ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ຈະສົ່ງໜັງສືປະທ້ວງ ຄືນໃຫ້ຍີ່ປຸ່ນ


ເກົາຫລີໃຕ້ ຈະສົ່ງຄືນໜັງສືປະທ້ວງຈາກ ຍີ່ປຸ່ນ.
ເກົາຫລີໃຕ້ ຈະສົ່ງຄືນໜັງສືປະທ້ວງຈາກ ຍີ່ປຸ່ນ.
ບັນຫາ​ຂັດ​ແຍ້​ງທີ່​ຂຸ້ນຂ້ຽວ ກ່ຽວ​ກັບ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ ລະຫວ່າງເກົາຫລີ​ໃຕ້ ​ແລະຍີ່ປຸ່ນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ວັນ​ພະຫັດ​ນີ້ ​ໂດຍ​ທີ່​ກຸງ​ໂຊ​ລກ່າວ​ວ່າ ຕົນ​ຈະ​ສົ່ງ​ໜັງສື​ປະ​ທ້ວງ ທີ່​ນາຍົກລັດຖະມົນ​ຕີ​ຍີ່​ປຸ່ນ ທ່ານ Yoshihiko Noda ສົ່ງ​ມາ ​ໃຫ້​ນັ້ນ ກັບ​ຄືນ​ໄປ.

ນາຍົກລັດຖະມົນຕີ Noda ​ໄດ້​ສົ່ງ​ໜັງ​ສື​ເພື່ອ​ປະ​ທ້ວງ​ຕໍ່​ການປະທານາທິບໍດີເກົາ ຫລີ​ໃຕ້ ທ່ານ Lee Myungbak ເດີນທາງ​ເມື່ອ​ໄວໆ​ມານີ້​ໄປ​ຢ້ຽມຢາມ​ໝູ່​ເກາະ ຫີນ​ທີ່ຢູ່​ພາຍ​ໃຕ້​ການຄຸ້ມຄອງ​ຂອງເກົາ​ຫລີ​ໃຕ້ ​ແຕ່​ມີ​ການ​ອ້າງ​ເອົາ​ກຳມະສິດ​ຈາກ ທັງສອງປະ​ເທດ.
ກຸງໂຊ​ລ​ກ່າວ​ວ່າ ​ຕົນໄດ້​ສົ່ງໜັງສື​ຄືນ ​ຍ້ອນວ່າໜັງສື​ດັ່ງກ່າວມີ​ເນື້ອ​ຄວາມ​ທີ່​ບໍ່ຖືກ ຕ້ອງ​ກັບຄວາມ​ເປັນ​ຈິງກ່ຽວ​ກັບ​ເລື່ອງໝູ່​ເກາະ ທີ່​ຮູ້​ກັນໃນ​ນາມ​ໝູ່​ເກາະ Dokdo ​ໃນເກົາຫລີ ​ແລະໝູ່​ເກາະ Takeshima ​ໃນປະ​ເທດຍີ່ປຸ່ນ.

ນອກນັ້ນ​ແລ້ວ ໜັງສື​ສະບັບ​ນີ້ ຍັງ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ຕໍ່ການ​ໃຫ້​ຄວາມ ​ເຫັນ​ຂອງທ່ານ Lee ​ຫວ່າງ​ມໍ່ໆ​ມາ​ນີ້ວ່າ ຈັກກະພັດ​ Akihito ​ແຫ່ງ​ຍີ່ປຸ່ນຄວນຈະຂໍອະ​ໄພ
ໂທດ ຕໍ່​ການ​ທີ່ປະ​ເທດ​ຂອງ​ພ​ະອົງ ​ໄດ້ປົກຄອງເກົາ​ຫລີ​ໃຕ້​ແບບ​ຫົວ​ເມືອງ​ຂື້ນ.

ຄວາມສໍາ​ພັນລະຫວ່າງ​ປະ​ເທດ​ເພື່ອນ​ບ້ານ​ເອ​ເຊຍ​ທັງ​ສອງ ​ໄດ້​ຊຸດ​ໂຊມ​ລົງນັບ​ຕັ້ງ​ແຕ່ທ່ານ Lee ​ໄດ້​ໄປ​ຢ້ຽມຢາມ​ໝູ່​ເກາະດັ່ງ​ກ່າວ​ໃນ​ວັນ​ທີ່ 10 ເດືອນ​ສິງຫາ ນີ້ ຊຶ່ງເປັນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ຂອງປະທານາທິບໍດີເກົາຫລີ​ໃຕ້.
XS
SM
MD
LG