ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວໜຸ່ມຣັດເຊຍ ປະທ້ວງ ອາຫານ ທີ່ພາໃຫ້ຕຸ້ຍ (ວີດີໂອ)


Russia
please wait
Embed

No media source currently available

0:00 0:00:41 0:00
ບັນດາ​ຊາວ​ໜຸ່ມຣັດ​ເຊຍ ພາກັນ​ນຸ່ງ​ເຄື່ອງຄື​ກັບພວກຊູ​ເປີ​ຮີ​ໂຣ
ຫຼື​ພະ​ເອກ​ຕ່າງໆຢູ່​ຕາມ​ຖະໜົນ​ຫົນທາງ​ຂອງກຸງ​ມົສກູ ​ໃນ​ວັນ
​ຈັນ​ວານ​ນີ້ ​ເພື່ອ​ຮຽກຮ້ອງ​ກ່ຽວ​ກັບເລື່ອງ​ອາຫານການ​ກິນທີ່​ມີ​
ສຸຂະພາບທີ່ດີ​ຂຶ້ນ.

ບັນດາ​ຜູ້​ປະ​ທ້ວງ ພາກັນ​ນຸ່ງ​ເຄື່ອງ​ເປັນ Captain America
Wolverine ​ແລະ Hulk ພາຖື​ປ້າຍ​ຄໍາ​ຂວັນ​ທີ່​ກ່າວ​ວ່າ “Butter
ຫລື​ເນີຍບໍ່​ແມ່ນ​ເພື່ອນ​ຂອງພວກ​ພ​ະ​ເອກ​ທັງຫລາຍ” ​ແລະ​ຕ້ອງ
“ໃຫ້ມີສຸຂະພາບ​ທີ່​ເຂັ້ມ​ແຂງ.”

ບັນດາ​ພວກ​ປະ​ທ້ວງ ກ່າວ​ວ່າ ຜະລິດ​ຕະພັນ​ອາຫານຣັດ​ເຊຍ ບັນຈຸ​ໄຂ ມັນ​ຫລາຍ​ເກີນ​ໄປ ​ແລະຈຳ​ເປັນ​ຕ້ອງ​ໄດ້​ຊ່ວຍຜູ້​ຄົນ​ ບໍ່​ໃຫ້​ກິນອາຫານ​ທີ່​ບໍ່​ດີ​ສຳລັບ​ຍ​ສຸຂະ​ພາບ.

​ເພື່ອ​ເປັນ​ການ​ຊີ້​ແຈງ​ເຖິງ​ຈຸດປະສົງຂອງ​ເຂົາ​ເຈົ້ານັ້ນ ກໍ​ໄດ້​ມີ​ການ​ແຈກ ຢາຍ burgers ​ແລະ​ຫຼັງຈາກ​ນັ້ນ ໄດ້​ຖືກໂຍນຖີ້ມລົງ​ດິນ ​ແລ້ວພາກັນ​ຢຽບ.
XS
SM
MD
LG