ເກົາຫລີໃຕ້ ໄດ້ຮັບເອົາຂໍ້ສະເໜີຂອງເກົາຫລີເໜືອ ທີ່ຈະເປີດ
ການເຈລະຈາລະດັບເຮັດວຽກ ໃນວັນອາທິດ ຈະມາເຖິງນີ້ ແຕ່
ຕ້ອງການປ່ຽນບ່ອນເຈລະຈາໄປ ໃສ່ບ້ານສະຫງົບເສິກຊາຍ
ແດນ Panmunjom.
ພຽງຢາງໄດ້ສະເໜີ ແບບທີ່ບໍ່ຄາດຝັນໃນວັນພະຫັດວານນີ້
ເພື່ອເປີດການເຈລະ ຈາກ່ຽວກັບສອງໂຄງການຮ່ວມທາງດ້ານ
ການຄ້າ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ. ນອກນັ້ນພຽງຢາງຍັງ
ໄດ້ສະແດງໃຫ້ເຫັນວ່າ ບັນຫາດ້ານມະນຸດສະທໍາ ສາມາດ
ຍົກຂຶ້ນມາສົນທະນາຫາລືກັນໄດ້.
ເກົາຫຼີໃຕ້ໄດ້ຕອບຮັບ ໂດຍຮຽກຮ້ອງໃຫ້ເປີດການເຈລະຈາໃນລະດັບລັດຖະມົນ ຕີທີ່ກຸງໂຊລ
ແຕ່ເກົາຫລີເໜືອເວົ້າວ່າ ຍັງບໍ່ທັນເຖິງເວລາອັນຄວນທີ່ຈະຈັດການ ເຈລະຈາລະດັບສູງແລະ
ຮຽກຮ້ອງໃຫ້ເປີດການສົນທະນາຫາລືໃນລະດັບຕໍ່າເສຍ ກ່ອນ ທີ່ເຂດອຸດສາຫະກໍາຮ່ວມ
Kaesong. ພຽງຢາງຍັງບໍ່ທັນໄດ້ຕອບ ຕໍ່ຂໍ້ສະ ເໜີໃຫ້ປ່ຽນແປງບ່ອນປະຊຸມຂອງເກົາຫຼີ
ໃຕ້ເທື່ອ.
ການເຈລະຈາລະຫວ່າງສອງຝ່າຍ ຈະເປັນຂີດໝາຍ ໃນການຕ່າວປີ້ນທີ່ສຳຄັນ ກ່ຽວກັບ
ຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນສູ່ລະດັບສູງສຸດ ຢູ່ໃນແຫລມເກົາຫລີ ໃນຮອບຫຼາຍໆ
ທົດສະວັດ.
ຖະແຫລງການຂອງເກົາຫລີເໜືອ ໃນວັນພະຫັດວານນີ້ ກ່າວວ່າ ການເຈລະຈາລະຫວ່າງ
ສອງຝ່າຍ ຄວນຈະຮວມທັງຄວາມເປັນໄປໄດ້ ໃນການທີ່ຈະເປີດເຂດອຸສາຫະກໍາຮ່ວມ
Keasong ຄືນໃໝ່ ຊຶ່ງຕັ້ງຢູ່ເໜືອຊາຍແດນຂອງປະ ເທດທັງສອງຂຶ້ນໄປໜ້ອຍນຶ່ງ ທີ່ຖືກປິດ
ລົງໃນເດືອນເມສາມາທ່າມກາງ ຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນ.
ນອກນັ້ນ ພຽງຢາງຍັງໄດ້ສະເໜີ ໃຫ້ມີ ການສົນທະນາກັນ ກ່ຽວກັບການນໍາທ່ຽວຂ້າມຊາຍ
ແດນ ໄປຍັງບ່ອນຕາກອາກາດ ທີ່ພູ Kumgang ຂອງເກົາຫຼີເໜືອ. ເກົາຫລີໃຕ້ ໄດ້ຢຸດ ການ
ໄປພັກຜ່ອນຢູ່ທີ່ນັ້ນ ຫລັງຈາກທະຫານເກົາຫຼີເໜືອ ຍິງນັກທ່ອງທ່ຽວເກົາຫຼີໃຕ້ຄົນນຶ່ງຕາຍ
ໃນປີ 2008.