ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ພວມເຮັດທຸກສິ່ງ ທຸກຢ່າງ ເພື່ອຮັບປະກັນ ຄວາມປອດໄພ ໃຫ້ແກ່ ພວກໂຕນໜີ 7 ຄົນ ຢູ່ໃນຈີນ


ທ່ານ ເທ ຢົງ ໂຮ, ອະດີດນັກການທູດຂອງເກົາຫຼີເໜືອ, ເປັນຜູ້ແປພາສາໃຫ້ແກ່ ຄອບຄົວ ຂອງເດັກຍິງ ອາຍຸ 9 ປີ ຜູ້ທີ່ໄດ້ຖືກຄວບຄຸມໂຕໄວ້ ຢູ່ໃນປະເທດຈີນ. (B. Gallo/VOA)
ທ່ານ ເທ ຢົງ ໂຮ, ອະດີດນັກການທູດຂອງເກົາຫຼີເໜືອ, ເປັນຜູ້ແປພາສາໃຫ້ແກ່ ຄອບຄົວ ຂອງເດັກຍິງ ອາຍຸ 9 ປີ ຜູ້ທີ່ໄດ້ຖືກຄວບຄຸມໂຕໄວ້ ຢູ່ໃນປະເທດຈີນ. (B. Gallo/VOA)

ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ກ່າວວ່າ ຕົນກຳລັງເຮັດທຸກສິ່ງທຸກຢ່າງ ທີ່ຕົນ
ສາມາດເຮັດໄດ້ ເພື່ອຮັບປະກັນຄວາມປອດໄພ ຂອງຊາວເກົາຫຼີເໜືອ 7 ຄົນ ຜູ້ທີ່ໄດ້ຖືກ
ກັກຂັງຢູ່ໃນຈີນ ຫຼັງຈາກທີ່ໄດ້ຫລົບໜີຈາກບ້ານເກີດເມືອງນອນຂອງພວກເຂົາເຈົ້າ.

ລັດຖະມົນຕີວ່າການຕ່າງປະເທດ ຂອງເກົາຫຼີໃຕ້ ທ່ານນາງ ກາງ ກີຢັງ-ວາ ໄດ້ກ່າວວ່າ
“ພວກເຮົາກຳລັງລະດົມບຸກຄະລາກອນໃນດ້ານທູດຂອງພວກເຮົາ ເພື່ອຮັບປະກັນ
ວ່າ ພວກເຂົາເຈົ້າ ຈະປອດໄພ ແລະວ່າ ພວກເຂົາເຈົ້າ ຈະບໍ່ຖືກສົ່ງກັບຄືນໄປເກົາຫຼີ
ເໜືອ ໂດຍບໍ່ສະໝັກໃຈ.”

ແມ່ຂອງຜູ້ທີ່ຖືກຄຸມໂຕ ທີ່ໄດ້ຫລົບໜີອອກມາຈາກເກົາຫຼີເໜືອ (ໃສ່ແຈກເກັດສີຟ້າ) ເຂົ້າຮ່ວມ ໃນການປະທ້ວງຢູ່ດ້ານນອກ ຂອງສະຖານທູດຈີນ ໃນນະຄອນຫຼວງໂຊລ ຂອງເກົາຫຼີ້ໃຕ້, ວັນທີ 30 ເມສາ 2019. (B. Gallo/VOA).
ແມ່ຂອງຜູ້ທີ່ຖືກຄຸມໂຕ ທີ່ໄດ້ຫລົບໜີອອກມາຈາກເກົາຫຼີເໜືອ (ໃສ່ແຈກເກັດສີຟ້າ) ເຂົ້າຮ່ວມ ໃນການປະທ້ວງຢູ່ດ້ານນອກ ຂອງສະຖານທູດຈີນ ໃນນະຄອນຫຼວງໂຊລ ຂອງເກົາຫຼີ້ໃຕ້, ວັນທີ 30 ເມສາ 2019. (B. Gallo/VOA).

ໃນການກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ນະຄອນຫຼວງໂຊລ ໃນວັນສຸກມື້ນີ້ ທ່ານນາງ
ກາງ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບກໍລະນີດັ່ງກ່າວນັ້ນ ຊຶ່ງທ່ານນາງ ໄດ້ເອີ້ນມັນວ່າ
“ເປັນເລື້ອງທີ່ລະອຽດອ່ອນແທ້ໆ.”

ທ່ານນາງ ກາງ ໄດ້ກ່າວຕື່ມວ່າ “ຄວາມປອດໄພຂອງພວກເຂົາເຈົ້າ ແມ່ນກຳລັງຢູ່ໃນ ຄວາມສ່ຽງສູງ. ມັນຍັງຕ້ອງໄດ້ມີການປຶກສາຫາລືກັນ ທີ່ສະຫລັບຊັບຊ້ອນກັບປະເທດ
ທີ່ເປັນເຈົ້າພາບ ໃນແຫ່ງຫົນໃດກໍຕາມ ທີ່ພວກເຂົາເຈົ້າຢູ່ນັ້ນ.”

ກຸມພວກຄົນດັ່ງກ່າວ ເປັນໄປໄດ້ວ່າ ຈະປະເຊີນກັບການບັງຄັບໃຫ້ເນລະເທດກັບຄືນ
ໄປຍັງ ເກົາຫຼີເໜືອ ບ່ອນທີ່ພວກເຂົາເຈົ້າ ອາດຖືກລົງໂທດ ຊຶ່ງປະກອບດ້ວຍ ການບັງ
ຄັບໃຫ້ອອກແຮງງານ ການຄຸມຂັງ ການທໍລະມານ ຫຼື ການປະຫານຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG