ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດ​ເຊຍ ພວມສຶກສາ ເບິ່ງວີ​ດີ​ໂອ ຂອງກຸ່ມ ຫົວ​ຮຸນ​ແຮງ ອິສລາມ


ຜູ້ຊາຍສອງຄົນເຕືອນປະທານາທິບໍດີ Vladimir Putin ຈົ່ງ​
ຄາດຫວັງ ທີ່ຈະໄດ້ຮັບ “ຂອງຂວັນ” ສຳລັບການແຂ່ງຂັນ
ກິລາໂອລິມປິກ ລະດູ​ໜາວ ທີ່​ເມືອງ Sochi​​.
ຜູ້ຊາຍສອງຄົນເຕືອນປະທານາທິບໍດີ Vladimir Putin ຈົ່ງ​ ຄາດຫວັງ ທີ່ຈະໄດ້ຮັບ “ຂອງຂວັນ” ສຳລັບການແຂ່ງຂັນ ກິລາໂອລິມປິກ ລະດູ​ໜາວ ທີ່​ເມືອງ Sochi​​.
ກໍາລັງ​ຮັກສາ​ຄວາມ​ປອດ​ໄພຣັດ​ເຊຍກໍາລັງ​ສຶກສາວີ​ດີ​ໂອ ທີ່​ນຳ
ອອກເຜີຍແຜ່ ໂດຍ​ກຸ່ມຫົວ​ຮຸນ​ແຮງອິສລາມ ທີ່​ອ້າງ​ເອົາ​ຄວາມ​
ຮັບຜິດຊອບ ໃນການໂຈມຕີ ດ້ວຍລ​ະ​ເບີດ​ສະລະ​ຊີບ​ ໃນ​ເດືອນ
​ແລ້ວ​ນີ້ ທີ່​ເມືອງ Volgograd ​ແລະ​ຂົ່ມຂູ່​ທີ່ຈະທຳການ​ໂຈມ​ຕີ
ການແຂ່ງຂັນກິລາ​ໂອ​ລິ​ມປິກຄັ້ງຈະ​ມາ​ ທີ່​ເມືອງ Sochi.

ວີ​ດີ​ໂອໄດ້​ນຳອອກເຜີຍແຜ່ທາງອິນເຕີແນັດ ໃນ​ວັນ​ອາທິດ​ທີ່​ຜ່ານ
ມາ ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງຈາກ​ຂົງ​ເຂດ ​Dagestan ທີ່​ມີຊາວມຸສ
ລິ​ມ​ເປັນ​ສ່ວນ​ໃຫຍ່. ​ຍັງ​ບໍ່​ທັນເປັນ​ທີ່​ແຈ້ງ​ຂາວເທື່ອ​ວ່າ ວີ​ດີ​ໂອ ນີ້
​ເຮັດ​ຂື້ນ​ເວລາ​ໃດ.

ຢູ່​ໃນວີ​ດີ​ໂອ ​ຜູ້​ຊາຍ​ສອງ​ຄົນ​ທີ່​ເວົ້າ​ພາສາຣັດ​ເຊຍ ​ເຕືອນປະທານາທິບໍດີ Vladimir Putin
ຈົ່ງ​ຄາດຫວັງ ທີ່ຈະໄດ້ຮັບ ໃນ​ອັນ​ທີ່​ເຂົາເຈົ້າ​ຮ້ອງວ່າ “ຂອງຂວັນ” ​ສຳລັບການແຂ່ງຂັນກິລາ ໂອລິມປິກລະດູ​ໜາວ ທີ່​ເມືອງ Sochi. ວີ​ດີ​ໂອກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນ ​ເປັນ​ຜູ້​ວາງ​ລະ​ເບີດ​
ສະລະ​ຊີບທີ່​ໄດ້​ໂຈມ​ຕີ​ເມືອງ Volgograd ​ໃນ​ເດືອນ​ແລ້ວ​ນີ້ທີ່ສັງຫານ 34 ຄົນ. ບໍ່​ມີ​ການ​ຢັ້ງ ຢືນ​ຢ່າງເປັນອິດສະຫຼະເທື່ອ ກ່ຽວກັບການ​ອ້າງ​ດັ່ງກ່າວນີ້.

ກອງທັບສະຫະລັດກ່າວໃ​ນວັນ​ຈັນ​ວານ​ນີ້​ວ່າຕົນ​ຈະຕຽ​ມພ້ອມເພື່ອໃຫ້ການສະໜັບສະໜຸນ
ທັງທາງ​ອາກາດ ​ແລະ​ທາງທະເລແກ່​ລັດຖະບານຣັດ​ເຊຍ ​ໃນ​ຂະນະປະເທດດັ່ງກ່າວ​ ພວມ ກະກຽມໃນການຮັກສາຄວາມ​ປອດ​ໄພ​ໃຫ້ແກ່ການແຂ່ງຂັນກິລາ​ໂອ​ລິ​ມປິກ. ​ໂຄສົກ​ທໍາ​ນຽບ ຫ້າ​ແ​ຈ ກ່າວ​ຢູ່​ໃນ​ຖະ​ແຫລ​ງການວ່າ ການ​ສະໜັບສະໜຸນທີ່ວ່ານີ້ ແມ່ນຣວມ​ທັງ​ເຮືອ​ລົບສະ ຫະລັດສອງ​ລໍາ​ຢູ່ໃນ ທະ​ເລ​ດໍາ ຈະ​ໃຫ້ການ​ຊ່ວຍ​ເຫລືອໃນທັນທີ ຖ້າ​ຫາກ​ຮ້ອງ​ຂໍ “​ກ່ຽວກັບ ເຫດການສຸກເສີນຕ່າງໆ​” ​ໃນ​ການ​ປຶກສາ​ຫາລື​ກັບລັດຖະບານ​ບັດ​ເຊຍ.

ໃນອີກດ້ານນຶ່ງນັ້ນ ບັນດາ​ພະນັກງານ​ໂຮງ​ແຮມ ຢູ່​ເມືອງ Sochi ​ໄດ້​ບອກພວກ​ນັກ​ຂ່າວ​ວ່າ
​ເຂົາ​ເຈົ້າ​ເຫັນຮູບໂປ​ສ​ເຕີ​ຂອງ​ຜູ້​ຍິງ​ຄົນ​ນຶ່ງຈາກເຂດ Dagestan ທີ່ເຈົ້າໜ້າທີ່ຕ້ອງການໂຕ.
ມີການກ່າວກັນ​ວ່າ ຜູ້ຍິງຄົນນີ້ມີ​ອາຍຸ 22 ປີ ເປັນ​ແມ່​ໝ້າຍ ​ຂອງພວກຫົວ​ຮຸນ​ແຮງ​ຄົນ​ນຶ່ງທີ່​
ຖືກ​ສັງຫ​ານໂດຍກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງຣັດ​ເຊຍ ປີ​ກາຍ​ນີ້. ​ໂປ​ສ​ເຕີຍັງເວົ້າ​ວ່າ
ຜູ້​ຍິງ​ຄົນ​ດັ່ງກ່າວ ຊື່ວ່າ Ruzanna Ibragimova ທີ່​ອາດ​ຈະຢູ່​ໃນຫລື​ໃກ້​ໆກັບ​ເມືອງ Sochi
ແລະ​ອາດພວມວາງແຜນ​ທໍາ​ການ​ໂຈມ​ຕີຢູ່.

XS
SM
MD
LG