ບັນດາຜູ້ປ່ອນບັດໃນຣວັນດາ ພາກັນອອກໄປລົງຄະແນນ
ສຽງເລືອກຕັ້ງເອົາປະທານາທິບໍດີຂອງຕົນ ຊຶ່ງມີການຄາດ
ກັນວ່າ ປະທານາທິບໍດີ Paul Kagame ທີ່ປົກຄອງ ປະເທດໃນປັດຈຸບັນນີ້ ຈະໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ.
ປະຊາຊົນ ຣວັນດາ ຈໍານວນ 5 ລ້ານ 2 ແສນຄົນ ມີສິດ
ປ່ອນບັດລົງຄະແນນສຽງໃນວັນຈັນມື້ນີ້ ໃນການເລືອກຕັ້ງປະທານາທິບໍດີຄັ້ງທີສອງຂອງປະເທດ ນັບແຕ່ໄດ້ມີການ ເຂັ່ນຂ້າດັບສູນເຊື້ອຊາດເຜົ່າພັນ ໃນປີ 1994 ເປັນຕົ້ນມາ.
ທ່ານ Kagame ແຂ່ງຂັນກັບຜູ້ສະມັກຮັບເລືອກຕັ້ງອີກ 3 ຄົນ
ຊຶ່ງທັງໝົດມີສາຍພົວພັນກັບພັກແນວໂຮມຮັກຊາດຣວັນດາຂອງທ່ານ ທີ່ປົກຄອງປະເທດ ໃນປັດຈຸບັນ.
ພວກຜູ້ທີ່ຄັດຄ້ານຕໍ່ປະທານາທິບໍດີ Kagame ໄດ້ປະນາມການໂຄສະນາຫາສຽງເລືອກຕັ້ງ ວ່າເປັນການຫລອກລວງ. ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ພວກກຸ່ມຝ່າຍຄ້ານທີ່ແທ້ຈິງນັ້ນ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມໃນການແຂ່ງຂັນເລືອກຕັ້ງຄັ້ງນີ້.
ຄວາມເຄັ່ງຕຶງທາງດ້ານການເມືອງໄດ້ເພີ່ມທະວີຕື່ມຂຶ້ນ ຫລັງຈາກມີການສັ່ງງົດການພິມຈໍາ ໜ່າຍ ຂອງໜັງສືພິມ 2 ສະບັບ ແລະມີການໂຈມຕີຕິດຕໍ່ກັນມາຫລາຍຄັ້ງຕໍ່ບຸກຄົນສໍາຄັນຂອງຝ່າຍຄ້ານແລະພວກນັກຂ່າວ.
ທ່ານ Kagame ໄດ້ປົກຄອງປະເທດ Rwanda ມາຕັ້ງແຕ່ພັກ RPFຂອງທ່ານໄດ້ຢຸດການ ສັງຫານໂຫດດັບສູນເຜົ່າພັນ ເມື່ອ 15 ປີຜ່ານມາ ຊຶ່ງພວກຫົວຮຸນແຮງຈັດຂອງຊົນເຜົ່າ ຫູຕູ ໄດ້ເຂ່ັນຂ້າຊົນເຜົ່າຕູຊີ ແລະພວກຫູຕູ ຫົວນິຍົມແນວທາງປານກາງ ປະມານ 8 ແສນຄົນນັ້ນ.