ຊາວຣວັນດາ ກຳລັງໄປລົງຄະແນນສຽງຕາມໜ່ວຍປ່ອນບັດ
ຕ່າງໆ ໃນການລົງປະຊາມະຕິ ທີ່ຈະປ່ຽນແປງລັດຖະທຳມະ
ນູນແລະອະນຸຍາດໃຫ້ປະທານາທິບໍດີ Paul Kagame ລົງ
ສະໝັກເປັນປະທານາທິບໍດີ ໄດ້ຕື່ມອີກເຖິງສາມສະໄໝ.
ການລົງປະຊາມະຕິໃນວັນສຸກມື້ນີ້ແມ່ນຮ້ອງຂໍໃຫ້ມີການອະ
ນຸມັດ ຕໍ່ການດັດແປງລັດຖະທຳມະນູນ ທີ່ຈະເຮັດໃຫ້ສະໄໝ
ການດຳລົງຕຳແໜ່ງປະທານາທິບໍດີສັ້ນລົງ ມາເປັນເວລາຫ້າ
ປີ ແທນທີຈະເປັນເຈັດປີ.
ແຕ່ວ່າການດັດແປງນີ້ ຈະໃຫ້ການຍົກເວັ້ນແກ່ ທ່ານ Kaga-
me ໂດຍອະນຸຍາດໃຫ້ທ່ານລົງສະໝັກເອົາຕຳແໜ່ງໄດ້ເປັນ
ເທຶ່ອທີສາມທີ່ມີກຳນົດເຈັດປີ ແລະຫລັງຈາກນັ້ນກໍເຂົ້າຮັບຕຳແໜ່ງຕື່ມອີກໄດ້ສອງສະໄໝ
ສະໄໝລະຫ້າປີ.
ກົດໝາຍໃນປັດຈຸບັນນີ້ ບັງຄັບໃຫ້ທ່ານ Kagame ຕ້ອງໄດ້ລາອອກຈາກໜ້າທີ່ໃນທ້າຍປີ
2017. ຖ້າການລົງປະຊາມະຕິຫາກມີການຮັບຮອງເອົາ ດັ່ງທີ່ຄາດໄວ້ ແລະຖ້າຫາກທ່ານ
ສືບຕໍ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ທ່ານກໍຈະສາມາດ ຢູ່ໃນອຳນາດໄດ້ ຈົນຮອດປີ
2034.
ບັນດາຊາວຣວັນດາ ຢູ່ນອກປະເທດ ໄດ້ພາກັນລົງຄະແນນສຽງກ່ຽວກັບມາດຕະການດັ່ງ
ກ່າວ ໃນວັນພະຫັດວານນີ້.
ທ່ານ Kagame ອາຍຸ 58 ປີເປັນຊົນເຜົ່າ Tutsi ຊຶ່ງເປັນຜູ້ບັນຊາການກຳລັງກຳລັງກະບົດ
ທີ່ເຮັດໃຫ້ການຂ້າລ້າງເຊື້ອຊາດເຜົ່າພັນຊາວຣວັນດາ ໃນປີ 1994 ສິ້ນສຸດລົງແລະຂັບໄລ່
ພວກຫົວຮຸນແຮງ Hutu ອອກຈາກອຳນາດ.