ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ເກົາຫຼີໃຕ້ ໄປເຖິງ ກຸງປັກກິ່ງ ເພື່ອພົບປະ ຜູ້ນຳຈີນ (ວີດີໂອ)


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ເດີນທາງ ໄປເຖິງກຸງປັກກິ່ງ ເພື່ອປະຊຸມສຸດຍອດ ກັບບັນດາຜູ້ນໍາຈີນ.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye ເດີນທາງ ໄປເຖິງກຸງປັກກິ່ງ ເພື່ອປະຊຸມສຸດຍອດ ກັບບັນດາຜູ້ນໍາຈີນ.
ປະທານາທິບໍດີ​ເກົາຫລີໃຕ້ ທ່ານ​ນາງ Park Geun-hye ເດີນ
ທາງ​ໄປເຖິງກຸງປັກ​ກິ່ງ ​ເພື່ອ​ປະຊຸມ​ສຸດ​ຍອດ​ເປັນ​ເວລາ​ສີ່​ມື້ ກັບ​
ບັນດາ​ຜູ້​ນໍາ​ຈີນ ຊຶ່ງ​ຄາດ​ວ່າເລື່ອງ ເກົາຫລີ​ເໜືອ ​ຈະ​ເປັນ​ຫົວຂໍ້
ສຳຄັນ ​ໃນ​ການ​ປະຊຸມດັ່ງກ່າວ.

ປະ​ທາ​ນາ​ທິບໍດີ Park ພົບປະກັບປະທານຈີນ ທ່ານ Xi
Jingping ໃນວັນພະຫັດ. ນີ້​ແມ່ນຄັ້ງທໍາອິດ ທີ່ຜູ້ນຳ​ທັງ​ສອງ
ພົບປະກັນ ນັບຕັ້ງແຕ່ພວກ​ທ່ານ​ໄດ້​ເຂົ້າກໍາຕຳ​ແໜ່​ງຜູ້ນຳສູງ
ສຸດ ໃນປະເທດຂອງພວກ​ທ່ານ.

ທ່ານນາງ Park ຊຶ່ງຮຽນປາກ​ເວົ້າພາສາຈີນ​ກາງ​ດ້ວຍ​ຕົນ​ເອງ
​ນັ້ນຫວັງວ່າ ຈະໃຊ້ການ​ພົບ​ປະສຸ​ດຍອດເພື່ອ​ຂະຫຍາຍຄວາມ
ສຳພັນດ້ານເສດຖະກິດ ລະຫວ່າງ ປະ​ເທດ​ທັງ​ສອງແລະສະ​
ແດງ​ໃຫ້​ເຫັນ​ເຖິງ​ຄວາມເປັນນໍ້ານຶ່ງໃຈດຽວກັນ​ໃນການ​ຕໍ່ຕ້ານ
ເກົາຫລີເໜືອ ທີ່ເປັນພັນທະມິດໃກ້ຊິດຂອງຈີນນັ້ນ.

ທ່ານນາງ ໄດ້ກ່າວຕໍ່ສື່ມວນຊົນເກົາຫລີໃຕ້ ໃນອາທິດນີ້ວ່າ
ທ່ານນາງຫວັງ​ວ່າ “ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ການ
ຮ່ວມມືລະຫວ່າງຈີນ ແລະເກົາຫລີໃຕ້” ເພື່ອ ໃຫ້ພຽງຢາງລົ້ມເລີກໂຄງການອາວຸດນິວ
ເຄລຍຂອງຕົນ ແລະເຂົ້າຮ່ວມການ​ເຈ ລະ​ຈາ “ຢ່າງຈິງໃຈ.”

ຈີນ​ເລີ້ມ​ມີ​ຄວາມ​ບໍ່ພໍ​ໃຈ​ຫຼາຍຂຶ້ນຕໍ່ກຸງພຽງຢາງທີ່​ໄດ້ທໍາການທົດລອງ​ຍິງລູກ​ສອນໄຟ​ໄລ
ຍະ​ໄກແລະທົດລອງນິວເຄລຍຄັ້ງທີສາມຢ່າງ​ເປັນ​ການ​ທ້າ​ທາຍ. ​ເພື່ອ​ເປັນ ການຕອບ
ໂຕ້ ກຸງປັກກິ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ ໃນ​ການຂະຫຍາຍການລົງ ໂທດຂອງ ສະຫະ
ປະຊາຊາດ ຕໍ່ເກົາຫລີເໜືອ ແລະທັບມ້າງປາບ​ປາມບັນຊີທະນາ ຄານຂອງເກົາຫລີເໜືອ.

​ກຸງໂຊລແລະປັກກິ່ງ ຄາດວ່າ ຈະທຳ​ການຮຽກຮ້ອງອີກຄັ້ງ​ນຶ່ງ ໃຫ້ເກົາຫລີເໜືອ ກັບຄືນ
​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ ທີ່ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ​ດົນ​ນານ ​ແລ້ວນັ້ນເພື່ອ
ທັບ​ມ້າງໂຄງການອາວຸດນິວເຄລຍຂອງເກົາຫລີເໜືອ. ກຸງພຽງຢາງ ທີ່​ໄດ້​ຍ່າງ​ອອກ​ຈາກ​
ການ​ເຈລະຈາໃນປີ 2009 ​ເມື່ອ​ມໍ່ໆມານີ້ໄດ້ໃຫ້ຮ່ອງຮອຍວ່າ ຕົນເປີດ​ກວ້າງ ​ຕໍ່​ການ​ເຈ
ລະຈານິວເຄລຍຄືນໃໝ່ ແຕ່ກໍ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ຕົນ​ເຕັມ​ໃຈ​ທີ່​ຈະ​ຍອມ​ອ່ອນ​ຂໍ້
​ແຕ່​ຢ່າງ​ໃດ.

Korea
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG