ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣວັນດາ ທ່ານ Kagame ຊະນະ ການເລືອກຕັ້ງ ດ້ວຍຄະແນນ ຖ້ວມລົ້ນ


ປະທານາທິບໍດີ Paul Kagame ແຫ່ງຣວັນດາ.
ປະທານາທິບໍດີ Paul Kagame ແຫ່ງຣວັນດາ.

ຄະນະ​ກຳມາ​ທິການ​ເລືອກ​ຕັ້ງຂອງ​ຣວັນ​ດາ ກ່າວ​ວ່າ ປະທານາທິບໍດີ Paul Kagame ໄດ້​ຊະນະ​ການ​ເລືອກ​ຕັ້ງ ​ເພື່ອ​ເຂົ້າຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ 3 ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມລົ້ນ.

ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ ກ່າວ​ວ່າ ການ​ນັບ​ຄະ​ແນນເປັນ​ບາງ​ສ່ວນໃນ​ການ​ເລືອກ​ຕັ້ງ​ໃນ​ມື້ວັນ​ສຸກ​ວານ​ນີ້ ສະ​ແດງ​ໃຫ້​ເຫັນວ່າ ປະທານາທິບໍດີ Kagame ​ໄດ້​ຮັບ​ຄະ​ແນນ​ສຽງທັງ​ໝົດ 98 ​ເປີ​ເຊັນ. ​ໃນ​ເດືອນ​ກໍລະກົດ​ຜ່ານ​ມານີ້ ທ່ານ Kagame ​ໄດ້​ກ່າວ​ຕໍ່​ການ​ໂຮມ​ຊຸມນຸມ​ທາງ​ການ​ເມືອງວ່າ “ວັນ​ເວລາ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ຈະ​ເປັນ​ພຽງ​ແຕ່​ພິທີ​ຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ.”

ທ່ານ Kagame ກ່າວ​ໃນ​ຄຳ​ປາ​ໄສ ທີ່​ອອກ​ອາກາດ​ສົດ​ ໃນ​ເຊົ້າວັນ​ສຸກ​ວານ​ນີ້ວ່າ “ນີ້​ແມ່ນ​ເວລາ​ອີກ 7 ປີ ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ຕ່າງໆ ທີ່​ເປັນ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຊາວ​ຣວັນ​ດາ ​ແລະ​ຄ້ຳປະກັນ​ວ່າ ພວກ​ເຮົາ​ໄດ້​ກາຍ​ເປັນຊາວ​ຣວັນ​ດາ​ທີ່​ແທ້​ຈິງ​ທີ່​ເສດ ຖະກິດ​ໄດ້​ຮັບ​ການ​ພັດທະນາ​ໃຫ້​ດີ​ຂຶ້ນ.”

ຢູ່​ທີ່​ສຳນັກງານ​ໃຫຍ່​ແຫ່ງ​ຊາດ ​ພັກ​ຜູ້​ຮັກ​ຊາດຊາວ​ຣວັນ​ດາ ຂອງ​ທ່ານ Kagame ພວກ​ຜູ້ນຳ​ທາງ​ການ​ເມືອງ ພວກ​ສະໜັບສະໜຸນ​ແລະ​ຜູ້​ບໍລິຈາກ​ຫຼາຍໆ​ພັນ​ຄົນ ​ໄດ້​ພາກັນ​ເບິ່ງ​ໂທລະພາບ​ຈໍ​ໃຫຍ່ ທີ່​ອອກ​ຂ່າວ​ກ່ຽວ​ກັບ​ການ​ນັບ​ຄະ​ແນນ​ສຽງ ທີ່​ສົ່ງ​ເຂົ້າມາ​ຫາ​ສູນ​ກາງ​ຈາກ​ແຕ່ລະ​ເຂດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

RWANDA KAGAME
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG