ປະທານາທິບໍດີຣວັນດາ ທ່ານ Paul Kagame ໄດ້ປະກາດເຖິງ
ຄວາມຕັ້ງໃຈ ຂອງທ່ານ ທີ່ຈະລົງສະມັກເລືອກຕັ້ງເປັນປະທາ
ນາທິບໍດີສະໄໝທີສາມ ໃນປີ 2017 ໜຶ່ງອາທິດ ຫລັງຈາກປະ
ເທດດັ່ງກ່າວ ໄດ້ລົງຄະແນນສຽງໃນການລົງ ປະຊາມະຕິ ປ່ຽນ
ແປງລັດຖະທຳມະນູນ ອະນຸຍາດໃຫ້ທ່ານລົງສະມັກໄດ້.
ທ່ານ Kagame ໄດ້ປະກາດກ່ຽວກັບການຕັດສິນໃຈຂອງທ່ານ
ໃນການກ່າວຄຳປາໄສທາງໂທລະພາບ ເນື່ອງໃນວັນປີໃໝ່ວ່າ
“ໃນການໃຫ້ຄວາມສຳຄັນ ແລະພິຈາລະນາ ທີ່ພວກທ່ານມີກ່ຽວ
ກັບເລື້ອງນີ້ ຂ້າພະເຈົ້າ ສາມາດພຽງແຕ່ກ່າວຮັບເອົາ.” ແຕ່ທ່ານໄດ້ກ່າວເພີ້ມອີກວ່າ ທ່ານ
ບໍ່ຄິດວ່າ ປະເທດຊາດໄດ້ແນໃສ່ການມີ “ປະທານາທິບໍດີຕະຫລອດຊີວິດ” ແລະກ່າວວ່າ
ທ່ານບໍ່ຢາກມີສິ່ງດັ່ງກ່າວ.
ໃນວັນຈັນແລ້ວນີ້ ທ່ານ Kagame ໄດ້ຂອບໃຈຕໍ່ປະເທດຊາດ ໃນການລົງຄະແນນ ເພື່ອ
ປ່ຽນແປງການຈຳກັດສະໄໝການດຳລົງຕຳແໜ່ງຢູ່ໃນລັດຖະທຳມະນູນ ແຕ່ບໍ່ໄດ້ໃຫ້
ຮ່ອງຮອຍວ່າ ທ່ານວາງແຜນຈະລົງແຂ່ງຂັນເພື່ອໃຫ້ໄດ້ຮັບເລືອກຕື່ມອີກ.
ສະໄໝການດຳລົງຕຳແໜ່ງຂອງຜູ້ນຳຣວັນດາ ຈະສິ້ນສຸດລົງໃນປີ 2017. ການປ່ຽນແປງ
ໃໝ່ ຈະອະນຸຍາດໃຫ້ ທ່ານ Kagame ອາຍຸ 58 ປີ ລົງສະມັກເອົາ ຕຳແໜ່ງໄດ້ຕື່ມອີກສະ
ໄໝນຶ່ງເຈັດປີ ຕິດຕາມດ້ວຍສອງສະໄໝທີ່ມີອາຍຸຫ້າປີ ຊຶ່ງສາມາດໃຫ້ທ່ານເຂົ້າກຳຕຳແໜ່ງໄປຈົນຮອດປີ 2034.