນ​ນັ່ງ​ຂອງ​ເຂົາ​ເຈົ້າ ກັບຕັນ​ແລະ​ລູກ​ເຮືອ​ບາງ​ຄົນ ​ກັບໄດ້​ປະປ່ອຍ
ພວກ​ຄົນ​ໂດຍສານ ​ແລະ​ໜີ​ອອກຈາກ​ເຮືອ​ກ່ອນໝູ່. ​ໃນທາງກົດໝາຍ​ແລະ
​ທາງ​ຈັນຍາ​ແລ້ວ ອັນ​ນີ້ແມ່ນເປັນ​ສິ່ງ​ນຶ່ງ​ທີ່​ນຶກ​ບໍ່​ເຖິງ​ເລີຍ.”


ກັບຕັນ​ແລະ​ຄົນ​ຂັບ​ເຮືອ​ຄົນທີ​ສາມ ​ແລະ​ລູກ​ເຮືອ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ມື້
ກ່ອນ​ນີ້ ​ໃນ​ຂໍ້​ຫາປະລະພວກ​ຄົນໂດຍສານ ​ໃນ​ຂະນະ​ທີ່​ເຮືອ​ຂ້າມ​ຟາກ​ກຳລັງ​ຈົ​ມລົງ
ນ້ຳ.

ບັນດາ​ໄອ​ຍະ​ການ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ລູກ​ເຮືອ​ອີກ 4 ຄົນ ​ໄດ້​ຖືກ​ຈັບ​ກຸມ​ໃນ​ຂໍ້
ຫາ​ຖານບໍ່​ປົກ​ປ້ອງ​ພວກ​ຄົນ​ໂດຍສານ.

ພວກ​ນັກ​ດຳ​ນ້ຳ​ໄດ້​ເກັບ​ກູ້​ສົບມາ​ໄດ້​ຫຼາຍກ່ວາ 60 ສົບ​ແລ້ວຈາກ​ເຮືອ​ລຳ​ດັ່ງກ່າວໃນ
ຂະນະທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຂະຫຍາຍ​ການ​ສອບ​ສວນຂອງ​ເຂົາ​ເຈົ້າ​ອອກ​ໄປ​ອີກ​ແລະ
​ເປີດ​ເຜີຍ​ສຳ​ເນົາຄຳ​ໃຫ້ການ​ແລະ​ບອກ​ເລົ່າ ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສັບສົນ​
ໃນຂະນະ​ທີ່​ເຮືອປີ້ນ​ຂວ້ຳ ​ແລະ​ເລີ້ມ​ຈົມ​ລົງ​ນ້ຳ​ນັ້ນ. ດຽວ​ນີ້ ຍັງ​ມີຫຼາຍ​ກວ່າ 200 ຄົນ
ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ. ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫຼາຍແມ່ນ​ພວກ​ນັກຮຽນ​ມັດທະ
ຍົມ.

ພວກ​ຊ່ອຍ​ກູ້​ໄພ​ໄດ້​ຊ່ອຍ​ຊີວິດ​ໄວ້​ໄດ້ 174 ຄົນ ​ໃນ​ຂະນະ​ທີ່​ເຮືອ​ກຳລັງຈົມ​ລົງ​ນ້ຳ​ນັ້ນ.

ພິທີ​ໄວ້ອາ​ໄລ​ສຳລັບ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ​ຫຼາຍ​ຄົນ​ ​ໄດ້​ກຳນົດ​ໃສ່​ວັນ​ພຸດ​ສັບປະດາ​
ນີ້ ​ທີ່​ເມືອງ Ansan ​ເກົາຫຼີ​ໃຕ້ ຊຶ່ງ​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ພວກ​ນັກຮຽນ​ຫຼາຍ​ຄົນ ​ທີ່ເດີນທາງໄປ​ນຳ​ເຮືອ​ນັ້ນ.
Body Count Rises as Korea Ferry Divers Finally Enter Ship
please wait

No media source currently available

0:00 0:02:11 0:00

XS
SM
MD
LG