ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທຣຳ ໄດ້ກ່າວ ກ່ຽວກັບ ກອງປະຊຸມສຸດຍອດ ໃນວັນທີ 12 ມິຖຸນາວ່າ ‘ເປັນໄປດ້ວຍດີ, ດີແທ້ໆ’

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ພຶດສະພາ 2018.

ການເຈລະຈາ ກ່ຽວກັບແຜນການ ກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດ ກັບ
ເກົາຫຼີເໜືອ ໃນວັນທີ 12 ເດືອນມິຖຸນາ ຢູ່ໃນປະເທດສິງກະໂປ ນັ້ນ ແມ່ນຍັງເປັນໄປ
ຕາມແຜນການຢູ່ ແລະ ບັນດາສະມາຊິກ ຂອງຄະນະລັດຖະບານ ສະຫະລັດ ກຳລັງ
ປະສານງານ ເພື່ອຈັດແຈງລາຍລະອຽດຕ່າງໆ ອີງຕາມປະທານາທິບໍດີ ດໍໂນລ ທຣຳ
ທີ່ໄດ້ກ່າວບອກບັນດານັກຂ່າວ ໃນຫ້ອງການໂອໂວລ ຂອງທຳນຽບຂາວ ເມື່ອຕອນຄ່ຳ
ວັນເສົາວານນີ້.

ທ່ານທຣຳ ໄດ້ກ່າວວ່າ ການເຈລະຈາ ນັ້ນ “ແມ່ນກຳລັງດຳເນີນໄປ ດ້ວຍດີ ດີແທ້ໆ
ເລີຍ.”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຄິດວ່າ ປະຊາຊົນ ຢາກຈະເຫັນວ່າ ພວກເຮົາຈະສາ
ມາດຈັດກອງປະຊຸມ ແລະ ເຮັດບາງສິ່ງບາງຢ່າງສຳເລັດໄດ້ຫຼືບໍ່. ພວກເຮົາກໍໄດ້ເຮັດ
ໄປແລ້ວ ແລະ ພວກເຮົາຈະສາມາດເຮັດໃຫ້ປະສົບຜົນສຳເລັດ ໃນການເຮັດໃຫ້ແຫຼມ
ເກົາຫຼີ ປາດສະຈາກອາວຸດນິວເຄລຍ ເຊິ່ງອັນນັ້ນ ຈະເປັນສິ່ງທີ່ດີຍິ່ງ ສຳລັບເກົາຫຼີ
ເໜືອ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບ ເກົາຫຼີໃຕ້ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບ ຍີ່ປຸ່ນ
ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບໂລກ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບ ສະຫະລັດ ມັນຈະ
ເປັນສິ່ງທີ່ດີຍິ່ງ ສຳລັບ ຈີນ. ຫຼາຍໆຄົນແມ່ນກຳລັງເຮັດວຽກກ່ຽວກັບອັນນີ້ຢູ່. ມັນກຳ
ລັງດຳເດີນໄປເລື້ອຍໆ ຢ່າງສວຍສົດງົດງາມ.”

ຈໍໂທລະພາບ ສະແດງໃຫ້ເຫັນ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ, ຊ້າຍ, ພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ທີ່ບ້ານເຂດຊາຍແດນ ປານມູນຈອມ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃຕ້ດິນໂຊລ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 26 ພຶດສະພາ 2018.

ສ່ວນຢູ່ໃນເກົາຫຼີເໜືອ ສື່ມວນຊົນຂອງທາງການ ໄດ້ລາຍງານ ເມື່ອຕອນແລງວັນເສົາ
ວານນີ້ ວ່າ “ຄວາມຕັ້ງໃຈທີ່ຍຶດໝັ້ນ” ຂອງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຂອງຕົນ
ນັ້ນ ກໍແມ່ນວ່າ ກອງປະຊຸມສຸດຍອດ ກັບ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ໃນປະເທດສິງກະໂປ ຄວນກ້າວໜ້າຕໍ່ໄປ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໄດ້ພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ
ຈົງ ອຶນ ເມື່ອຕອນທ່ຽງ ວັນເສົາວານນີ້ ຢູ່ໃກ້ໆເຂດຊາຍແດນ ຂອງທັງສອງປະເທດ ທີ່ມີ
ກຳລັງທະຫານຢ່າງໜາແໜ້ນ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບສີຟ້າ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 27 ພຶດສະພາ 2018.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບສີຟ້າ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 27 ພຶດສະພາ 2018.

ຜູ້ນຳທັງສອງໄດ້ແລກປ່ຽນຄວາມຄິດຄວາມເຫັນຊຶ່ງກັນແລະກັນ ກ່ຽວກັບ ວິທີກຽມພ້ອມ
ສຳລັບກອງປະຊຸມສຸດຍອດກັບປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ອາດຈະ
ເປັນໄປໄດ້ນັ້ນ ອີງຕາມການກ່າວຂອງສຳນັກງານປະທານາທິບໍດີເກົາຫຼີໃຕ້.

ຫຼັງຈາກໄດ້ມີການພົບປະກັນແລ້ວ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ກໍຮູ້ສຶກດີອົກດີໃຈ.

ທ່ານມູນ ໄດ້ກ່າວວ່າ ກ່ຽວກັບການພົບປະກັບທ່ານກິມ ຈົງ ອຶນ ວ່າ “ມັນຄ້າຍຄືກັນກັບ
ການພົບພໍ້ກັນເປັນທຳມະດາ ລະຫວ່າງເພື່ອນມິດ.”

ທ່ານມູນ ໄດ້ກ່າວອີກວ່າ ຜູ້ນຳເກົາຫຼີເໜືອ ຍັງຄົງໝາຍໝັ້ນທີ່ຈະປົດອາວຸດນິວເຄລຍ.

Inter Korean Talks
please wait
Embed

No media source currently available

0:00 0:02:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG