ກຳປັ່ນຂອງລາຊະອານາຈັກອັງກິດ ໄດ້ຕິດຕາມກຳປັ່ນລົບຊອງຣັດເຊຍໄປ ຜ່ານທະເລ
ເໜືອໃກ້ກັບນ່ານນໍ້າຂອງ ອັງກິດ ໃນວັນຄຣິສມັສ ຊຶ່ງທາງກອງທັບເຮືອພະລາຊະອານາຈັກອັງກິດ ໄດ້ໃຫ້ການຢືນຢັນນັ້ນ.
ກຳປັ່ນລົບ HMS ເຊັງ ແອລບາລສ໌ (St. Albans) ໄດ້ສິ້ງຊອມເບິ່ງກຳປັ່ນຂອງຣັດເຊຍ
ອັດເມຍໂຣລ ກອຣຊຄອຟ (Admiral Gorshkov) ໃນຂະນະທີ່ມັນກຳລັງມຸ່ງໜ້າເດີນ
ທາງຜ່ານທະເລເໜືອໃກ້ໆກັບປະເທດ ອັງກິດ.
ເຖິງແມ່ນວ່າການເດີນເຮືອຜ່ານນີ້ ແມ່ນເປັນເຫດການປົກກະຕິກໍຕາມ ແຕ່ວ່າ ໄດ້ມີການ
ເພີ່ມຂຶ້ນຂອງຈຳນວນກຳປັ່ນ ທີ່ເດີນຜ່ານຊ່ອງນີ້ ໃກ້ໆກັບເຂດນ່ານນ້ຳ ອັງກິດ ໃນຮອບ
ບໍ່ເທົ່າໃດມື້ຜ່ານມານີ້.
ກອງທັບເຮືອພະລາຊະອານາຈັກອັງກິດ ໄດ້ກ່າວວ່າ “ມັນເປັນເລື່ອງຜິດປົກກະຕິ ທີ່
ກຳປັ່ນຂອງຣັດເຊຍມີເພີ່ມຂຶ້ນ ໃນເຂດນ່ານໍ້າຂອງອັງກິດ.” ໃນຫວ່າງມໍ່ໆມານີ້ ອັງກິດ
ໄດ້ເຕືອນເຖິງການຂົ່ມຂູ່ຈາກຣັດເຊຍ ທາງສື່ສັງຄົມອອນໄລນ໌ ເຄໂບລໃຕ້ທະເລ.
ຫົວໜ້າກອງທັບອາກາດອັງກິດ ເຊີ ສຕວຈຕ໌ ພີຈ (Sir Stuart Peach) ເສນາທິການ
ປ້ອງກັນປະເທດ ໄດ້ກ່າວໃນຕົ້ນເດືອນນີ້ວ່າ ອັງກິດ ແລະອົງການເນໂຕ ຈຳເປັນຈະ
ຕ້ອງຈັດສັນທີ່ວ່າ ອັນໃດເປັນບູລິມມະສິດ ໃນການປົກປ້ອງການຕິດຕໍ່ສື່ສານກັນ.
ທ່ານໄດ້ກ່າວວ່າ ມັນຈະ ກະທົບທັນທີ ທັງຈະເປັນໂສກນາດຕະກຳ ທີ່ຈະກະທົບດ້ານ
ເສດຖະກິດ ຖ້າຫາກວ່າ ພວກເຂົາເຈົ້າ ຖືກຕັດທອນ ຫຼືລົບກວນ.
ເຄໂບລທັງຫຼາຍ ແມ່ນພັນກັນລະເນຍລະນາດໃຕ້ທະເລ ທີ່ຕິດຕໍ່ໄປຍັງປະເທດຕ່າງໆ
ແລະທະວີບອື່ນໆ.