ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການລົງປະຊາມະຕິ ຢູ່ຣວັນດາ ອະນຸຍາດໃຫ້ ປ. Kagame ກຳອຳນາດ ໄດ້ຕໍ່ໄປ


Rwand Referendum
please wait
Embed

No media source currently available

0:00 0:01:22 0:00

ຫົວໜ້າ ​ຄະນະ​ກຳມາ​ທິການ​ເລືອກ​ຕັ້ງຂອງຣວັນ​ດາ ​ກ່າວ​ວ່າ​ ຜົນ
ການ​ນັບ​ຄະ​ແນນສຽງ ​ເປັນ​ບາງ​ສ່ວນ ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາ
ຊົນ​ຊາວ​ຣວັນ​ດາໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້​ມີ​ການ​ປ່ຽນ​ແປງ​ລັດ
ຖະທຳ​ມະນູນແລະ​ອະນຸຍາດ​ໃຫ້​ປະທານາທິບໍດີ Paul Kagame
ລົງ​ສະໝັກ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ​ໄດ້​ຕື່ມ​ອີກ​ເຖິງ 3 ​ເທື່ອ.

ການ​ລົງ​ປະ​ຊາ​ມະຕິ​ໃນ​ວັນ​ສຸກ​ວານ​ນີ້​ ​ແມ່ນ​ຂໍ​ຮ້ອງ​ໃຫ້​ປະຊາຊົນ
​ຮັບຮອງ​ເອົາ​ບົດແກ້​ໄຂລັດຖະທຳ​ມະນູນ ທີ່​ຈະ​ຕັດອາຍຸ​ການ​ດຳ
ລົງຕຳ​ແໜ່​ງປະທານາທິບໍດີ​ ຈາກ 7 ປີ ​ລົງ​ມາ​ເປັນ 5 ປີ. ​ແຕ່​ບົດ
​ແກ້​ໄຂ​ນີ້ໃຫ້ການ​ຍົກ​ເວັ້ນ​ຕໍ່​ປະທານາທິບໍດີ Kagame ​ໂດຍ​ຈະ
​ອະນຸຍາດ​ໃຫ້​ທ່ານ​ ລົງ​ສະໝັກ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ​ ໄດ້​ອີກນຶ່ງ​
ສະໄໝ ​ເປັນ​ເວລາ 7 ປີແລະ​ອີກ​ສອງ​ສະ​ໄໝໆລະ​ 5 ປີ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ 98.1 ​ເປີ​ເຊັນ ຈາກ​ 21 ເຂດ ຂອງ​ທັງ​ໝົດ 32 ​ເຂດທີ່​ຕາງໜ້າໃຫ້ 70 ​ເປີເຊັນຂອງ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ ​ໄດ້​ລົງ​ຄະ​ແນນ​ສຽງ ຍົກ​ເລີກ​ການຈຳກັດ​ ສະ​ໄໝ​ໃນ​
ການ​ດຳລົງ​ຕຳ​ແໜ່​ງ ຂອງ​ທ່ານ Kagame.​ ພວກ​ສະໜັບສະໜຸນປະທານາທິບໍດີ​ ໄດ້​ພາ
ກັນ​ສະ​ເຫລີ​ມສະຫລອງ ກ່ຽວ​ກັບ​ການ​ປະກາດ​ດັ່ງກ່າວ ທີ່​ນະຄອນຫລວງ​ກີ​ກາລີ.

ກົດໝາຍ​ສະບັບ​ປັດຈຸບັນ​ບັງຄັບ​ໃຫ້​ທ່ານ Kagame​ ຕ້ອງ​ລົງ​ຈາກ​ອຳນາດພາຍ​ໃນທ້າຍ
​ປີ​ 2017.​ ຖ້າ​ການ​ລົງ​ປະຊາ​ມະຕິ​ດັ່ງກ່າວຫາກ​ມີ​ການ​ຮັບຮອງ​ເອົາ​ຕາມທີ່​ໄດ້​ຄາດ​ຄະເນ
​ໄວ້​ແລ້ວ​ ​ແລະທ່ານ Kagame​ ຍັງ​ສືບ​ຕໍ່​ໄດ້​ຮັບ​ໄຊຊະນະ​ໃນ ການ​ເລືອກ​ຕັ້ງ​ທ່ານ​ອາດ​ຈະ​
ຢູ່​ໃນ​ອຳນາດ​ໄດ້​ເຖິງປີ​ 2034.

XS
SM
MD
LG