ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຣັດເຊຍ ຈັດການໂຮມຊຸມນຸມປະທ້ວງຕໍ່ຕ້ານສົງຄາມ ທ່າມກາງໄພຂົ່ມຂູ່ ທີ່ເປັນລາງຮ້າຍ ໂດຍທ່ານປູຕິນ


ຕຳຫຼວດຈັບກຸມຜູ້ປະທ້ວງຄົນນຶ່ງ ໃນລະຫວ່າງ ການເຄື່ອນໄຫວຕໍ່ຕ້ານ ການໂຈມຕີຕໍ່ຢູເຄຣນ ຂອງຣັດເຊຍ ຢູ່ໃນເຊັງປີເຕີສ໌ເບີກ ຂອງຣັດເຊຍ, ວັນທີ 27 ກຸມພາ 2022. AP
ຕຳຫຼວດຈັບກຸມຜູ້ປະທ້ວງຄົນນຶ່ງ ໃນລະຫວ່າງ ການເຄື່ອນໄຫວຕໍ່ຕ້ານ ການໂຈມຕີຕໍ່ຢູເຄຣນ ຂອງຣັດເຊຍ ຢູ່ໃນເຊັງປີເຕີສ໌ເບີກ ຂອງຣັດເຊຍ, ວັນທີ 27 ກຸມພາ 2022. AP

ຈາກມົສກູ ໄປຫາຊາຍບີເຣຍ ພວກນັກເຄື່ອນໄຫວຕໍ່ຕ້ານສົງຄາມຊາວຣັດເຊຍ ພາກັນລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງ ໃນວັນອາທິດວານນີ້ ເພື່ອປະທ້ວງການບຸກລຸກຢູເຄຣນຂອງຣັດເຊຍ ເຖິງແມ່ນວ່າ ພວກປະທ້ວງຫຼາຍຮ້ອຍຄົນຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມໄປ ໃນແຕ່ລະມື້ກໍຕາມ ອີງຕາມລາຍງານຂອງອົງການຂ່າວເອພີ.

ພວກຜູ້ປະທ້ວງທັງຖືປ້າຍແລະເດີນຂະບວນຢູ່ໃນໃຈກາງເມືອງ ໂດຍຮ້ອງໂຮວ່າ “ບໍ່ ຕໍ່ສົງ​ຄາມ! ຫຼື No to War!” ຂະນະທີ່ ປະທານາທິບໍດີ ວລາດີເມຍ ປູຕິນ ໄດ້ສັ່ງການກອງກຳລັງສະກັດກັ້ນນິວເຄລຍຂອງຣັດເຊຍ ໃຫ້ຢູ່ໃນທ່າກຽມພ້ອມສູງ ຊຶ່ງເປັນການເພີ້ມທະວີການເດີມພັນຂອງວັງເຄຣມລິນ ກັບການປະເຊີນໜ້າກັບປະເທດຕາເວັນຕົກ ແລະສ້າງຄວາມຢ້ານກົວ ຂອງການເກີດສົງຄາມນິວເຄລຍ.

“ຂ້າພະເຈົ້າມີລູກຊາຍສອງຄົນແລະຂ້າພະເຈົ້າບໍ່ຢາກມອບເຂົາໃຫ້ແກ່ຄົນທີ່ໂຫດຮ້າຍສາມານຜູ້ນັ້ນ. ສົງຄາມເປັນໂສກນາດຕະກຳສຳລັບພວກເຮົາທັງໝົດ” ທ່ານດີມິດທຣີ ມອລເຊບ ອາຍຸ 48 ປີ ຜູ້ທີ່ໄດ້ເຂົ້າຮ່ວມໃນການໂຮມຊຸມນຸມ ໃນເຊັງປີເຕີສ໌ເບີກ ໄດ້ກ່າວຕໍ່ອົງການຂ່າວເອພີ.

ການປະທ້ວງຕໍ່ຕ້ານການບຸກລຸກໄດ້ເລີ້ມຂຶ້ນໃນວັນພະຫັດຢູ່ໃນຣັດເຊຍ ແລະໄດ້ສືບຕໍ່ທຸກມື້ ນັບຕັ້ງແຕ່ນັ້ນມາ ແມ່ນກະທັງທີ່ຕຳຫຼວດຂອງຣັດເຊຍ ໄດ້ເຄື່ອນໄຫວເຂົ້າປາບປາມຕໍ່ການໂຮມຊຸມນຸມທັງຫຼາຍຢ່າງວ່ອງໄວ ແລະໄດ້ຄວບຄຸມຕົວພວກປະທ້ວງໄປ. ວັງເຄຣມລິນ ຫາທາງເຮັດໃຫ້ການປະທ້ວງດັ່ງກ່າວ ບໍ່ສຳຄັນ ໂດຍຢືນຢັດວ່າ ຊາວຣັດເຊຍສ່ວນຫຼາຍສະໜັບສະໜຸນການບຸກໂຈມຕີຕໍ່ຢູເຄຣນ.

ຢູ່ໃນເຊນປີເຕີສ໌ເບີກ ບ່ອນທີ່ປະຊາຊົນຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນຢູ່ໃນໃຈ ກາງເມືອງ ຕຳຫຼວດໃນຊຸດປາບຈະລາຈົນເຕັມສ່ວນໄດ້ຈັບໂຕພວກປະທ້ວງເທື່ອລະຄົນໄປ ແລະບາງຄົນຖືກລາກຕົວຂຶ້ນລົດຕູ້ຂອງຕຳຫຼວດ ເຖິງແມ່ນວ່າ ການເດີນຂະບວນປະທ້ວງເປັນການສັນຕິ ກໍຕາມ. ພາບວີດີໂອຈາກມົສກູໄດ້ສະແດງ ໃຫ້ເຫັນວ່າ ຕຳຫຼວດໂຍນພວກປະທ້ວງແມ່ຍິງຈຳນວນນຶ່ງລົງພື້ນ ກ່ອນທີ່ຈະລາກຕົວພວກເຂົາໄປ.

ອີງຕາມ OVD-info ຊຶ່ງເປັນກຸ່ມປົກປ້ອງສິດທິ ທີ່ຕິດຕາມການຈັບກຸມດ້ານການເມືອງ ກໍແມ່ນວ່າ ມາເຖິງຕອນແລງວັນອາທິດ ຕຳຫຼວດໄດ້ຄຸມຕົວຊາວຣັດເຊຍ ຢ່າງໜ້ອຍ 1,474 ຄົນ ໃນ 45 ຫົວເມືອງຍ້ອນການເດີນຂະບວນຕໍ່ຕ້ານສົງຄາມ ໃນມື້ນັ້ນ.

ການສູ້ລົບກ້າວເຂົ້າມື້ທີສີ່ແລ້ວ ທີ່ໄດ້ສັງຫານຫຼາຍໆຄົນ ຈຶ່ງໄດ້ເຮັດໃຫ້ ທ່ານປູຕິນ ເພີ້ມການເດີມພັນຢ່າງໃຫຍ່ຫຼວງ ໃນວັນອາທິດວານນີ້ ໂດຍສັ່ງການໃຫ້ກອງທັບນິວເຄລຍຂອງຣັດເຊຍ ໃຫ້ຢູ່ໃນທ່າຕຽມພ້ອມສູງ ແລະກ່າວອ້າງເຖິງ ປະເທດຕາເວັນຕົກ ວ່າ “ເອົາມາດຕະການທີ່ບໍ່ເປັນມິດ ຕໍ່ປະເທດຂອງພວກເຮົາໃນດ້ານເສດຖະກິດ” ແລະ “ບັນດາເຈົ້າໜ້າທີ່ຂັ້ນສູງທີ່ເປັນສະມາຊິກຊັ້ນນຳ ຈາກອົງການເນໂຕ້ ໄດ້ກ່າວຖະແຫລງແບບຮຸກຮານ ກ່ຽວກັບປະເທດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG