ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຕາເວັນຕົກ ຂວ້ຳບາດ ການສະຫລອງ ໄຊຊະນະ ສົງຄາມໂລກຄັ້ງທີ 2 ຂອງຣັດເຊຍ


Russia's Turn to the East More Economic than Ideological
please wait

No media source currently available

0:00 0:03:02 0:00

ບັນດາ​ຜູ້ນຳຕາ​ເວັນ​ຕົກ ພາກັນຂໍ້​ວາ​ບາດ ​ການ​ເດີນ​ສວນສະໜາມ
ສະຫຼອງ​ໄຊຊະນະ ຢ່າງ​ໃຫຍ່​ໂຕ​ມະໂຫລານຂອງ​ກອງທັບ​ຣັດ​ເຊຍ​
ຢູ່ Moscow ​ໃນ​ທ້າ​ຍສັບປະດາ​ນີ້ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຄົບ​ຮອບ
70 ປີ ຂອງ​ການ​ສິ້ນ​ສຸດ​ລົງ​ຂອງສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ນັ້ນ ຍ້ອນພຶດ
ຕິກຳ​ຕ່າງໆຂອງຣັດ​ເຊຍ ຢູ່​ໃນ​ຢູ​ເຄຣນ.

​ແຕ່​ວ່າ ທ່ານ Alexander Gabuev ຫົວໜ້າ​ ​ໂຄງການຣັດ​ເຊຍ​ໃນພາກພື້ນ​ເອ​ເຊຍອາ
ຄະ​ເນ ທີ່​ສູນ​ກາງ Carnegie ປະຈຳ Moscow ກ່າວ​ວ່າ ສິ່ງທີ່​ສຳຄັນ​ຕໍ່​ປະທານາທິບໍດີ Vladimir Putin ກໍ​ຄື ຈະ​ມີ​ຜູ້ນຳ​ຂົງ​ເຂດ​ເອ​ເຊຍຫລາຍ​ຄົນ ​ເຂົ້າ​ຮ່ວມນຳ ຊຶ່ງ​ຮວມທັງ​ ປະທານ​ປະ​ເທດ​ຈີນ ທ່ານ Xi Jinping. ທ່ານ Gabuev ກ່າວ​ວ່າ:

“ການ​ເດີນ​ສວນສະໜາມ​ຂອງ​ກອງທັບ​ໃນ​ວັນ​ທີ 9 ພຶດສະພາ​ທີ່​ຈະ​ມາ​ເຖິງ​ນີ້ ​ເດັດຂາດ​ແມ່ນ​ເປັນ​ນຶ່ງ​ໃນ​ສັນ​ຍາ​ລັກ​ທີ່​ສຳຄັນທີ່​ສຸດ ສຳ​ຫຼັບ​ປະທານາທິບໍດີ Putin ​ໃນ​ເວລາ​ນີ້ ​ເພື່ອ​ສົ່ງ​ເສີມ​ສະຖານະ​ພາບ​ອັນ​ຖືກຕ້ອງ​ຊອບ​ທຳ​ຂອງ​ທ່ານ ​ຢູ່ພາຍໃນ​ປະ​ເທດ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ບໍ່​ໄດ້​ຢູ່​ໂດ່ດ​ດຽວ​ລຳພັງ​ຄົນ​ດຽວ.”

Moscow ​ໄດ້ມີ​ໝາຍ​ກຳນົດ​ທີ່​ຈະ​ຕ້ອນຮັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ຊຶ່ງ​ຈະ
ເປັນ​ການ​ເດີນທາງ​ອອກ​ນອກ​ປະ​ເທດ​ເປັນ​ຄັ້ງ​ແລກຂອງ​ທ່ານ ກ່ອນ​ທີ່​ຈະ​ຖືກຍົກ​ເລີກ​ໄປ ຍ້ອນ​ອັນ​ທີ່ທາງ​ການ​ເອີ້ນ​ວ່າ ບັນຫາພາຍ​ໃນ​ຂອງເກົາຫລີ.

​ແຕ່​ວ່າ ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ ​ແມ່ນ​ໄດ້​ເຕີບ​ໂຕ​ມາ​ຢ່າງໄວວາ ນັບ​ຕັ້ງ​ແຕ່​ພຽງ​ຢາງ​ໄດ້​ຊຳລະໜີ້ຂອງ​ຕົນ ທີ່​ຕົກ​ຄ້າງ​ມາ​ແຕ່​ຢຸກສະ​ໄໝ​ສະຫະພາບ​ໂຊ​ຫວຽດພຸ້ນ. ທັງ​ສອງ​ຝ່າ​ຍ
ສາມາດ​ທີ່​ຈະບັນລຸ​ເປົ້າ​ໝາຍ​ການ​ຄ້າ​ລະຫວ່າງ​ກັນ ທີ່​ຄາດ​ໄວ້ວ່າ​ຈະ​ໃຫ້​ຮອດ 1 ພັນ ລ້ານໂດ​ລ່າ ພາຍ​ໃນ​ປີ 2020 ນັ້ນ ອິງ​ຕາມ​ ຫົວໜ້າສະພາ​ການ​ຄ້າໃໝ່ຂອງຣັດ​ເຊຍ - ​ເກົາຫຼີ ​ທ່ານ Vitaly Survillo.

XS
SM
MD
LG