ຊາວຣັດເຊຍຈຳນວນຫຼວງຫລາຍໄດ້ພາກັນຮີບຮ້ອນຈອງປີ້ເຮືອບິນຖ້ຽວດຽວໄປບໍ່ກັບອອກຈາກປະເທດ ຫລັງຈາກປະທານາທິບໍດີ ວລາດີເມບ ປູຕິນ ໄດ້ອອກດຳລັດສ່ວນລະດົມທະຫານກອງໜຸນບາງສ່ວນເພື່ອສົງຄາມຢູ່ໃນຢູ ເຄຣນ.
ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານເຊີເກ ຊອຍກູ ໄດ້ກ່າວຜ່ານທາງໂທລະພາບ ໃນການໃຫ້ສຳພາດວ່າ ກຳລັງກອງໜຸນ 300,000 ຄົນທີ່ພົວພັນກັບການສູ້ລົບ ແລະມີປະສົບການຮັບໃຊ້ປະເທດ ຈະຖືກເອີ້ນໃຫ້ໄປສະເໜີຕົວ.
ລາຄາປີ້ເຮືອບິນໄດ້ຖີບໂຕສູງຂຶ້ນຢ່າງໃຫຍ່ ທ່າມກາງໃນອັນທີ່ປາກົດໃຫ້ເຫັນວ່າ ມີຄວາມຢ້ານກົວ ທີ່ຊາຍແດນຂອງຣັດເຊຍ ອາດຈະປິດລົງໃນບໍ່ຊ້ານີ້ ຫລືວ່າທ່ານປູຕິນ ອາດຈະປະກາດການລະດົມພົນຄັ້ງໃຫຍ່.
ຊາວຣັດເຊຍຈຳນວນຫລວງຫລາຍ ໄດ້ພາກັນໜີອອກຈາກປະເທດໄປແລ້ວ ນັບແຕ່ທ່ານປູຕິນ ໄດ້ອອກຄຳສັ່ງໃຫ້ທະຫານຂອງທ່ານຮຸກຮານຢູເຄຣນ ເມື່ອເກືອບເຈັດເດືອນກ່ອນ.
ສາຍການບິນເຊີເບຍ ເປັນພຽງສາຍການບິນຂອງຢູໂຣບ ນອກຈາກສາຍການບິນເທີກີ ທີ່ຮັກສາຖ້ຽວບິນໄປຣັດເຊຍ ເຖິງແມ່ນວ່າສະຫະພາບຢູໂຣບໄດ້ຫ້າມ ບໍ່ໃຫ້ຂາຍປີ້ຖ້ຽວບິນມົສກູ-ແບລເກຣດ ແຕ່ປີ້ໄດ້ຂາຍໝົດຢ່າງໄວໃນໄລຍະຫຼາຍມື້ຂ້າງໜ້າ ໃນຂະນະທີ່ລາຄາປີ້ບິນຈາກມົສກູ ໄປຫາອິສຕັນບູລ ຫລືດູໄບ ໄດ້ຖີບໂຕຂຶ້ນເຖິງ 9,119 ໂດລາສະຫະລັດ ຕໍ່ປີ້ທາງດຽວ ສຳລັບປີ້ທຳມະດາ.
ກຸ່ມນຶ່ງທີ່ມີຫ້ອງການຕັ້ງຢູ່ແບລເກຣດ ທີ່ຮ້ອງຕົນເອງວ່າຊາວຣັດເຊຍ ຊາວເບລາຣຸສ ຊາວຢູເຄຣນ ແລະຊາວເຊີເບຍ ທີ່ຮ່ວມກັນຕໍ່ຕ້ານສົງຄາມໄດ້ຂຽນລົງ ໃນທວິດເຕີ້ວ່າ ບໍ່ມີຖ້ຽວບິນໃດໆທີ່ບິນໄປຫາແບລເກຣດ ຈາກຣັດເຊຍຈົນຮອດກາງເດືອນຕຸລາ. ລາຍງານກ່າວວ່າຖ້ຽວບິນໄປເທີກີ ຈໍເຈຍ ແລະອາເມເນຍໄດ້ຂາຍໝົດເຊັ່ນກັນ.
ຊາວຣັດເຊຍສາມາດເຂົ້າປະເທດເຊີເບຍໄດ້ ໂດຍປາດສະຈາກການຂໍວິຊາ.
ແບລເກຣດ ຍັງບໍ່ທັນໄດ້ເຂົ້າຮ່ວມການລົງໂທດກັບປະເທດຕາເວັນຕົກເພື່ອຕໍ່ຕ້ານຣັດເຊຍ ໃນການຮຸກຮານຢູເຄຣນ.
ບັນດາພັດທະມິດ ເຊັ່ນວ່າ ເບລາຣຸສ ແລະຈີນ ຍັງບໍ່ໄດ້ວາງມາດຕະການລົງໂທດຕໍ່ຣັດເຊຍເທື່ອ.
ສື່ສັງຄົມຈຳນວນນຶ່ງໄດ້ພິມເຜີຍແຜ່ ການກ່າວຫາທີ່ວ່າ ມີປະຊາຊົນໄດ້ຖືກສົ່ງກັບຄືນໄປຈາກຊາຍແດນຂອງຣັດເຊຍກັບຈໍເຈຍ ແລະໜ້າເວັບໄຊບໍລິສັດທາງລົດໄຟຂອງລັດຖະບານຣັດເຊຍ ໄດ້ພັງທະລາຍລົງ ເພາະວ່າມີຫລາຍຄົນພາກັນກວດເບິ່ງເພື່ອຊອກຫາທາງອອກໄປຈາກປະເທດ.
Numerous Russians have rushed to reserve one-way tickets out of the country after President Vladimir Putin decreed a partial mobilization of military reservists for the war in Ukraine.
Russian Defense Minister Sergei Shoigu said in a televised interview that 300,000 reservists with relevant combat and service experience would initially be mobilized.
Ticket prices skyrocketed amid apparent fears that Russia's borders could soon close or that Putin might announce a general mobilization.
Large numbers of Russians have already left the country since Putin ordered his troops to invade Ukraine almost seven months ago.
Air Serbia, the only European carrier besides Turkish Airlines to maintain flights to Russia despite a European Union flight embargo, saw tickets for the Moscow-Belgrade flight quickly sell out for the next several days, while the price for flights from Moscow to Istanbul or Dubai reached as much as $9,119 for a one-way, economy-class fare.
A Belgrade-based group called Russians, Belarusians, Ukrainians, and Serbs Together Against War tweeted that there were no available flights to Belgrade from Russia until mid-October. It said flights to Turkey, Georgia, and Armenia also sold out.
Russians can enter Serbia without a visa. Belgrade has not joined Western sanctions against Russia for its aggression in Ukraine.
Allies such as Belarus and China also have not imposed sanctions on Russia.
Some social media postings alleged people already had been turned back from Russia's land border with Georgia and that the website of the state Russian railway company had collapsed because too many people were checking for ways out of the country.