ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫລີໃຕ້ ສືບສວນ ກ່ຽວກັບ ການໂຈມຕີ (ວີດິໂອ)


ເຈົ້າ​ໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້ ​ໄດ້​ຍົກ​ລະດັບການ​ເຕືອນ​ໄພ
ຮັບ​ມື ຕໍ່​ອັນ​ທີ່​​ເຈົ້າໜ້າ​ທີ່ຮ້ອງ​ວ່າ ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​
ເຈົ້າ​ໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້ ​ໄດ້​ຍົກ​ລະດັບການ​ເຕືອນ​ໄພ ຮັບ​ມື ຕໍ່​ອັນ​ທີ່​​ເຈົ້າໜ້າ​ທີ່ຮ້ອງ​ວ່າ ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​
ເຈົ້າ​ໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້ ​ໄດ້​ຍົກ​ລະດັບການ​ເຕືອນ​ໄພ
ຂອງຕົນ​ຂຶ້ນ​ເພື່ອ​ເປັນ​ການ​ຮັບ​ມື ຕໍ່​ອັນ​ທີ່ເຈົ້າໜ້າ​ທີ່ຮ້ອງ​ວ່າ ​
ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ທີ່
​ເຮັດ​ໃຫ້​ຕາໜ່າງຄອມ​ພິວ​ເຕີ້ຂອງ​ບໍ ລິສັດ​ອອກ​ອາກາດ​ທີ່​ສໍາ
ຄັນ​ຫລາຍ​ແຫ່ງ​ພ້​ອມດ້ວຍ​ທະນາຄານ​ໃຫຍ່ໆຈຳ ນວນ​ນຶ່ງ​
ເປັນ​ອຳມະພາດ​ໄປ​ນັ້ນ.

​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີ​ໃຕ້ກ່າວ​ວ່າ ຕົນ​ບໍ່​ສາມາດ
ປະຕິ ​ເສດ​ເຖິງ​ຄວາມເປັນ​ໄປ​ໄດ້ໃນ​ການ​ພົວພັນ​ຂອງເກົາຫລີເໜືອ
ຊຶ່ງເຄີຍມີປະຫວັດມາແລ້ວໃນການເຮັດສົງຄາມທາງອິນເຕີແນັດຕໍ່
ເກົາຫລີໃຕ້ນັ້ນ. ​ແຕ່​ອົງການອິນ​ເຕີແນັດເກົາຫລີ​ໃຕ້ ແລະ​ ຫ້ອງການ
​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ປະກົດບໍ່​ມີ​ຮ່ອງ​ຮອຍຂອງ​ການ​ຖືກ​
ໂຈມ​ຕີ ​ຈາກ​ພາຍນອກ​ປະ​ເທດ.

ການ​ຢຸດ​ສະງັກລົງ​ໄດ້ເລີ້ມ​ຂື້ນ​ໃນ​ຕອນ​ບ່າຍ​ຂອງ​ວັນພຸດ​ມື້​ນີ້ ​ຕາມ
ເວລາ​ທ້ອງ​ຖິ່ນ​ໃນ​ເກົາຫລີ​ໃຕ້ ທີ່ເຮັດ​ໃຫ້ລະບົບ​ຄອມ​ພິວ​ເຕີ​ ຂອງ​ບໍ
ລິສັດ​ອອກ​ອາກາດຢ່າງ​ນ້ອຍສາມ​ແຫ່ງຄື KBS, MBC ​ແລະ YTN​
​ເປັນ​ອຳມະ ພາດ. ຄອມ​ພິວ​ເຕີ​ຂອງ​ທະນາຄານ​ສອງ​ແຫ່ງຄື​ທະນາຄານ Shinhan ​ແລະ Nonghyup ກໍ​ໄດ້​ຖືກ​ໂຈມ​ຕີ​ເຊັ່ນດຽວກັນຕະຫຼອດທັງ​ຕູ້ຖອນ​ເງິນ ATMs ຫຼາຍ​ແຫ່ງຂອງ​ປະ​ເທດ. ຕະຫລາດ​ຮຸ້ນ​ຂອງ​ເກົາຫລີໃຕ້ ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ແຕ່​ຢ່າງ​ໃດ ​ແຕ່​ຮຸ້ນ​ຂອງບໍລິສັດໄດ້​ຕົກລາຄາ ຫຼັງຈາກ​ໄດ້​ມີຂ່າວການ​ໂຈມ​ຕີ.

​ໂຄສົກ​ຫ້ອງການປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Kim Haeng ກ່າວ ວ່າລັດຖະບານ​
ໄດ້​ເລີ້ມທໍາ​ການສືບ​ສວນຢ່າງ​ລະອຽດ​ແລ້ວ ​ແລະ​ກໍ​ກໍາ ລັງກະກຽມ​ມາດຕາ​ການຕອບ​
ໂຕ້.

​ໃນ​ຕອນ​ແລງ​ຂອງ​ວັນ​ພຸດມື້​ນີ້ ຄອມ​ພີ​ວ​ເຕີ​ຈໍານວນ​ນຶ່ງສາມ​າດ​ໃຊ້​ອິນ​ເຕີ​ແນັດ​ຄືນ​ໄດ້​ແລ້ວ. ​ແຕ່​ບັນດາ​ພະນັກງານ​ອີກ​ຈຳນວນ​ນຶ່ງ ຍັງ​ບໍ່​ສາມາດ ​ເຂົ້າ​ໄປ​ໃຊ້ໃນ​ຄອມ​ພິວ​ເຕີໄດ້ຢູ່​ບ່ອນ​ເຮັດ​ວຽກ​ຂອງ​ເຂົາເຈົ້າ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມັນ​ຈະ​ໃຊ້​ເວລາ​ຫລາຍ​ມື້ ກ່ອນ​ທີ່ຈະ​ຮູ້​ວ່າແມ່ນໃຜ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມຕີ ຊຶ່ງ​ເກີ​ດຂື້ນ​ໃນ​ເວລາ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ເປັນ
South Korea Cyber Attacks
please wait

No media source currently available

0:00 0:00:46 0:00
ພິ​ເສດ ຢູ່​ໃນ​ແຫລ​ມ​ເກົາຫລີ.
XS
SM
MD
LG