ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. Putin ​ປົກ​ປ້ອງ ການ​ຢຶດ​ເອົາ ​ແຫລມ​ຄຣາຍ​ເມຍ ຂອງ ​ຢູ​ເຄຣນ ໂດຍປະເທດຂອງທ່ານ


RUSSIA PUTIN SPEECH VO
please wait

No media source currently available

0:00 0:00:33 0:00

ເບິ່ງວີດີໂອ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວຄຳຖະແຫລງ ກ່ຽວກັບສະພາບການ​ຂອງ​ ປະ​ເທດຊາດ ປະຈຳ​ປີ ໃນຫໍສະພາແຫ່ງຊາດ

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ປົກ​ປ້ອງ
ໃນ​ການ​ຢຶດ​ເອົາ​ແຫລມ​ຄຣາຍ​ເມຍ ຂອງ​ຢູ​ເຄຣນ ໂດຍປະເທດ
ຂອງທ່ານ ແລະ ​ໄດ້​ກ່າວ​ຫາ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໃນ​ການ
​ໃຊ້​ວິ​ກິດ​ການຢູ​ເຄຣນ ​ເປັນຂໍ້​ອ້າງ ​ເພື່ອທຳການລົງ​ໂທດ​ຕ່າງໆ
​ຕໍ່​ມົສກູ.

​ໃນ​ລະຫວ່າງ​ ກ່າວ​ຄຳຖະ​ແຫລ​ງກ່ຽວກັບສະພາບການ​ຂອງ​
ປະ​ເທດຊາດ ປະຈຳ​ປີ ​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ ປູ​ຕິນ ​ໄດ້​ເອີຍ​
ເຖິງ ແຫຼມຄຣາຍ​ເມຍ ວ່າ ​ເປັນດິນ​ແດນ​ແຫ່ງ​ຈິດວິນ​ຍານ​ຂອງ
ຣັດ​ເຊຍ. ​ໃນ​ເລື້ອງ​ຂອງ​ການ​ລົງ​ໂທດ​ຕ່າງໆ​ ຂອງ​ບັນດາ​ປະ​ເທດ​
ຕາ​ເວັນ​ຕົກນັ້ນ ທ່ານເວົ້າ​ວ່າ “ເວລາໃດ ທີ່​ຜູ້​ຄົນຄິດ​ວ່າ ລັດ​ເຊຍ
ມີຄວາມ​ແຂງ​ແກ່ງ ມີເອກກະລາດ ​ເຄື່ອງມື​ ໃນທຳນອງນີ້ ຈະ​ຖືກ​ນຳ​ມາ​ໃຊ້​
ໃນ​ທັນທີ.”

​ສະພາບ​ການເສດຖະກິດ​ຂອງຣັດ​ເຊຍ ​ໄດ້ຊຸດ​ໂຊມ​ລົງ ນັບຕັ້ງ​ແຕ່​ສະຫະລັດ ​ແລະ ສະຫະພາບ ​ຢູ​ໂຣບ ​ໄດ້​ໃຊ້​ການລົງ​ໂທດທາງ​ດ້ານ​ເສດຖະກິດຫຼາຍໆ​ບັ້ນ ທີ່​ໜັກ​ຂຶ້ນ​ເລື້ອຍໆ ຕໍ່ມົສກູ ກ່ຽວ​ກັບ​ການ​ຢຶດ​ເອົາແຫລມ​ຄຣາຍ​ເມຍ ​ແລະ ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນ​ການ​ສະໜັບສະໜຸນ ສຳ​ຫລັບ​ພວກ​ກະບົດແບ່ງ​ແຍກ​ດິນ​ແດນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ການ​ລົງ​ໂທດ​ເຫຼົ່ານັ້ນ ພ້ອມ​ກັນ​ກັບ ການ​ລົດ​ລົງ​ຢ່າງຫຼວງຫຼາຍຂອງ​ການ​ສົ່ງ​ອອກ​ນ້ຳມັນ ​ແລະ ການ​ຕົກ​ຕ່ຳ​ຂອງ​ເງິນຣູ​ບຂອງຣັດ​ເຊຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ມົສກູ ​ໃນ​ວັນ​ອັງຄານ​ຜ່ານ​ມາ ຄາດ​ຄະ​ເນ​ວ່າ​ເສ​ດຖະກິດຂອງຣັດ​ເຊຍ​ຈະ​ຫົດໂຕ​ເຂົ້າຕື່ມອີກ​ໃນ​ປີ 2015 ນີ້.

​ໃນ​ຄຳ​ຖະ​ແຫລ​ງຂອງ​ທ່ານ ປູ​ຕິນ ທ່ານ​ກ່າວ​ວ່າ ກອງທຶນ​ສຳຮອງຂອງ​ປະ​ເທດ​ນັ້ນ ຈະ​ຕ້ອງ​ນຳ​ມາ​ໃຊ້​ເພື່ອ​ສະໜັບສະໜຸນ ບັນດາ​ທະນາຄານ​ພາຍ​ໃນ​ປະ​ເທດ. ທ່ານກ່າວ​ວ່າ ​ໃນ​ວັນ​ທີ 1 ພະຈິກ ກອງທຶນຊຶ່ງຈະ ຊ່ອຍຈ່າຍການຂາດເຂີນຂອງເບ້ຍບຳນານນັ້ນ ແມ່ນຂາດ 81 ພັນ 700 ລ້ານໂດລາ.

RUSSIA PUTIN POPULARITY VO
please wait

No media source currently available

0:00 0:00:23 0:00

XS
SM
MD
LG