ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​​ທ່ານນາ​ໂວ​ລນີ ຜູ້ນຳ​ຝ່າຍ​ຄ້ານ ​ຂອງຣັດ​ເຊຍ ຖືກປ່ອຍ ເປັນອິດສະຫຼະ ແລ້ວ


​​ຜູ້ນຳ​ຝ່າຍ​ຄ້ານ​ຂອງຣັດ​ເຊຍ ທ່ານອາ​ເລັກຊີ ນາ​ໂວ​ລນີ ​
​​ຜູ້ນຳ​ຝ່າຍ​ຄ້ານ​ຂອງຣັດ​ເຊຍ ທ່ານອາ​ເລັກຊີ ນາ​ໂວ​ລນີ ​

ຜູ້ນຳ​ຝ່າຍ​ຄ້ານ​ຂອງຣັດ​ເຊຍ ທ່ານອາ​ເລັກຊີ ນາ​ໂວ​ລນີ ​ແມ່ນ​ໄດ້ຖືກປ່ອຍ ​ໃນ​ວັນ​ພະຫັດ
​ມື້​ນີ້ ຫຼັງ​ຈາກ​ທີ່​ໄດ້​ຕິດ​ຄຸກ ​ເປັນ​ເວລາ 30 ມື້ ​ໃນ​ບົດບາດ​ຂອງ​ທ່ານ ​ທີ່ໄດ້ຈັດການ​ປະ​ທ້ວງ
ຄັ້ງໃຫຍ່ ຕໍ່ຕ້ານ​ປະທານາທິບໍດີ​ວລາ​ດີ​ເມຍ ປູ​ຕິນ ​ໃນ​ເດືອນ​ແລ້ວ​ນີ້.

“ຂ້າພະ​ເຈົ້າ​ ຢູ່ກັບພວກ​ທ່ານ​ອີກຄັ້ງນຶ່ງ ​ຫລັງຈາກ 30 ມື້ ໃນ​ການ​ເດີນ​ທາງ​ທຸລະ​ກິດ
ແລະຂ້າພະ​ເຈົ້າ​ແມ່ນ​ດີ​ໃຈ​ຫຼາຍ ທີ່​ໄດ້​ເປັນ​ອິດສະຫຼະ,”
ນັ້ນຄືຄຳເວົ້າທີ່ທ່ານ​ໄດ້​ຂຽນ​ລົງ​
ໃນທວິດ​ເຕີ.

​ທ່ານນາ​ໂວ​ລນີ ​ແລະ​ພວກ​ທີ່​ສະໜັບສະໜຸນ​ທ່ານ​ຫຼາຍ​ຮ້ອນ​ຄົນ ​ແມ່ນ​ໄດ້​ຖືກ​ກັກ​ຂັງ ​
ໃນ​ລະຫວ່່າງການ​ປະ​ທ້ວງ​ໃນເດືອນ​ພຶດສະພາ ​ທີ່ມົສກູ ​ແລະ​ອີກສີ​ບກວ່າຫົວ​ເມືອງ​ ​
ນຶ່ງມື້ກ່ອນ​ການເຂົ້າຮັບ​ກຳ​ອຳນາດ​ຂອງ​ທ່ານ​ປູ​ຕິນ ອີກ​ຕື່ມ​ສະ​ໄໝ ນຶ່ງ ​ເປັນເວລາ 6 ປີ
ນັ້ນ. ທ່ານ​ໄດ້​ຖືກຂໍ້ຫາຍຸຍົງໃຫ້ມີການ​ປະ​ທ້ວງ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ ​ແລະ​ສານ​ໃນ​ມົສກູ
​ໄດ້​ສັ່ງ​ໃຫ້​ທ່ານ​ຕິດ​ຄຸກ.

ໃນໂພສເຕີ ໃນຖະໜົນທີ່ວັງຄຣິມລິນ ເປັນພາບຂອງປະທານາທິບໍດີວລາດີເມຍ ປູຕິນ ຫຼີ້ນບານເຕະ ເພື່ອຄ້ຳປະກັນ ງານເຕະບານໂລກ ຫຼື World Cup ແລະງານມະຫັດສະກຳໂອລິມປິກລະດູໜາວ ປີ 2014.
ໃນໂພສເຕີ ໃນຖະໜົນທີ່ວັງຄຣິມລິນ ເປັນພາບຂອງປະທານາທິບໍດີວລາດີເມຍ ປູຕິນ ຫຼີ້ນບານເຕະ ເພື່ອຄ້ຳປະກັນ ງານເຕະບານໂລກ ຫຼື World Cup ແລະງານມະຫັດສະກຳໂອລິມປິກລະດູໜາວ ປີ 2014.

ທ່ານນາ​ໂວ​ລນີ ຜູ້​ຊຶ່ງ​ໄດ້​ວາງ​ແຜນການຈັດການ​ປະ​ທ້ວງ​ຄັ້ງໃຫຍ່ ​ຊຶ່ງບັງເອີນມີຂຶ້ນ ພ້ອມໆ
ກັນ​ກັບ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ປູ​ຕິນໃນປີ 2012 ນັ້ນ ​ແມ່ນ​ຖືກ​ຫ້າມບໍ່ໃຫ້ ​ລົງ​ເລືອກ​ຕັ້ງ​
ເປັນປະທານາທິບໍດີ ​ໃນ​ເດືອນ​ມີນາຜ່ານ​ມາ ຍ້ອນ​ເຄີຍໄດ້ຮັບໂທດດ້ານ​ການ​ເງິນ ​ຊຶ່ງເປັນ
ຂໍ້ຫາທີ່ມີການ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນນັ້ນ.

ທ່ານ​ໄດ້​ຕິດ​ຄຸກ ​ເປັນ​ເວລາ​ຫຼາຍ​ສັບປະ​ດາ ​ໃນ​ໄລຍະຫລາຍໆປີ​ທີ່​ຜ່ານ​ມາ ​ໃນ​ຖານ​ເປັນຜູ້ຈັດແຈງການ​ປະ​ທ້ວງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG