ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດເກົາຫຼີໃຕ້ ຈັບກຸມ ກັບຕັນແລະລູກເຮືອ 2 ຄົນ ຂອງເຮືອຂ້າມຟາກ ທີ່ຂວ້ຳ (ວີດີໂອ)


South Korea Arrests Captain of Sunken Ferry
please wait

No media source currently available

0:00 0:02:39 0:00

ລາຍງານ ກ່ຽວກັບການຈັບກຸມ ກັບຕັນເຮືອທີ່ຂວ້ຳ

ທີ່​ເກົາຫຼີ​ໃຕ້ ຕຳຫຼວດໄດ້​ຈັບ​ກຸມ​ ກັບຕັນ​ແລະ​ລູກ​ເຮືອ 2 ຄົນ
​ຂອງ​ເຮືອ​ຂ້າມ​ຟາກ ລຳ​ທີ່ຂວ້ຳນັ້ນ ​ຢ່າງ​ເປັ​ນ​ທາງ​ການ​ ໃນ
​ຂໍ້​ຫາ​ປະລະຄົນ​ໂດຍສານ​ ​ບໍ່​ດົນ​ຫຼັງ​ຈາກ​ເຮືອ​ເກີດ​ອຸບັດ​ເຫດ
​ປີ້ນ​ຂວ້ຳ ​ແລະ​ຈົມ​ລົງ​ນ້ຳ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ກ່າວ​ຫາ ​ກັບຕັນ​ເຮືອ
​ໄວ 69 ປີ​ວ່າ ລະ​ເລີຍ​ໃນ​ການ​ປະຕິບັດ​ໜ້າ​ທີ່ ປົກ​ປ້ອງ​ພວກ
​ຄົນ​ໂດຍສານຂອງ​ຕົນນັ້ນ. ພວກ​ທີ່ເຫັນ​ເຫດການ​ເກີດ​ຂຶ້ນ
ກ່າວ​ວ່າ ຜູ້ກ່ຽວ​ຮວມຢູ່​ໃນ​ຈຸ​ທຳ​ອິດ ​ທີ່​ໜີ​ອອກຈາກ​ເຮືອ​ ທີ່​
ກຳລັງຈົມ​ນ້ຳ​ນັ້ນ. ​ເຮືອ​ຂ້າມ​ຟາກ Sewol ຫລົ້ມ​ຢູ່​ນອກ​ຝັ່ງ​
ທະ​ເລ​ຂອງ​ເກາະ Jindo ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​
ເກົາຫຼີ​ໃຕ້ ພ້ອມ​ດ້ວຍ​ຄົນ​ໂດຍສານ​ແລະ​ພວກ​ລູກ​ເຮືອ​ ຈຳນວນ 476 ຄົນ.

ມີ​ການ​ຢືນຢັນ​ແລ້ວ​ວ່າ ມີ 32 ຄົນ​ເສຍ​ຊີວິດ ​ແລະ​ອີກຫລາຍ​ກວ່າ 270 ຄົນ​ ຍັງຊອກ
​ຫາ​ບໍ່​ເຫັນ ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ນັກຮຽນ​ມັດທະຍົມ ​ໃນ​ຂະນະ​ທີ​່ຄວາມຫວັງ​ກຳ
ລັງ​ລົດ​ນ້ອຍ​ຖອຍ​ລົງ​ ທີ່​ຈະ​ພົບ​ເຫັນ​ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້​ອີກ​ນັ້ນ. ພວກ​ນັກ​ດຳ​ນ້ຳ​ໄດ້
ເຫັນ​ສົບ 3 ສົບ ເວລາ​ເຂົາ​ເຈົ້າຊ່ອງ​ປ່ອງຢ້ຽມເຂົ້າ​ໄປ​ໃນ​ເຮືອ​ ໃນ​ວັນ​ເສົາ​ມື້​ນີ້ ແຕ່​ບໍ່​
ສາມາດເຂົ້າໄປຫາ​ສົບ​ນັ້ນ​ໄດ້.
ພະສາສະໜາພຸດອົງນຶ່ງໄຫວ້ວອນ ຫາພວກຄົນໂດຍສານ ທີ່ຫາຍສາບສູນໄປ ໃນເຮືອຂ້າມຟາກ ຢູ່ເກາະ Jindo ວັນທີ 18 ເມສາ 2014.
ພະສາສະໜາພຸດອົງນຶ່ງໄຫວ້ວອນ ຫາພວກຄົນໂດຍສານ ທີ່ຫາຍສາບສູນໄປ ໃນເຮືອຂ້າມຟາກ ຢູ່ເກາະ Jindo ວັນທີ 18 ເມສາ 2014.

ພວກ​ນັກ​ດຳ​ນ້ຳ ຈຳນວນ​ຫຼາຍ​ກວ່າ 500 ຄົນ ​ກຳລັງປະກອບ
ສ່ວນ​ໃນ​ທີ​ມງານ​ຊ່ອຍກູ້ໄພ​. ​ຫລາຍຄົນ​ເປັນ​ນັກ​ອາສາ​ສະມັກ​
ພົນລະ​ເຮືອນ.

ອົງການ​ຂ່າວສານ Yonhap ​ຂອງເກົາຫຼີ​ໃຕ້ ກ່າວ​ວ່າ ມີ​ການ
​ສົງ​ໄສ​ວ່າ ກັບຕັນ​ເຮືອໄດ້ແນະນຳ​ໃຫ້​ພວກ​ຄົນ​ໂດຍສານ​ນັ່ງ​
ຢູ່ຊື່ໆ ​ຢູ່ກັບບ່ອນ​ນັ່ງ​ຂອງ​ເຂົາ​ເຈົ້າ ​ແມ່ນ​ແຕ່​ໃນ​ຂະນະ​ທີ່ເຮືອໄດ້
​ເລີ້ມ​ງ່ຽງລົງ​ຂ້າງ​ນຶ່ງ ​ຊຶ່ງ​ເຮັດໃຫ້​ທາງ​ຫລົບ​ໄພຕ່າງໆ​ ຖືກ​ຕັນໄວ້.

ຕຳຫຼວດ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຮອງ​ຫົວໜ້າໂຮງຮຽນມັດ
ທະຍົມ​ ທີ່​ເປັນ​ຜູ້ນຳ​ພາ​ພວກ​ນັກ​ສຶກສາ 325 ຄົນ ໄປທັດສະນະ​ສຶກສານຳ​ເຮືອລຳ​ນີ້ ​ເປັນ​ເວລາ 4 ມື້ນັ້ນ ​ໄດ້​ຂ້າ​ໂຕ​ຕາຍ.

ຕຳຫຼວດ​ກ່າວ​ວ່າ ມີ​ການ​ພົບ​ເຫັນ ທ່ານ Kang Min-kyu ​ໄວ 52 ປີ ​ຜູກ​ຄໍ​ຕາຍ​ ໂດຍ​ໃຊ້
​ສາຍ​ແອວ​ຂອງໂຕ​ເອງ ​ແຂວນ​ລົງ​ຈາກ​ຕົ້ນ​ໄມ້​ຕົ້ນ​ນຶ່ງ​ ຢູ່​ໃກ້ໆ​ກັບ​ອາ​ຄານຫຼັງ​ນຶ່ງ​ເທິງ​ເກາະ
Jindo ບ່ອນ​ທີ່​ພວກ​ລອດ​ຊີວິດ​ ​ແລະ​ພວກ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ​ນັ້ນ
ພັກ​ອາ​ໄສຢູ່. ໜັງສື​ສັ່ງ​ລາ​ກ່ອນ​ຂ້າ​ໂຕ​ຕາຍ ກ່າວ​ວ່າ ທ່ານ Kang ມີ​ຄວາມ​ຮູ້ສຶກ​ຜິດ​ ທີ່​ລອດ​
ຊີວິດ​ມາ​ໄດ້ ​ໃນ​ຂະນະ​ທີ່​ພວກນັກ​ສຶກສາ​ຫຼາຍ​ຄົນ ​ຍັງ​ຊອກ​ຫາ​ບໍ່​ເຫັນ​ຢູ່​ນັ້ນ.

ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ​ຕາມ​ທິດ​ສະ​ດີ​ແລ້ວ ຜູ້​ຄົນ​ສາມາດ​ລອດ ຊີວິດ​ຢູ່​ໄດ້ເຖິງ
72 ຊົ່ວ​ໂມງ ຖ້າ​ຫາກ​ມີຊ່ອງອາກາດ ຢູ່​ໃນ​ຫ້ອງ​ຕ່າງໆ​ຂອງ​ເຮືອ ທີ່ຢູ່​ໃຕ້ນ້ຳ​. ​

ວີດີໂອ: ພວກພີ່ນ້ອງຂອງຜູ້ເຄາະຮ້າຍ ກ່າວໂຈມຕີເຈົ້າໜ້າທີ່:
Parents of Disaster Ferry Passengers Lash Out at Authorities
please wait

No media source currently available

0:00 0:02:16 0:00
XS
SM
MD
LG