ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ສົ່ງດາວທຽມ ຂື້ນສູ່ວົງໂຄຈອນ ຢ່າງສຳເລັດຜົນ (ສະໄລດ໌)


ຊາວເກົາຫລີໃຕ້ ພາກັນເບິ່ງ ການຖ່າຍທອດທາງໂທລະພາບ ລາຍງານການສົ່ງດາວທຽມ.
ຊາວເກົາຫລີໃຕ້ ພາກັນເບິ່ງ ການຖ່າຍທອດທາງໂທລະພາບ ລາຍງານການສົ່ງດາວທຽມ.
​ເກົາຫລີ​ໃຕ້ກ່າວ​ວ່າ ຕົນໄດ້​ສົ່ງດາວ​ທຽມ​ຂື້ນສູ່​ອະວະກາດ
ດ້ວຍ​ຄວາມສຳ​ເລັດ ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​
ສາມາດ​ອັນ​ສຳຄັນ​ ທີ່ໄດ້​ມີ​ຂື້ນ​ໃນບໍ່​ເທົ່າ​ໃດ​ອາທິດ ຫລັງ​ຈາກ
ປະເທດ​ເພື່ອນບ້ານເກົາຫລີ​ເໜືອ ​ໄດ້​ສະ​ແດງ​ຄວາມສາມາດ
ຂອງຕົນໃຫ້​ເຫັນ ​ກ່ຽວ​ກັບ​ເລື່ອງ​ນີ້.

ຈະ​ຫຼວດສົ່ງ​ດາວ​ທຽມ​ຂອງເກົາຫລີ ​ໄດ້​ພຸ່ງ​ຂຶ້ນສູ່​ທ້ອງຟ້າ ໃນ​ວັນ​ພຸດມື້ນີ້ ທ່າມກາງ​ການ​ປົກ​ຄຸມ​ຂອງໝອກເຝື້ອ​ສີຂາວ ​ແລ້ວ​ກໍ​ຫາຍ​ເຂົ້າ​ສູ່ທ້ອງຟ້າ ຢູ່​ເໜືອ​ສູນ​ກາງ​ອະວະກາດ Naro ທີ່ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ ​ດ້ານ​ໃຕ້​ຂອງ​ປະ​ເທດ.

ລັດຖະມົນຕີວິທະຍາສາດ ທ່ານ Lee Ju-ho ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ວ່າ ຈະ​ຫລວດໄດ້ນໍາ​ເອົາ​ດາວ​ທຽມຂຶ້ນສູ່​ວົງ​ໂຄຈອນດ້ວຍ​ຄວາມ​ສຳ​ເລັດ ​ແລະ​ປະກາດ​ວ່າ ການ​ປະຕິບັດ​ງານ​ໃນ​ຄັ້ງນີ້ “​ເປັນ​ຜົນ​ສໍາ​ເລັດ​ຂອງ​ປະຊາ​ຊົນ​ເຮົາ​ທຸກ​ຄົນ.”

​ເກົາຫລີ​ໃຕ້ ໄດ້​ພະຍາຍາມ​ເຖິງ​ສາມ​ຄັ້ງ ຈຶ່​ງ​ປະສົບ​ຄວາມສໍາ​ເລັດໃນການ​ສົ່ງ​ດາວ​ທຽມ. ​ໃນ​ປີ 2009 ຈະ​ຫລວດ​ໄດ້​ຂຶ້ນ​ໄປ​ເຖິງວົງ​ໂຄ​ຈອນ ​ແຕ່​ບໍ່​ສາມາດ​ປ່ອຍ​ດາວ​ທຽມ​ໄດ້. ນຶ່ງ​ປີ​ຕໍ່​ມາ ຈະ​ຫລວດ​ໄດ້​ລະ​ເບີດຂຶ້ນ ສອງ​ນາທີຫລັງຈາກ​ຍິງ​ຂື້ນ​ໄປ. ການ​ພະຍາຍາມ​ຫລາຍໆ​ຄັ້ງເມື່ອມໍ່ໆ​
ມາ​ນີ້ ​ໄດ້​ຖືກຍົກ​ເລີກ ​ໃນ​ນາ​ທີ​ສຸດ​ທ້າຍ.

ການ​ສົ່ງ​ດາວ​ທຽມ ໃນ​ວັນ​ພຸດ​ມື້​ນີ້ ​ມີ​ຂື້ນ​ພຽງນຶ່ງ​ເດືອນ ຫລັງ​ຈາກເກົາຫລີ​ເໜືອ ​ໄດ້​ປະສົບ​ຄວາມ​ສໍາ​ເລັດ​ໃນ​ການ​ສົ່ງ​ອັນ​ທີ່​ຮ້ອງ​ວ່າ ດາວ​ທຽມ​ພະຍາກ​ອນອາກາດ​ ຂຶ້ນສູ່​ວົງ​ໂຄຈອນ. ການເຄື່ອນ​ໄຫວ​ຂອງ​ເກົາຫຼີ​ເໜືອ ໄດ້​ຖືກປະ​ນາມຢ່າງ​ກວ້າງຂວາງຈາກ​ປະຊາ​ຄົມນາໆ​ຊາດ ວ່າ​ເປັນ​ການ
ລະເມີດ​ຕໍ່ການ​ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ.

XS
SM
MD
LG