ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ ຣັດ​ເຊຍ ຖືກ​ດຳ​ເນີນ​ຄະ​ດີ ສຳ​ລັບ​ການ​ລະ​ເບີດ​ທີ່​ໄດ້​ສັງ​ຫານ​ ນັກ​ຂຽນ​ບລອກ​ເກີທະ​ຫານ


ນາງ ດາ​ເຣຍ ເຕ​ຣ​ໂປ​ວາ, ຜູ້​ຕ້ອງ​ສົງ​ໄສ​ການ​ລະ​ເບີດ​ຢູ່​ຮ້ານ​ກາ​ເຟ​ໃນ​ນະ​ຄອນ ເຊັ້ນ​ປີ​ເຕີ​ສ​ເບີກ ທີ່​ໄດ້​ສັງ​ຫານ​ບ​ລອກ​ເກີ​ທະ​ຫານ​ຊ​າວ ຣັດ​ເຊຍ, ເຂົ້າ​ຮ່ວມ​ການ​ໃຫ້​ການ​ຢູ່​ສານ​ເມືອງ ບາ​ສ​ມານ​ນີ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 4 ເມ​ສາ 2023.
ນາງ ດາ​ເຣຍ ເຕ​ຣ​ໂປ​ວາ, ຜູ້​ຕ້ອງ​ສົງ​ໄສ​ການ​ລະ​ເບີດ​ຢູ່​ຮ້ານ​ກາ​ເຟ​ໃນ​ນະ​ຄອນ ເຊັ້ນ​ປີ​ເຕີ​ສ​ເບີກ ທີ່​ໄດ້​ສັງ​ຫານ​ບ​ລອກ​ເກີ​ທະ​ຫານ​ຊ​າວ ຣັດ​ເຊຍ, ເຂົ້າ​ຮ່ວມ​ການ​ໃຫ້​ການ​ຢູ່​ສານ​ເມືອງ ບາ​ສ​ມານ​ນີ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 4 ເມ​ສາ 2023.

ແມ່​ຍິງ​ຄົນ​ນຶ່ງ​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ນະ​ຄອນ ເຊັ້ນ​ປີ​ເຕີ​ສ​ເບີກ ສຳ​ລັບ​ການ​ລະ​ເບີດ​ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ທີ່​ໄດ້​ເຮັດ​ໃຫ້​ນັກ​ບ​ລອກ​ເກີ​ທະ​ຫານ ຣັດ​ເຊຍ ທີ່​ສຳ​ຄັນ​ຄົນ​ນຶ່ງ​ເສຍ​ຊີ​ວິດ ຫຼັງ​ຈາກ​ລາວ​ໄດ້​ຮັບ​ຮູບ​ປັ້ນ​ເຄິ່ງ​ໂຕ​ຂອງ​ລາວ​ເອງ ທີ່​ຕໍ່​ມາ​ໄດ້​ລະ​ເບີດ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ນາງ ດາ​ເຣຍ ເຕ​ຣ​ໂປ​ວາ ຖືກ​ຕັ້ງ​ຂໍ້​ຫາ ກ່ຽວ​ກັບ ການ​ໂຈມ​ຕີ​ກໍ່​ການ​ຮ້າຍ, ການ​ລັກ​ລອບ​ຂົນ​ສົ່ງ​ວັດ​ຖຸ​ລະ​ເບີດ​ທີ່​ຜິດ​ກົດ​ໝາຍ ແລະ ປອມ​ແປງ​ເອ​ກະ​ສານ​ໃນ​ການ​ລະ​ເບີດ​ສອ​ງ​ຄັ້ງ ​ຢູ່​ຮ້ານ​ກາ​ເຟ ​ເມື່ອ ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ເຊິ່ງ​ທ້າວ ວ​ລາດ​ເລັນ ທາ​ທາ​ສ​ກີ ໄດ້​ເສຍ​ຊີ​ວິດ ແລະ ອີກ 52 ຄົນ​ໄດ້​ຮັບ​ບາດ​ເຈັບ.

ລາວ​ຖືກ​ຈັບ​ບໍ່​ດົນ​ຫຼັງ​ຈາກ​ລະ​ເບີດ​ແຕກ ແລະ ປະ​ເຊີນ​ກັບ​ການ​ຖືກ​ຂັງ​ຄຸກ 30 ປີ​ຖ້າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ອີງ​ຕາມ​ລາຍ​ງານ​ຂ່າວ ຣັດ​ເຊຍ. ທ້າວ ທາ​ທາ​ສ​ກີ ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ການ​ດຳ​ເນີນ​ການ​ຂອງກອງ​ທັບ​ວັງເຄ​ຣັມ​ລິນ ໃນ​ຢູ​ເຄ​ຣນ ທີ່​ກະ​ຕື​ລື​ລົ້ນ ແລະ ໄດ້​ຂຽນ​ລາຍ​ງານ​ຢ່າງ​ເປັນ​ປະ​ຈຳ ກ່ຽວ​ກັບ ການ​ຕໍ່​ສູ້​ຈາກ​ແນວ​ໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG