ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂຽນ ຣັດ​ເຊຍ ທ່ານ ດິ​ມິ​ທ​ຣີ ກ​ລູ​ຄອ​ຟ​ສ​ກີ ຖືກ​ຕັດ​ສິນ​ໂທດ​ຂັງ​ຄຸກ 8 ປີສຳ​ລັບ​ເຮັດ​ໃຫ້​ກອງ​ທັບ ຣັດ​ເຊຍ ເສຍ​ຊື່​ສຽງ


ນັກ​ຂຽນ​ຊາວ ຣັດ​ເຊຍ ທ່ານ ດິ​ມິ​ທ​ຣີ ກ​ລູ​ຄອ​ຟ​ສ​ກີ, ເມືອງ ແຟ​ຣັງ​ເຝີດ, ເຢຍ​ຣະ​ມັນ, 21 ຕຸ​ລາ 2022.
ນັກ​ຂຽນ​ຊາວ ຣັດ​ເຊຍ ທ່ານ ດິ​ມິ​ທ​ຣີ ກ​ລູ​ຄອ​ຟ​ສ​ກີ, ເມືອງ ແຟ​ຣັງ​ເຝີດ, ເຢຍ​ຣະ​ມັນ, 21 ຕຸ​ລາ 2022.

ສານ ຣັດ​ເຊຍ ໄດ້​ຕັດ​ສິນ​ລົງ​ໂທດ​ຂັງ​ຄຸກ​ 8 ປີ​ຕໍ່ນັກ​ຂຽນ​ຄົນ​ນຶ່ງ, ຫຼັງ​ຈາກ​ໄດ້ພົບເຫັນ​ວ່າ ​ລາວ​ມີ​ຄວາມ​ຜິດ ກ່ຽວ​ກັບ ການ​ຕັ້ງ​ໃຈ​ແຜ່​ກະ​ຈາຍ​ຂໍ້​ມູນ​ທີ່​ຜິດ ກ່ຽວ​ກັບ ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຂອງ ຣັດ​ເຊຍ.

ທ່ານ ດິ​ມິ​ທ​ຣີ ກ​ລູ​ຄອ​ຟ​ສ​ກີ ຖືກ​ສານດັ່ງກ່າວພົບເຫັນວ່າ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຄວາມ ແລະ ວິ​ດີ​ໂອ ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ ຊຶ່ງ​ໄດ້​ກ່າວ​ຫາ​ທະ​ຫານ ຣັດ​ເຊຍ ກ່ຽວ​ກັບ ການ​ກໍ່​ອາ​ຊະ​ຍາ​ກຳ​ໃນ ຢູ​ເຄ​ຣນ ແລະ ວ່າ​ພວກ​ໄອ​ຍະ​ການ ຣັ​ດ​ເຊຍ ໄດ້​ກ່າວ​ວ່າບໍ່​ແມ່ນ​ແທ້.

ທ່ານ ກ​ລູ​ຄອ​ຟ​ສ​ກີ ເປັນ​ທີ່​ຮູ້​ຈັກ​ດີ ສຳ​ລັບ​ການ​ຂຽນ​ລະ​ຄອນ​ນິ​ຍາຍ​ວິ​ທະ​ຍາ​ສາດ ແລະ ເປັນ​ນັກ​ສ້າງ​ສັນ​ ຄົນຫຼ້າ​ສຸດ​ທີ່​ຖືກ​ຕັດ​ສິນ​ໂທດ​ຂັງ​ຄຸກ​ໃນ​ການ​ປາບ​ປາມຢ່າງບໍ່​ລົດ​ລະ ​ຕໍ່​ການຄັດ​ຄ້ານ​ລັດ​ຖະ​ບານ​ໃນຣັດ​ເຊຍ.

ທ່ານ​ແມ່ນບໍ່​ໄດ້​ຢູ່​ໃນ ຣັດ​ເຊຍ ແລະ ຖືກ​ດຳ​ເນີນ​ຄະ​ດີ​ໂດຍບໍ່​ໄດ້​ປາ​ກົດ​ຕົວ.

A Russian court has handed a writer an eight year prison sentence, finding him guilty of deliberately spreading false information about Russia's armed forces. Dmitry Glukhovsky was found guilty of posting texts and videos on his social media channels that accused Russian servicemen of committing crimes in Ukraine and that Russian prosecutors said were fake. Glukhovsky is best known for writing a science fiction series and is the latest creative to be handed a prison term in a relentless crackdown on dissent in Russia. He isn't in Russia and was tried in absentia.

XS
SM
MD
LG