ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊາຍຈີນຄົນນຶ່ງຖືກຈັບ ໃນຂໍ້ຫາແກ່ງລະເບີດໄຟ ໃສ່ສະຖານທູດຍີ່ປຸ່ນ


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ເຈົ້າໜ້າ​ທີ່ກ່າວ​ວ່າ ​ໄອ​ຍະ​ການ​ເກົາຫຼີ​ໃຕ້ໄດ້​ສັ່ງ​ຈັບຜູ້​ຊາຍ​ຈີນ​ນຶ່ງ​ຄົນ​ທີ່ຖືກ​ພົບ​ເຫັນ​ວ່າ​
ມີ​ຄວາມ​ຜິດ ໃນ​ຂໍ້​ຫາແກ່ວງ​ລະ​ເບີດ​ໄຟ ທີ່​ເຮັດເອງ 4 ລູກ ເຂົ້າ​ໄປໃສ່​ສະຖານທູດຍີ່ປຸ່ນ ​
ທີ່ກຸງ​ໂຊ​ລ​ເມື່ອຕົ້ນ​ເດືອນ​ນີ້.

ພວກໄອ​ຍະ​ການ​ກ່າວ​ວ່າ ຊາຍ​ອາຍຸ 38 ປີ ມີ​ນໍ້າ​ສະກຸນວ່າ Liu ​ໄດ້​ຖືກ​ກ່າວ​ຫາ​ວ່າ
ພະຍາຍາມລອບ​ວາງ​ເພີງ.

ນາຍ Liu ​ໄດ້​ຖືກ​ຈັບ ຫລັງ​ຈາກ​ແກ່ວງ​ລະ​ເບີດ​ໄຟ​ເຂົ້າ​ໄປ​ໃສ່ສະຖານ ທູດຍີ່ປຸ່ນ ​ໃນ​ເຂດ​
ໃຈ​ກາງຂອງ​ກຸງ​ໂຊ​ລ ​ໃນ​ວັນ​ທີ 8 ມັງ​ກອນ​ເດືອນ​ນີ້ ​ແລະ​ເຮັດ​ໃຫ້​ໄຟໄໝ້ຝາ​ຂ້າງ​ນອກ​
ຂອງ​ສະຖານທູດ.

ເຈົ້າ​ໜ້າ​ທີ​ຕໍາ​ຫລວດ​ກ່າວ​ວ່າ ​ໃນ​ລະ​ຫວ່າງ​ການ​ສືບ​ສວນ​ນັ້ນ ນາຍ Liu ກ່າວ​ວ່າ ລາວ​
ໃຈ​ຮ້າຍໃຫ້ແກ່ຍີ່ປຸ່ນ ​ເພາະວ່າ​ແມ່ຕູ້​ຂອງ​ລາວ ຊຶ່ງເປັນ​ຊາວ​ເກົາຫລີ ​ໄດ້​ຖຶກບັງ​ຄັບໃຫ້ເຮັດ​
ວຽກ​ເປັນ​ໂສ​ເພນີ ຮັບ​ໃຊ້ກອງທະ ຫານຍີ່ປຸ່ນ. ​ເຈົ້າໜ້າ​ທີ່​ຍັງ​ກ່າວ​ຕື່ມ​ອີກ​ວ່າ ນາຍ Liu ​
ໄດ້​ເວົ້າ​ວ່າ ລາວ ​ໄດ້​ອ້າງເອົາ​ຄວາ​ມຮັບຜິດ​ຊອບ ​ໃນການ​ແກ່ວ​ງລະ​ເບີດໄຟເຂົ້າ​ໃສ່​ ທີ່​ສ້າງ
ຄວາມ​ເສຍ​ຫາຍ​ເລັກ​ນ້ອຍ ​ໃຫ້​ແກ່ວັດ Yasukuni ​ທີ່ເປັນ​ບັນຫາ ຖົກ​ຖຽງ​ໂຕ້​ແຍ້​ງ ຢູ່​ທີ່
ກຸງໂຕ​ກຽວ​ ຫວ່າງ​ເດືອນ​ແລ້ວ​ນີ້.

XS
SM
MD
LG