ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ແທນຣັດເຊຍ ຈະເດີນທາງມາ ສະຫະລັດ ໂອ້ລົມ ເລື້ອງການແຊກແຊງ ຂອງສະຫະລັດ ຢູ່ຊີເຣຍ


ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin
ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin
ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ທ່າ​ນ
ສະໜັບສະໜູນ​ແນ​ວຄິດ ການ​ສົ່ງຄະນະຜູ້ຕາງໜ້າ ຈາກສະພາ​
ແຫ່ງ​ຊາດ​ຂອງ​ປະ​ເທດ ​ໄປ​ນະຄອນຫລວງວໍ​ຊິງ​ຕັນ ​ເພື່ອເກ້​ຍ
ກ່ອມບັນດາ​ສະມາຊິກ​ລັດຖະສະພາສະຫະລັດ ບໍ່​ໃຫ້ການ​ສະ
ໜັບສະໜູນການ​ເຂົ້າ ​ແຊກ​ແຊງ​ທາງ​ທະຫານ​ ໃນຊີ​ເຣຍ.

ທ່ານ​ນາງ Valentina Matviyenko ຜູ້​ເປັນປະທານ ສະພາ
ສະມາພັນ​ ກໍ​ຄືສະພາ​ສູງຣັດ​ເຊຍ ​ໄດ້​ຊີ້​ແຈງ​ໂດຍ​ສັງ​ເຂ​ບ​ ຂໍ້​ສະ​
ເໜີທີ່​ຈະ​ສົ່ງ​ຄະນະ​ຜູ້ຕາງໜ້າ​ສະພາ ມາຍັງສະຫະລັດ ​ໃນ​ວັນ​
ຈັນ​ໜ້າ ​ໃນ​ລະຫວ່າງ​ການ​ປະຊຸມກັບ ທ່ານ Putin ຊຶ່ງ​ມີ​ທ່ານ
Sergei Naryshkin ​ປະທານ​ສະພາ Duma ຫລື​ສະພາ​ຕໍ່າ
ຂອງຣັດ​ເຊຍ ຮ່ວມ​ຢູ່​ດ້ວຍ.

ທ່ານ​ນາງ Matviyenko ກ່າວ​ວ່າ ທ່ານ​ນາງ ຫວັງ​ວ່າ “ຈະມີ​
ກາ​ນ​ໂອ້​ລົມກັນ​ຢ່າງ​ແຂງຂັນ”ກັບ​ບັນດາ​ຜູ້​ແທນລັດຖະ​ສະພາ
ສະຫະລັດ ກ່ຽວກັບການແຊກ​ແຊງ​ທາງ​ທະຫານ ​ທີ່​ອາດ​ຈະ​ມີ​ຂຶ້ນ​ໄດ້ ໃນ​ຊີ​ເຣຍນັ້ນ.

ທ່ານ Putin ຮ້ອງ​ແນວ​ຄິດ​ນັ້ນ​ວ່າ “ທັນ​ກັບເວລາ ​ແລະ​ຖືກ​ຕ້ອງ.” ທ່ານ​ນາງ Matviyenko
ກ່າວ​ຕໍ່ ປະທານາທິບໍດີ ຣັດ​ເຊຍ​ວ່າ ທ່ານນາງ ​ແລະ ທ່ານ Naryshkin ແມ່ນ​ມີ​ແນວ​ຄິດດຽວ​ກັນ​ກັບ​ທ່ານ ກ່ຽວ​ກັບອັນ​ທີ່​ທ່ານນາງ​ຮ້​ອງວ່າ “ການ​ທີ່​ຈະ​ປ່ອຍ​ໃຫ້​ມີ​ຂຶ້ນ​ບໍ່​ໄດ້” ໃນ​ເລື້ອງ​ການ​ແຊກ​ແຊງ​ຂອງ​ທະຫານ​ຢູ່​ໃນຊີ​ເຣຍ ຖ້າປາດ​ສະ​ຈາກ​ການເຫັນດີຈາກ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ.
XS
SM
MD
LG