ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ຊອກຫາ ຊີ້ນສ່ວນ ສະເກັດດາວຕົກ ໃນທະເລສາບ (ສະໄລດ໌/ວີດີໂອ)


ສະເກັດດາວ ມີລາຍງານວ່າ ໄດ້ຕົກລົງໄປ ໃນທະເລສາບນໍ້າກ້ອນ ບ່ອນທີ່ເປັນເວີງຢູ່ນີ້
ສະເກັດດາວ ມີລາຍງານວ່າ ໄດ້ຕົກລົງໄປ ໃນທະເລສາບນໍ້າກ້ອນ ບ່ອນທີ່ເປັນເວີງຢູ່ນີ້
ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ພວກມະນຸດ​ກົບ ກໍາລັງ​ຊອກ​
ຫາ​ຊີ້ນ​ສ່ວນ​ ​ຂອງສະ​ເກັດ​ດາວຂະໜາດ​ໃຫຍ່ ທີ່ຕົກລົງໄປ​ໃນ​
ທະ​ເລ​ສາບ ຫຼັງ ຈາກ​ໄດ້​ແລ່ນຜ່ານ​ທ້ອງຟ້າ ​ແລະ​ເກີດ​ລະ​ເບີດ​
ຢູ່​ເທິງບໍລິ​ເວນພູ Ural​.

ປະຊາ​ຊົນ​ຣັດ​ເຊຍຢູ່​ໃນ​ເຂດ Chelyabinsk ພາກັນ​ຕື່ນ​ຕົກ​ໃຈ ​
ໃນ​ຂະ ນະທີ່ສະ​ເກັດ​ດາວ ທີ່​ມີ​ນໍ້າໜັກ​ເຖິງ 10 ​ໂຕນ ​ໄດ້​ລະ​ເບີດເປັນ​ແສງຮຸ່ງ​ຢູ່ເທິງທ້ອງ​ຟ້າ ​ໃນ​ວັນ​ສຸກ​ວານ​ນີ້.

​ເຫດລະ​ເບີດດັ່ງກ່າວ ໄດ້​ສົ່ງ​ຄື້ນຄວາມ​ສັ່ນ​ສະ​ເທືອ​ນ​ເຮັດ​ໃຫ້​ປະຕູ​ປ່ອງ ຢ້ຽມ​ແຕກ ທໍາ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກອາຄານ​ຕ່າງໆ ​ແລະ​ເຮັ​ດ​ໃຫ້​ 1,100 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ. ລັດຖະມົນຕີ​ພາຍໃນຣັດ​ເຊຍກ່າວ​ວ່າ ການບາດ​ເຈັບ​ສ່ວນ​ໃຫຍ່ ​ເກີດ​ຈາກ​ແກ້ວ​ແຕກ ​ທີ່​ຟົ້ງ​ໄປ​ໃສ່.



ຜູ້ອຳນວຍການ​ຝ່າຍວິທະຍາກ່ຽວ​ກັບ​ໂລກ​ມະ​ນຸດ ທີ່​ອົງການ ອະວະ ກາດສະຫະລັດ​ຫຼື NASA ກ່າວ​ວ່າ ​ເຫດການ​ນີ້​ແມ່ນ​ໄດ້​ຮັບ​ການ​ຍົກ ​ເວັ້ນ​ເປັນ​ພິ​ເສດ.

ທ່ານ Jim Green ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ລູກ​ລະ​ເບີດ​ໄຟ” ຊະ ​ນິດ​ໃດ​ຊະນິດ​ນຶ່ງ ​ແມ່ນ​ເກີດ​ຂື້ນ​ເປັນ​ປົກກະຕິຢູ່​ທຸກໆ​ມື້ ​ແຕ່​ສ່ວນ​ຫລາຍແລ້ວບໍ່ມີ​ຄົນ​ເຫັນ ​ເພາະວ່າ​ມັນໄດ້​ຕົກລົງ​ໃສ່ມະຫາ​ສະມຸດ ​ຫລື​ຢູ່​ບ່ອນ​ສອກຫລີກຫ່າງ​ໄກ​ຕ່າງໆ.

ກ້ອນຫີນຈາກອະວະກາດ ທີ່ໂຄຈອນເຂົ້າມາໃກ້ໆ ໂລກມະນຸດ
ກ້ອນຫີນຈາກອະວະກາດ ທີ່ໂຄຈອນເຂົ້າມາໃກ້ໆ ໂລກມະນຸດ

ສະ​ຖາ​ບັນ​ວິທະຍາສາດຂອງຣັດ​ເຊຍ ກ່າວ​ວ່າ ສະ​ເກັດ​ດາວດັ່ງກ່າວໄດ້ ​ແລ່ນ​ເຂົ້າມາສູ່​ບັນຍາກາດ​ຂອງ​ໂລກ​ມະນຸດ ດ້ວຍ​ຄວາມ​ໄວ​ຢ່າງ​ໜ້ອຍ 54,000 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ.
ການ​ແລ່ນ​ເຂົ້າມາ​ຂອງ​ສະ​ເກັດ​ດາວ​ດັ່ງກ່າວ​ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໄດ​ຊົ່ວ​ໂມງ ກ່ອນທີ່ກ້ອນ​ຫີນ​ໃຫຍ່ຈາກ​ອະວະກາດຫລື Asteroid ທີ່​ຮູ້​ກັນໃນ​ນາມ 2012 DA14 ​ໄດ້ຜ່ານ​ເຂົ້າ
ມາ​ລະຫວ່າງໂລກ​ມະນຸດ ​ແລະ​ບັນດາດາວ ທຽມ ທີ່​ກໍາລັງ​ໂຄຈອນອ້ອມ​ໂລກ​ຢູ່​ນັ້ນ.

ອົງການ NASA ກ່າວ​ວ່າ ກ້ອນ​ຫີນ​ໃຫຍ່ ຫລື Asteroid ທີ່​ມີ​ຄວາມ​ກວ້າງ 45 ​ແມັດ ​ໄດ້ໂຄຈອນ​ຜ່ານ​ເຂົ້າ​ມາໃກ້​ໂລກ​ມະນຸດ​ເຮົາປະມານ 27,000 ກິ​ໂລ​ແມັດ.​

XS
SM
MD
LG