ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຣັດເຊຍ ກຳລັງປ່ອນບັດເລືອກຕັ້ງ ທີ່ເກືອບວ່າ ບໍ່ມີຂໍ້ສົງໄສເລີຍວ່າ ທ່ານປູຕິນ ໄດ້ກຳຈັດພວກທີ່ເຫັນຕ່າງ


ນັກຮຽນທະຫານນາຍຮ້ອຍ ກຽມຈະປ່ອນບັດເລືອກຕັ້ງຢູ່ໜ່ວຍເລືອກຕັ້ງໃນໂຮງຮຽນກອງທັບເຮືອ ປາຊີຟິກ ຊັ້ນສູງ (Pacific Higher Naval School) ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ຢູ່ເມືອງທ່າເຮືອເຂດປາຊີຟິກ ວລາດີໂວສຕອກ (Vladivostok), ພາກຕາເວັນອອກຂອງມົສກ, ຣັດເຊຍ, ວັນທີ 15 ມີນາ 2024.
ນັກຮຽນທະຫານນາຍຮ້ອຍ ກຽມຈະປ່ອນບັດເລືອກຕັ້ງຢູ່ໜ່ວຍເລືອກຕັ້ງໃນໂຮງຮຽນກອງທັບເຮືອ ປາຊີຟິກ ຊັ້ນສູງ (Pacific Higher Naval School) ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ຢູ່ເມືອງທ່າເຮືອເຂດປາຊີຟິກ ວລາດີໂວສຕອກ (Vladivostok), ພາກຕາເວັນອອກຂອງມົສກ, ຣັດເຊຍ, ວັນທີ 15 ມີນາ 2024.

ບັນ​ດາ​ຜູ້​ມີ​ສິດປ່ອນບັດເລືອກຕັ້ງ ໄດ້ພາກັນມຸ້ງໜ້າໄປສະ​ຖານ​ທີ່ເລືອກຕັ້ງແຫ່ງ ຕ່າງໆໃນຣັດເຊຍ ໃນວັນສຸກມື້ນີ້ສຳລັບການເລືອກຕັ້ງປະທານາທິບໍດີໄລຍະ ສາມວັນ ທີ່ເປັນສິ່ງທີ່ແນ່ນອນແລ້ວວ່າ ຈະຂະຫຍາຍການປົກຄອງຂອງທ່ານ ວລາດີເມຍ ປູຕິນ ຕື່ມອີກຫົກປີ ຫຼັງຈາກທ່ານໄດ້ຍັບຍັ້ງພວກຜູ້ທີ່ຄັດ​ຄ້ານ.

ການເລືອກຕັ້ງນີ້ ເກີດຂຶ້ນທ່າມກາງຂອງການປາບປາມຢ່າງໂຫດຮ້າຍທີ່ໄດ້ເຮັດ ໃຫ້ສື່ມວນຊົນອິດສະຫຼະ ແລະກຸ່ມສິດທິມະ​ນຸດທີ່ມີຊື່ສຽງທັງຫຼາຍພິການ ແລ້ວ ເຮັດໃຫ້ທ່ານປູຕິນ ໄດ້ຄວບຄຸມລະບົບການເມືອງຢ່າງເຕັມສ່ວນ.

ມັນຍັງມີຂຶ້ນຂະນະທີ່ສົງຄາມຂອງມົສກູ ຢູ່ໃນຢູເຄຣນ ພວມກ້າວເຂົ້າປີທີສາມ. ຣັດເຊຍ ໄດ້ປຽບຢູ່ໃນສະໜາມລົບ ບ່ອນທີ່ພວກ​ເຂົາ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ພຽງເລັກນ້ອຍ. ສ່ວນຢູເຄຣນ ໃນຂະນະດຽວກັນ ໄດ້ເຮັດໃຫ້ມົສກູ ເບິ່ງຄືວ່າ ອ່ອນແອຢູ່ດ້ານຫຼັງແນວໜ້າເຊັ່ນວ່າ: ເຮືອບິນບໍ່ມີຄົນຂັບໄລ​ຍະໄກ ໄດ້ໂຈມຕີ ເລິກເຂົ້າໄປໃນຣັດເຊຍ ໃນຂະນະທີ່ ພວກໂດຣນເທັກໂນໂລຈີສູງ ໄດ້ເຮັດໃຫ້ ຂະ​ບວນ​ກຳ​ປັ່ນລົບທະເລດຳຂອງຣັດເຊຍ ຕ້ອງໄດ້ປ້ອງກັນຕົນເອງ.

ພວກມີສິດເລືອກຕັ້ງ ຈະປ່ອນບັດຂອງພວກເຂົາໃນວັນສຸກມື້ນີ້ ຮອດວັນອາທິດ ຢູ່ໜ່ວຍເລືອກຕັ້ງໃນທົ່ວປະເທດທີ່ມີເຂດເວລາທີ່ແຕກຕ່າງກັນເຖິງ 11 ເຂດ, ພ້ອມກັບຢູ່ໃນຂົງເຂດຕ່າງໆຂອງຢູເຄຣນທີ່ຕົນໄດ້ເຂົ້າຍຶດຄອງຢ່າງຜິດກົດໝາຍ. ໜ່ວຍເລືອກຕັ້ງແຫ່ງທຳອິດ ໄດ້ເປີດຢູ່ໃນຂົງເຂດທາງພາກຕາເວັນອອກສຸດ ຂອງຣັດເຊຍ ຄື ຊຸກໂກຕກາ ແລະ ຄາມຊັດກາ ໃຫ້ປ່ອນບັດເມື່ອຕອນ 8 ໂມງເຊົ້າຕາມເວລາໃນທ້ອງຖິ່ນ.

Voters headed to the polls in Russia on Friday for a three-day presidential election that is all but certain to extend President Vladimir Putin’s rule by six more years after he stifled dissent.

The election takes place against the backdrop of a ruthless crackdown that has crippled independent media and prominent rights groups and given Putin full control of the political system.

It also comes as Moscow’s war in Ukraine enters its third year. Russia has the advantage on the battlefield, where it is making small, if slow, gains. Ukraine, meanwhile, has made Moscow look vulnerable behind the front line: Long-range drone attacks have struck deep inside Russia, while high-tech drones have put its Black Sea fleet on the defensive.

Voters will cast their ballots Friday through Sunday at polling stations across the vast country’s 11 time zones, as well as in illegally annexed regions of Ukraine. The first polling stations opened in Russia's easternmost regions, Chukotka and Kamchatka, at 8 a.m. local time.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG