ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຟ້ອງ ນາຍທະຫານ ຣັດເຊຍ 12 ຄົນ ຖານແຊກແຊງ ໃນການເລືອກຕັ້ງ ປີ 2016


ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣສເສນສໄຕນ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ກະຊວງຍຸຕິິທຳ, ວັນທີ 13 ກໍລະກົດ 2018.
ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣສເສນສໄຕນ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ ກະຊວງຍຸຕິິທຳ, ວັນທີ 13 ກໍລະກົດ 2018.

ຄະນະຕຸລາການສານລັດຖະບານກາງ ໄດ້ຟ້ອງ ພວກເຈົ້າໜ້າທີ່ທະຫານໜ່ວຍສືບລັບ
ຂອງຣັດເຊຍ 12 ຄົນ ຖານສົມຮູ້ຮ່ວມຄິດ ເພື່ອລັກເຈາະພວກຄອມພິວເຕີ ເອົາຂໍ້ມູນ
ຂອງພັກເດໂມແຄຣັດ ໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ປີ 2016 ເຊິ່ງເປັນ
ການກ່າວຫາຄັ້ງຫຼ້າສຸດ ຕໍ່ພວກພົນລະເມືອງຂອງຣັດເຊຍ ໂດຍ ການສືບສວນສອບ
ສວນ ຂອງໄອຍະການພິເສດ ກ່ຽວກັບການແຊກແຊງການເລືອກຕັ້ງຂອງມົສກູ ນັ້ນ.

ການຟ້ອງຮ້ອງ ໃນວັນສຸກວານນີ້ ຕໍ່ພວກເຈົ້າໜ້າທີ່ຂອງ ອົງການສືບລັບຂອງກອງທັບ
ແຫ່ງຊາດ ຣັດເຊຍ ທີ່ມີຊື່ຫຍໍ້ວ່າ GRU ດ້ວຍຂໍ້ຫາ ປະຕິບັດການນຶ່ງໃນສອງປະເພດ
ທີ່ເປັນການແຊກແຊງເພື່ອສ້າງຄວາມຂັດແຍ້ງໃນການເລືອກຕັ້ງ ເຊັ່ນວ່າ ການລັກ
ເຈາະບັນຊີອີແມລ ຂອງພວກພະນັກງານ ອາສາສະໝັກ ຄະນະໂຄສະນາຫາສຽງ
ເປັນປະທານາທິບໍດີ ຂອງທ່ານນາງ ຮີລລາຣີ ຄລິນຕັນ ລວມທັງປະທານ ຂອງຄະນະ
ດັ່ງກ່າວ ແລະ ການເປີດເຜີຍພວກອີແມລ ແລະເອກກະສານອື່ນໆ ຕໍ່ສາທາລະນະ.

ໃນອີກດ້ານນຶ່ງ ຂອງການແຊກແຊງໂດຍຣັດເຊຍ ເຊິ່ງກ່ຽວພັນກັບປະຕິບັດການສ້າງ
ອິດທິພົນຂະໜາດໃຫຍ່ ໃນສື່ສັງຄົມ ທີ່ບົງການໂດຍກຸ່ມພວກຍຸແຍ່ຊັກຈູງ ທີ່ຮູ້ຈັກກັນດີ
ຄື ອົງການຄົ້ນຄວ້າດ້ານອິນເຕີເນັດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ ເສັ້ງ ປີເຕີສເບີກ
(St. Petersburg) ຂອງຣັດເຊຍ.

ໃນເດືອນກຸມພາຜ່ານມາ ຄະນະຕຸລາການຂອງສານ ໄດ້ຟ້ອງພວກພະນັກງານ ຂອງ
ບໍລິສັດດັ່ງກ່າວ 12 ຄົນ ແລະກຸ່ມທີ່ໃຫ້ການສະໜັບສະໜຸນ ທາງດ້ານການເງິນແກ່
ບໍລິສັດ.

ໄອຍະການພິເສດ ທ່ານໂຣເບີດ ມັລເລີ ແລະຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ
ຣອດ ໂຣສເສນສໄຕນ໌ ໄດ້ປະກາດການກ່າວຫາຄັ້ງຫຼ້າສຸດ ໃນວັນສຸກວານນີ້.

ທ່ານ ໂຣສເສນສໄຕນ໌ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ວ່າ “ໂທດສຳລັບການ
ແຊກແຊງເຂົ້າໃນການເລືອກຕັ້ງ ແມ່ນເປັນຂອງພວກອາຊະຍາກອນ ຜູ້ທີ່ໄດ້ກະທຳ
ການແຊກແຊງ. ພວກເຮົາຕ້ອງເຮັດວຽກຮ່ວມກັນ ເພື່ອນຳເອົາພວກຜູ້ກະທຳຄວາມ
ຜິດ ມາລົງໂທດ ແລະດຳເນີນການຕໍ່ໄປ ເພື່ອຮັກສາໄວ້ ຄຸນນະທຳ ຂອງພວກເຮົາ
ເພື່ອປະທ້ວງຕໍ່ຕ້ານການແຊກແຊງ ໃນອະນາຄົດ ແລະ ເພື່ອປ້ອງກັນ ອາເມຣິກາ.”

ພວກເຈົ້າໜ້າທີ່ ສາຍລັບຂອງຣັດເຊຍ ໄດ້ເຮັດວຽກ ໃຫ້ໜ່ວຍພິເສດສອງໜ່ວຍ ຂອງ ອົງການສືບລັບກອງທັບແຫ່ງຊາດ ຣັດເຊຍ ທີ່ຮູ້ຈັກກັນດີ ຄື GRU ນັ້ນ ແລະ ໄດ້ໃຊ້
ເທັກນິກທຸກໆແບບ ເພື່ອເຂົ້າຫາຄອມພິວເຕີ ຂອງພັກເດໂມແຄຣັດ ຈົນໄດ້ ອີງຕາມ
ເອກກະສານການກ່າວຟ້ອງ 29 ໜ້າ.

12 Russians Accused of Hacking Democrats in 2016 Campaign
please wait

No media source currently available

0:00 0:02:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG