ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ຣວັນດາ ທ່ານນຶ່ງ ກ່າວວ່າ ປ. Kagame ຄວນມີໂອກາດ ຮັບໃຊ້ຊາດ ສະໄໝທີ 3


ປະທານາທິບໍດີ ຣວັນດາ ທ່ານ Paul Kagame ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ U.N., ເມື່ອວັນທີ 24 ກັນຍາ 2014.
ປະທານາທິບໍດີ ຣວັນດາ ທ່ານ Paul Kagame ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ U.N., ເມື່ອວັນທີ 24 ກັນຍາ 2014.

ສະພາສູງຂອງປະເທດຣວັນດາ ໄດ້ຮັບຮອງເອົາການປ່ຽນລັດ
ຖະທຳມະນູນ ຢ່າງເປັນເອກະສັນ ໃນວັນອັງຄານວານນີ້ ໂດຍ
ອະນຸຍາດໃຫ້ປະທານາທິບໍດີ ທ່ານ Paul Kagame ລົງສະ
ໝັກແຂ່ງຂັນໄດ້ ເປັນສະໄໝທີ 3.

ຄາດກັນວ່າ ບັດນີ້ຄຳຖາມ ແມ່ນຈະຕ້ອງນຳໄປຜ່ານ ການລົງ
ປະຊາມະຕິ ແລະ ແມ່ນຄາດຄະເນວ່າ ຈະຮັບຜ່ານໄດ້ຢ່າງ
ງ່າຍດາຍ.

ສະມາຊິກສະພາຂອງຣວັນດາ ທ່ານນຶ່ງ ກ່າວວ່າ ປະທານາທິ
ບໍດີ Kagame ສົມຄວນໄດ້ຮັບໃຊ້ປະເທດອີກສະໄໝນຶ່ງ.

ທ່ານນາງ Margaret Nyagahurah ກ່າວຕໍ່ຜູ້ສື່ຂ່າວວີໂອເອ James Butty ໃນວັນພຸດ
ມື້ນີ້ ວ່າ ການລົງຄະແນນສຽງຂອງສະພາ ເປັນການສະໜອງຄວາມປາດຖະໜາ ຂອງບັນ
ດາ ຜູ້ມີສິດປ່ອນບັດ ຈຳນວນ 3 ລ້ານ 6 ແສນຄົນ ຜູ້ທີ່ໄດ້ຍື່ນຄຳຮ້ອງຕໍ່ບັນດາສະມາຊິກ
ສະພາ ຂອງພວກເຂົາເຈົ້າ ເພື່ອປ່ຽນແປງລັດຖະທຳມະນູນ ທີ່ຈະອະນຸຍາດ ໃຫ້ທ່ານ
Kagame ລົງແຂ່ງຂັນ ໃນສະໄໝທີ 3. ທ່ານນາງໄດ້ກ່າວວ່າ ປະເທດຊາດໄດ້ປະສົບບັນ
ຫາໃນປະຫວັດສາດຂອງຕົນເມື່ອບໍ່ດົນມານີ້ ແລະ ບໍ່ສາມາດຮັບເອົາການທົດລອງ ກັບ
ບັນດາຜູ້ນຳຄົນໃໝ່. ທ່ານນາງເວົ້າອີກວ່າ “ຂ້າພະເຈົ້າຄິດວ່າ ປະຊາຊົນຣວັນດາ ບໍ່ພ້ອມ
ທີ່ຈະສ່ຽງກັບ ຜູ່ທີ່ຈະມາເປັນຜູ້ນຳ ຂອງປະເທດ ໃນອະນາຄົດໃກ້ໆນີ້.”

ປະທານາທິບໍດີ ຣວັນດາ ທ່ານ Paul Kagame ເຂົ້າຮ່ວມ ປະຊຸມ ໂຄງການລິເລີ້ມ ທົ່ວໂລກຂອງທ່ານ Clinton ຢູ່ໃນນະຄອນ New York, ເມື່ອວັນທີ 22 ກັນຍາ 2014.
ປະທານາທິບໍດີ ຣວັນດາ ທ່ານ Paul Kagame ເຂົ້າຮ່ວມ ປະຊຸມ ໂຄງການລິເລີ້ມ ທົ່ວໂລກຂອງທ່ານ Clinton ຢູ່ໃນນະຄອນ New York, ເມື່ອວັນທີ 22 ກັນຍາ 2014.

ທ່ານນາງກ່າວຕື່ມວ່າ ປະຊາຊົນ ຢາກໃຫ້ປະທານາທິບໍດີ Kagame ດຳລົງຕຳແໜ່ງຢູ່ຕໍ່
ໄປອີກ ຈົນກວ່າ ພວກເຂົາເຈົ້າໝັ້ນໃຈວ່າປະເທດ ຈະບໍ່ຖອຍຄືນໄປ ມື້ທີ່ມືດມົນ ຂອງການ
ຂ້າລ້າງເຜົ່າພັນ ແລະ ຄວາມວຸ້ນວາຍ.

ກົດໝາຍໃນປັດຈຸບັນບັດຍັດໃຫ້ ທ່ານ Kagame ລົງຈາກຕຳແໜ່ງໃນທ້າຍປີ 2017. ແຕ່
ຖ້າທ່ານໄດ້ຮັບອະນຸຍາດ ໃຫ້ລົງແຂ່ງຂັນອີກ ທ່ານອາດຈະໄດ້ຮັບໄຊຊະນະສະໄໝທີ 3
ໄລຍະ 7 ປີ ແລະ ລົງແຂ່ງຂັນ ເອົາຕື່ີມອີກ ສອງສະໄໝ ສະໄໝລະ 5 ປີ. ອັນນີ້ ກໍໝາຍ
ຄວາມວ່າ ທ່ານ Kagame ອາດກຳອຳນາດຢູ່ຕໍ່ໄປຈົນເຖິງປີ 2034.

ພັກສີຂຽວປະຊາທິປະໄຕ ຂອງຣວັນດາ ທີ່ເປັນພັກຝ່າຍຄ້ານ ໄດ້ກ່າວວ່າ ການປ່ຽນແປງ
ລັດຖະທຳມະນູນ ແມ່ນເປັນການທ້າທາຍ ຕໍ່ “ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ຍືນຍົງ.”

ຣວັນດາ ເປັນປະເທດນຶ່ງ ທີ່ເປັນພັນທະມິດໃກ້ຊິດທີ່ສຸດຂອງສະຫະລັດ ແຕ່ວໍຊິງຕັນເຊື່ອ
ວ່າ ທ່ານ Kagame ບໍ່ຄວນພະຍາຍາມຮັກສາໄວ້ ອຳນາດເກີນກວ່າກຳນົດໄວ້ ໃນປັດຈຸ
ບັນນີ້.

Rwanda's senate unanimously approved changing the constitution Tuesday to allow President Paul Kagame to run for a third term.

The question is now expected to be put to a national referendum and is forecast to pass easily.

A Rwandan lawmaker says President Kagame deserves to serve another term.

Margaret Nyagahurah told VOA (James Butty) Wednesday that the parliament's vote was honoring the wishes of the 3.6 million eligible Rwandan voters who petitioned their lawmakers to change the constitution to allow Kagame to vie for a third term. She said the country has had a rough time in its most recent history and cannot afford to experiment with new leaders. "I don't think the people of Rwanda are ready to take chance on who is going to lead the country in the nearest future," she said.

She saidpeople want President Kagame to remain until they are assured the country will not fall back to its dark days of genocide and disarray.

Current law requires Kagame to step down at the end of 2017. But if he is allowed to run again, he could win a third seven-year term and run for two more five-year terms. This means Kagame could stay in power until 2034.

The opposition Democratic Green Party of Rwanda said changing the constitution is a challenge to "sustainable peace and security."

Rwanda is one of the United States' closest African allies, but Washington believes Kagame should not try to keep power beyond the current limit.

XS
SM
MD
LG