ດ້ວຍຄວາມເປັນໄປໄດ້ທີ່ລັດຖະບານສະຫະລັດອາດຈະຖືກປິດລົງ ບັນດາສະມາຊິກສະພາພັກຣີພັບບລິກັນ ແລະພັກເດໂມແຄຣັດ ໃນວັນພຸດວານນີ້ ໄດ້ຂີດເສັ້ນຕໍ່ສູ້ກັນ
ຕາມບູລິມະສິດຂອງພັກໃຜລາວ ນັບແຕ່ເລື່ອງຄົນເຂົ້າເມືອງ ຈົນເຖິງງົບປະມານດ້ານ
ປ້ອງກັນປະເທດ ທີ່ສາມາດທຳລາຍການອະນຸມັດງົບປະມານການໃຊ້ຈ່າຍຂອງລັດຖະ
ບານໄດ້.
ໃນຂະນະທີ່ເວລາກຳລັງໃກ້ຈະໝົດລົງ ເພື່ອຢຸດເຊົາອຳນາດໃນການໃຊ້ຈ່າຍຂອງ
ລັດຖະບານໃນວັນສຸກມື້ອື່ນນີ້ ທາງລັດຖະສະພາຈຶ່ງໄດ້ສະທ້ອນໃຫ້ເຫັນດ້ວຍການ
ອະພິປາຍກັນຢ່າງດຸເດືອດ ກ່ຽວກັບຂໍ້ສະເໜີເພື່ອການປົກປ້ອງພວກຄົນເຂົ້າເມືອງ
ທີ່ບໍ່ມີເອກກະສານຫຼື ດາກາຈຳນວນປະມານ 7 ແສນຄົນ ທີ່ໄດ້ຖືກນຳເຂົ້າມາຍັງສະຫະລັດໃນຕອນທີ່ຍັງເປັນເດັກນ້ອຍນັ້ນ.
ສະມາຊິກພັກເດໂມແຄຣັດ ໃນຈຳນວນເພີ້ມຂຶ້ນ ໄດ້ພ້ອມພຽງກັນ ຮຽກຮ້ອງໃຫ້ຮວມ
ເອົາເລື່ອງການປົກປ້ອງພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານຫຼືດາກາເຂົ້າໃນການ
ອະນຸມັດການໃຊ້ຈ່າຍໃນໄລຍະສັ້ນໆໃດໆກໍຕາມ.
“ຂ້າພະເຈົ້າຊາບດີ ຂ້າພະເຈົ້າຈະບໍ່ລົງຄະແນນສຽງ ການຕໍ່ອາຍຸການໃຊ້ຈ່າຍ ຫຼື CR
ທີ່ບໍ່ຮວມເອົາການແກ້ໄຂຕໍ່ໂຄງການດາກາເຂົ້ານຳ ແລະຂ້າພະເຈົ້າເຊື່ອວ່າບັນດາ
ສະມາຊິກພັກ ເດໂມແຄັຣດ ໃນສະພາຕ່ຳ ກໍທີທ່າທີແບບດຽວກັນ,” ນັ້ນແມ່ນຄຳເວົ້າຂອງສະມາຊິກສະພາຕ່ຳພັກເດໂມແຄຣັດ ຈູດີ ຊູ ຈາກລັດຄາລີຟໍເນຍໄດ້ບອກ
ກັບພວກນັກຂ່າວຫຼັງຈາກກອງປະ ຊຸມຂອງສະມາຊິກລັດຖະສະພາເຊື້ອສາຍຮິສປານິກ
ກັບຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານ ຈອນ ແຄລລີ.
ປີກາຍນີ້ ປະທານາທິບໍດີດໍໂນລ໌ ທຣຳ ໄດ້ປະກາດໃນເດືອນມີນາຍົກເລີກໂຄງການ
ດາກາ ທີ່ລັດຖະບານທ່ານໂອບາມາ ໄດ້ຊຸກຍູ້ໃຫ້ພວກຊາວໜຸ່ມ ທີ່ບໍ່ມີເອກກະສານ
ລົງທະບຽນກັບລັດຖະບານກາງເພື່ອແລກປ່ຽນກັບໃບອະນຸຍາດຊົ່ວຄາວທີ່ຈະສາມາດ
ປະກອບອາຊີບແລະສຶກສາຕໍ່ໃນສະຫະລັດໄດ້. ທ່ານທຣຳ ໄດ້ທ້າທາຍໃຫ້ສະມາຊິກລັດຖະສະພາຮັບຜ່ານຮ່າງ ກົດໝາຍ ເພື່ອຫາທາງອອກຢ່າງເປັນການຖາວອນໃຫ້ແກ່
ພວກທີ່ໄດ້ຮັບຜົນປະໂຫຍດຂອງໂຄງການນີ້ ແຕ່ລັດຖະສະພາ ຍັງບໍ່ທັນໄດ້ເອົາບາດ
ກ້າວໃດໆເທື່ອ.
ພັກຣີພັບບລິກັນ ໄດ້ປະຕິເສດຕໍ່ການແກ້ໄຂກ່ຽວກັບໂຄງການດາກາ ຕາມລຳພັງ
ໂດຍຢືນ ຢັດວ່າ ຮ່າງກົດໝາຍໃດໆກໍຕາມ ຈະຕ້ອງຮວມທັງ ການເສີມຂະຫຍາຍ
ການປ້ອງກັນຊາຍແດນສະຫະລັດພ້ອມທັງການປະຕິຮູບພວກຄົນເຂົ້າເມືອງທີ່ຖືກ
ຕ້ອງຕາມກົດໝາຍ. ໃນການເຈລະຈາຕໍ່ຮອງເປັນເວລາຫຼາຍໆເດືອນ ໄດ້ຍັງຜົນໃຫ້ມີ
ຂໍ້ສະເໜີ ຂອງສອງພັກຮ່ວມກັນ ຢູ່ ສອງຂໍ້ສະເໜີດ້ວຍ ແຕ່ທັງສອງບໍ່ໄດ້ຮັບການ
ໜຸນຫຼັງຈາກທ່ານທຣຳ ແຕ່ຢ່າງໃດເລີຍ.
ໃນສະພາບທີ່ບໍ່ໄປບໍ່ມານີ້ ພັກຣີພັບບລິກັນ ຕ້ອງການເວລາເພີ່ມຕື່ມ ສຳລັບຫາລືກັນ
ກ່ຽວກັບເລື່ອງດາກາ ແລະສະເໜີໃຫ້ອະນຸມັດການໃຊ້ຈ່າຍຂອງລັດຖະບານຊົ່ວຄາວ
ໄປຈົນເຖິງ ກາງເດືອນກຸມພາ.
ທຳນຽບຂາວ ໄດ້ກ່າວໃນວັນພຸດວານນີ້ວ່າ ຕົນຈະໃຫ້ການສະໜັບສະໜຸນຕໍ່ງົບປະມານການໃຊ້ຈ່າຍໄລຍະສັ້ນ.